ອົງການກາແດງແຫ່ງຊາດລາວໄດ້ຈັດກອງປະຊຸມປະເມີນການຈັດຕັ້ງ ແລະ ການປະຕິບັດ ກົດໝາຍວ່າດ້ວຍວຽກງານກາແດງລາວ ແລະ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ ລະຫວ່າງ ວັນທີ 3–4 ທັນວາ 2025, ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ.
ກອງປະຊຸມຄັ້ງນີ້ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າຫ້ອງການຈາກກາແດງແຫ່ງຊາດ ແລະ ອົງການກາແດງແຂວງໃນທົ່ວປະເທດ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 18 ຄົນ.

ກອງປະຊຸມຄັ້ງນີ້ ເພື່ອເປິກສາຫາລື ເກັບກໍາຂໍ້ມູນ, ຄວາມຄິດເຫັນ ແລະ ບົດຮຽນຕົວຈິງ ກ່ຽວກັບຈຸດດີ, ຂໍ້ຄົງຄ້າງ ແລະ ຂໍ້ຈຳກັດຕ່າງໆ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ດຳລັດ ໃນສະພາບຕົວຈິງຜ່ານມາ ເພື່ອຕີລາຄາ, ປະເມີນປະສິດທິພາບ ແລະ ປະສິດທິຜົນ ຂອງການຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ: ບັນຫາທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ສະພາບການພັດທະນາເສດຖະກິດ-ສັງຄົມ
ໃນປັດຈຸບັນ, ບັນຫາທີ່ຍັງເປັນຊ່ອງວ່າງ, ມີຜົນກະທົບ ຫຼື ບໍ່ສາມາດຈັດຕັ້ງປະຕິບັດໄດ້, ຊຶ່ງຜົນໄດ້ຮັບຈາກການເປີກສາຫາລືໃນຄັ້ງນີ້ ຈະໄດ້ນຳໃຊ້ເພື່ອເປັນຂໍ້ມູນພື້ນຖານສຳຄັນ ໃນການກະກຽມ, ປັບປຸງກົດໝາຍ ແລະ ດຳລັດດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ປະທານອົງການກາແດງແຫ່ງຊາດລາວ ໄດ້ເນັ້ນໜັກສິ່ງທີ່ຈໍາເປັນຕ້ອງເອົາໃຈໃສ່ພິເສດຄື:ການສຶກສາ-ຄົ້ນຄວ້າກົດໝາຍ ແລະ ດໍາລັດສະບັບປັດຈຸບັນຢ່າງລະອຽດ ເພື່ອຊີ້ແຈງ ແລະ ສະເໜີແກ້ໄຂຂໍ້ທີ່ຍັງບໍ່ສອດຄ່ອງກັບການປ່ຽນແປງໃໝ່ຂອງປະເທດ ແລະ ທິດທາງສາກົນ ເພື່ອໃຫ້ນິຕິກໍາໃໝ່ມີຄວາມທັນສະໄໝ, ໂປ່ງໃສ ແລະ ສາມາດຊ່ວຍສະໜັບສະໜູນການເຄື່ອນໄຫວຂອງອົງການກາແດງໄດ້ຢ່າງເຂັ້ມແຂງ, ການປັບປຸງກົດໝາຍ ແລະ ດໍາລັດໃຫ້ສອດຄ່ອງກັບຫຼັກການມະນຸດສະທໍາ ແລະ ບົດບາດທາງມະນຸດສະທໍາທີ່ອົງການກາແດງຕ້ອງປະຕິບັດ ເພື່ອຮັບປະກັນຄວາມເອກະລາດ, ຄວາມເປັນກາງ ແລະ ການຂະຫຍາຍບົດບາດເຂົ້າສູ່ທຸກຂົງເຂດວຽກງານສຸກເສີນ ແລະ ວຽກງານພັດທະນາສັງຄົມ, ການເປີດໃຫ້ບັນດາຜູ້ເຂົ້າຮ່ວມສະແດງຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ອີງຕາມບົດຮຽນ ແລະ ບັນຫາທ້າທາຍທີ່ພົບໃນການປະຕິບັດງານຈິງຂອງແຕ່ລະແຂວງ ເພາະທຸກຂໍ້ຄິດເຫັນລ້ວນເປັນສ່ວນສໍາຄັນຕໍ່ການຮ່າງຂອບນິຕິກໍາໃໝ່ໃຫ້ມີຄຸນນະພາບສູງ.

ກອງປະຊຸມຄັ້ງນີ້ເປັນການຮວບຮວມທັດສະນະ, ບົດຮຽນ ແລະ ປະສົບການຈາກທຸກແຂວງ ເພື່ອເປັນພື້ນຖານໃນການປັບປຸງກົດໝາຍ ແລະ ດໍາລັດຂອງອົງການກາແດງໃຫ້ມີຄວາມທັນສະໄໝ ແລະ ຕອບສະໜອງບົດບາດສໍາຄັນຕໍ່ສັງຄົມຢ່າງມີປະສິດທິຜົນ.
ຂ່າວ, ພາບ: ອົງການກາແດງແຫ່ງຊາດລາວ


