4 ປີ ເສັ້ນທາງລົດໄຟ ລາວ-ຈີນ ກັບບົດບາດ “ເສັ້ນທາງຄຳ” ນັບມື້ນັບພົ້ນເດັ່ນ

ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືຍຸດທະສາດລະຫວ່າງສອງລັດ ຖະບານລາວ ແລະ ຈີນ, ທັງແມ່ນລົດໄຟສາກົນແຫ່ງທຳອິດທີ່ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍລົດໄຟຂອງຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ມາຮອດປີນີ້ແມ່ນຄົບຮອບ 4 ປີ ພໍດີ. ຕະຫຼອດໄລຍະ 4 ປີ, ເສັ້ນທາງດັ່ງກ່າວໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ຂັບເຄື່ອນການພັດທະນາເສດ ຖະກິດ-ສັງຄົມ ບໍ່ສະເພາະສໍາລັບລາວ ແລະ ຈີນເທົ່ານັ້ນ, ຍັງລວມເຖິງບັນດາປະເທດໃນອາຊຽນ ແລະ ພາກພື້ນ ໄດ້ຢ່າງພົ້ນເດັ່ນ.
ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນ ໃຫ້ຮູ້ວ່າ: ໃນໄລຍະ 4 ປີ, ລົດໄຟລາວ -ຈີນ ຂົນ ສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 62 ລ້ານ 5 ແສນເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ຫຼາຍກວ່າ 72 ລ້ານ 5 ແສນໂຕນ. ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດການບໍລິການ ວັນທີ 3 ທັນວາ 2021 ເປັນຕົ້ນມາ, ເບື້ອງປະເທດຈີນ, ຈໍານວນຖ້ຽວລົດໂດຍສານສະເລ່ຍ ຕໍ່ມື້ໄດ້ເພີ່ມຂຶ້ນຈາກ 8 ຖ້ຽວໃນໄລຍະເບື້ອງຕົ້ນ ເປັນສູງສຸດ 86 ຖ້ຽວ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 51 ລ້ານ 3 ແສນ 4 ໝື່ນເທື່ອຄົນ. ສ່ວນເບື້ອງປະເທດລາວ, ຈໍານວນຖ້ຽວລົດໂດຍສານສະເລ່ຍຕໍ່ມື້ໄດ້ເພີ່ມຂຶ້ນຈາກ 4 ຖ້ຽວໃນໄລຍະເບື້ອງຕົ້ນ ເປັນສູງສຸດ 18 ຖ້ຽວ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 11 ລ້ານ 2 ແສນ 4 ໝື່ນເທື່ອຄົນ.
ການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ຈໍານວນຜູ້ໂດຍສານທີ່ຂົນສົ່ງຕໍ່ເດືອນໄດ້ເພີ່ນຂຶ້ນຈາກ 6 ແສນເທື່ອຄົນໃນເບື້ອງຕົ້ນ ເປັນ 2 ລ້ານ 2 ແສນເທື່ອຄົນ, ຈໍານວນຄົນເຂົ້າ-ອອກເມືອງເພີ່ມຂຶ້ນຈາກ 300 ເທື່ອຄົນຕໍ່ມື້ ເປັນສູງສຸດ 1,400 ເທື່ອຄົນ. ນອກນີ້, ນັບລວມແລ້ວໄດ້ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 16 ລ້ານໂຕນ. ປະເພດສິນຄ້ານຳເຂົ້າ ແລະ ສົ່ງອອກມີ 3.800 ກວ່າຊະນິດ, ບໍລິການວິສາຫະກິດທົ່ວປະເທດຈີນຫຼາຍກວ່າ 6,000 ແຫ່ງ, ກວມເອົາ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ ແລະ ໄທ ແລະ ອື່ນໆ.

ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຍັງໄດ້ນຳໃຊ້ມາດຕະການຄຸ້ມຄອງ ແລະ ດຳ ເນີນການທາງລົດໄຟຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການບໍລິການຂົນສົ່ງເພື່ອຊ່ວຍໃຫ້ການໄຫຼວຽນຂອງຜູ້ໂດຍສານພາຍໃນ ແລະ ຕ່າງປະເທດຢ່າງສະດວກ ແລະ ຊ່ວຍຊຸກ ຍູ້ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ເຮັດໃຫ້ການຊີ້ປີ້ໂດຍສານ ຈາກໄລຍະເບື້ອງຕົ້ນທີ່ຕ້ອງໄດ້ຕໍ່ແຖວຍາວຢຽດເພື່ອລໍຖ້າຊື້ປີ້ລົດໄຟໂດຍສານ, ປັດຈຸບັນ, ນອກຈາກສາມາດຊື້ປີ້ຢູ່ຕາມສະຖານີຕ່າງໆ ຍັງສາມາດຊື້ປີ້ທາງອອນລາຍຜ່ານແອັບ LTC Ticket ໄດ້ຢ່າງສະດວກສະບາຍ.
ສອງຝ່າຍລາວ ແລະ ຈີນ ຍັງໄດ້ສົ່ງເສີມການນຳໃຊ້ອຸປະກອນອັດສະລິຍະ ແລະ ການປັບປຸງຂະບວນການຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ຫຼຸດເວລາເຂົ້າ-ອອກດ່ານສຳລັບຂະບວນລົດໄຟດ້ວຍການຈັດຕາຕະລາງເວລາຢ່າງເປັນລະບົບ ເຮັດໃຫ້ສາມາດຂົນ ສົ່ງສິນຄ້າລະຫວ່າງປະເທດໄດ້ເກີນ 18 ຂະບວນຕໍ່ມື້. ຄຽງຄູ່ກັນີ້ ເມື່ອບໍ່ດົນມານີ້, ສອງຝ່າຍໄດ້ລົງນາມສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ເພື່ອເຮັດໃຫ້ການບໍລິການຜ່ານດ່ານສາກົນຂອງສອງປະເທດຕາມເສັ້ນທາງລົດໄຟດັ່ງກ່າວມີຄວາມສະດວກສະບາຍສໍາລັບຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂ້າມຊາດ.

ຕະຫຼອດໄລຍະ 4 ປີ, ບົດບາດຂອງທາງລົດໄຟລາວ-ຈີນ ໃນຖານະເປັນ “ເສັ້ນທາງ ຄໍາ” ໄດ້ປາກົດໃຫ້ເຫັນສິ່ງທີ່ດີຂຶ້ນເລື້ອຍໆ. ໃນນີ້, ການປ່ຽນແປງໂດຍກົງທີ່ສຳຄັນທີ່ສຸດແມ່ນການກ້າວກະໂດດຂອງປະສິດທິພາບໃນການຈໍລະຈອນສິນຄ້າ ແລະ ຕົ້ນທຶນການຂົນສົ່ງຫຼຸດຕ່ຳລົງຢ່າງຫຼວງຫຼາຍ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຄຸນໝິງຂອງຈີນຜ່ານປະເທດລາວໄປໄທ ຫຼຸດລົງ 30%-50%, ຕົ້ນທຶນການຂົນສົ່ງສິນຄ້າພາຍໃນປະເທດລາວ ຫຼຸດລົງ 20%-40%. ຜະລິດຕະພັນຕ່າງໆ ເຊັ່ນ: ເບຍລາວ, ປຸ໋ຍໂປຕັສ ແລະອື່ນໆ ໄດ້ເຂົ້າເຖິງຕະຫຼາດຈີນຢ່າງມີປະສິດທິພາບສູງ ແລະ ອື່ນໆ. ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງກຳລັງແຂ່ງຂັນຂອງຜະລິດຕະພັນລາວເພີ່ມສູງຂຶ້ນເທົ່ານັ້ນ, ຍັງເປັນຂີດໝາຍສະແດງໃຫ້ເຫັນເຖິງການປ່ຽນແປງຈາກ “ການລໍຖ້າ” ກາຍເປັນ “ການເປັນເຈົ້າການສົ່ງອອກ”, ເຊິ່ງຖືເປັນການເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ການສະໜອງໃນພາກພື້ນຢ່າງແທ້ຈິງ.

