ສະຖານທູດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຈັດງານລ້ຽງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ໃນຕອນຄໍ່າວັນທີ 2 ທັນວາ 2025 ຢູ່ນະຄອນຫຼວງປັກກິ່ງ ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ທ່ານ ເຜີງ ຊິງຮວາ, ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ພ້ອມດ້ວຍບັນດາທູຕານຸທູດຕ່າງປະເທດປະຈໍາ ສປ ຈີນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ຂຶ້ນກ່າວຄໍາເຫັນໂດຍຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 50 ປີຜ່ານມາ, ປະຊາຊົນລາວສາມາດຍາດໄດ້ຜົນສໍາເລັດຢ່າງຕໍ່ເນື່ອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ໂສມໜ້າປະເທດຊາດມີການປ່ຽນແປງໃໝ່ໃຫຍ່ຫຼວງຮອບດ້ານ, ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ, ສາມັກຄີ, ປອງດອງ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ໂດຍສະເພາະນັບແຕ່ປີ 1986 ເປັນຕົ້ນມາ, ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ ການພັດທະນາເສດຖະກິດ-ສັງຄົມຂອງລາວ ມີຜົນສໍາເລັດອັນສໍາຄັນ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍບັນລຸໄດ້ 5,8% ຕໍ່ປີ. ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງແມ່ນບຸລິມະສິດຂອງພັກ ແລະ ລັດ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ, ການສ້າງລັດປະຊາທິປະໄຕ ປະຊາຊົນເປັນລັດທີ່ປົກຄອງໂດຍກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ.

ທ່ານ ສົມພອນ ສີຈະເລີນ ຍັງໄດ້ຍົກໃຫ້ເຫັນການເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່ວມມືສາກົນຂອງລາວທີ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ; ສົ່ງເສີມການພົວພັນຮ່ວມມືກັບຕ່ງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສປປ ລາວ ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ເຄື່ອນໄຫວຢ່າງຫ້າວຫັນໃນຂອບການຮ່ວມມືສາກົນ ແລະ ພາກພື້ນ ເຊັ່ນ: ອົງການ ສປຊ, ອາຊຽນ ແລະອື່ນໆ ຫຼາຍກວ່າ 40 ອົງການ, ໃນເດືອນກັນຍາ 2025 ສປປ ລາວ ໄດ້ຖືກຮັບເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້. ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 151 ປະເທດ, ພັກ ປປ ລາວ ມີການພົວພັນກັບພັກການເມືອງ 145 ພັກ.

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມືລະຫວ່າງລາວ ແລະ ຈີນ ທີ່ມີມິດຕະພາບອັນຍາວນານ ແລະ ຮ່ວມຊະຕາກໍານໍາກັນ, ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 25 ເມສາ 1961, ການພົວພັນສອງຝ່າຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ, ຈາກເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ໄດ້ພັດທະນາຂຶ້ນເປັນຄູ່ຮ່ວມຊາຕາກໍາ. ປັດຈຸບັນ ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດ ຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບທີ 2 (2024-2028). ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປົກປ້ອງຜົນປະໂຫຍດອັນເປັນແກ່ນກາງຂອງກັນ ແລະ ກັນ, ທັງປະສານສົມທົບກັນໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ຍຶດໝັ້ນນະໂຍບາຍຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ ວ່າດ້ວຍການພັດທະນາໂລກ, ຄວາມໝັ້ນຄົງໂລກ, ຄວາມສີວິໄລໂລກ ແລະ ການປົກຄອງໂລກທີ່ສະເໜີອອກໂດຍ່ ທ່ານ ສີ ຈິ້ນຜິງ, ໂຄງການທາງລົດໄຟລາວ-ຈີນ ຊຶ່ງເປັນໂຄງການນໍາໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໄດ້ປະກອບສ່ວນສໍາຄັນເຂົ້າໃນການເຮັດໃຫ້ຍຸດທະສາດຂອງລາວທີ່ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນປາກົດຜົນເປັນຈິງ, ທັງປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ຈີນ ກໍຄືພາກພາກພື້ນ.
ປັດຈຸບັນ ສປ ຈີນ ເປັນປະເທດລົງທຶນອັນດັບໜຶ່ງ ແລະ ຄູ່ຄ້າອັນດັບສອງຂອງລາວ ໂດຍມີການລົງທຶນທັງໝົດ 954 ໂຄງການ, ມູນຄ່າ 16,4 ຕື້ໂດລາ. ປີ 2024 ການຄ້າສອງຝ່າຍບັນລຸ 8,23 ຕື້ໂດລາ, ເພີ່ມຂຶ້ນ 15,9% ທຽບໃສ່ປີຜ່ານມາ. ສະເພາະ 10 ເດືອນ ປີ 2025 ການຄ້າສອງຝ່າຍບັນລຸໄດ້ 7,8 ຕື້ໂດລາ ເພີ່ມຂື້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ບົນພື້ນຖານການຮ່ວມມືຕາມທິດ 4 ດີ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ” ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບຂອງການນໍາຂັ້ນສູງສຸດຂອງສອງປະເທດ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ຂອງການພົວພັນລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດນັບມື້ຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ກໍຄື ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ.
ໂດຍ: BT, ວສລ