ບົດບາດຂອງເສັ້ນທາງລົດໄຟລາວ-ຈີນ ບໍ່ໄດ້ຈຳກັດຢູ່ກັບ “ການຂົນສົ່ງສິນຄ້າຢ່າງໂລ່ງລ່ຽນ” ເທົ່ານັ້ນ, ຍັງລວມເຖິງການປັບປຸງສະພາບພື້ນທີ່ທາງເສດຖະກິດຄືນໃໝ່, ຊຸກຍູ້ໃຫ້ຕົວເມືອງທີ່ຢູ່ລຽບຕາມເສັ້ນທາງລົດໄຟຫັນປ່ຽນຈາກຈຸດເຊື່ອມຕໍ່ການຄົມມະນາຄົມຂົນສົ່ງຍົກລະດັບຂຶ້ນເປັນສູນກາງດ້ານອຸດສາຫະກຳ. ຍົກເອົາເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນເປັນຕົວຢ່າງ, ໂດຍອີງໃສ່ທ່າແຮງດ້ານການຈໍລະຈອນສິນຄ້າຜ່ານທາງລົດໄຟ, ເຂດດັ່ງກ່າວໄດ້ດຶງດູດວິສາຫະກິດຈຳນວນຫຼວງຫຼາຍ ໂດຍໄດ້ສ້າງ 4 ຕ່ອງໂສ້ອຸດສາຫະກຳສຳຄັນ ເຊັ່ນ: ພະລັງງານໃໝ່, ວັດສະດຸໃໝ່, ການແພດ ແລະ ການຢາຊີວະພາບ. ສ່ວນເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕນ, ລາວກັບຈີນໄດ້ບັນລຸ “ການປະສານງານອຸດສາຫະກຳຂ້າມຊາດ” ເປັນຄັ້ງທຳອິດ. ສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວາມກ້າວໜ້າທາງສັງຄົມ, ຕະຫຼອດ 4 ປີຜ່ານມາ, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນສ້າງວຽກເຮັດງານທຳໂດຍກົງ ແລະ ທາງອ້ອມໃຫ້ປະຊາຊົນລາວຫຼາຍກວ່າ 1 ແສນຕຳ ແໜ່ງ, ທັງອົບຮົມນັກວິຊາການຫຼາຍພັນຄົນໃຫ້ແກ່ຝ່າຍລາວໂດຍຜ່ານຮູບແບບ “ເຕັກນິກຈີນ+ການບໍລິຫານຂອງຝ່າຍລາວ”.
ໃນຕໍ່ໜ້າ, ບົດບາດຂອງເສັ້ນທາງລົດໄຟ ລາວ-ຈີນ ຍັງເປີດກວ້າງອອກຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍຈະເປີດກວ້າງໄປສູ່ໄທ ແລະ ມາເລເຊຍ ເຊິ່ງຈະເຮັດໃຫ້ລາວກາຍເປັນຈຸດສູນກາງຂອງເຄືອຂ່າຍເສັ້ນທາງລົດໄຟພາກພື້ນອາຊີ. ຄຽງຄູ່ກັບດ່ານພາສີເຊື່ອມໂຍງເຊື່ອມຈອດກັນ, ການລົງທຶນມີຄວາມສະດວກຍິ່ງຂຶ້ນ ແລະ ການເຊື່ອມໂຍງດ້ານນະໂຍບາຍອຳນວຍຄວາມສະດວກຕ່າງໆ ກ້າວສູ່ລວງເລິກຢ່າງຕໍ່ເນື່ອງ, ເສັ້ນທາງລົດໄຟລາວ-ຈີນຈະເຊື່ອມຈອດຕະຫຼາດທີ່ກວ້າງຂວາງກວ່າເກົ່າ, ແລະ ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເປັນອັນໜຶ່ງອັນດຽວກັນຢ່າງເລິກເຊິ່ງ ເຊິ່ງຈະເຮັດໃຫ້ເສັ້ນທາງລົດໄຟ ລາວ-ຈີນ ນັບມື້ລື່ນກາຍຂອບເຂດສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ, ມັນບໍ່ພຽງແຕ່ເປັນ “ທາງຜ່ານ” ເທົ່ານັ້ນ, ຍິ່ງເປັນຫົວຈັກຂັບເຄື່ອນການພັດທະນາອຸດສາຫະກຳ, ສາຍພານເຊື່ອມຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເປັນຂົວເຊື່ອມຕໍ່ໃນພາກພື້ນ, ແລ້ວຈະ ສືບຕໍ່ເປັນເສັ້ນທາງຄໍາຂອງລາວ ແລະ ຈີນ ກໍຄື ບັນດາປະເທດໃນອາຊຽນ ແລະ ພາກພື້ນຕະຫຼອດໄປ.


