ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ

Dec 3, 2025

ໃນຕອນເຊົ້າວັນທີ 03 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ວາຊີລີ ໂອຊິມາກົບ, ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ, ຂອບໃຈ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນສະຫະພັນຣັດເຊຍ ທີ່ໄດ້ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້ ຊຶ່ງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າ ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພິທີສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ ມີຄວາມໝາຍຄວາມສໍາຄັນ ຍິ່ງໆຂຶ້ນ, ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ໃຫ້ນັບມື້ສືບຕໍ່ຈະເລີນງອກງາມຂຶ້ນເລື້ອຍໆ; ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຫຼາຍຫຼາຍຂົງເຂດວຽກງານ ໂດຍສະເພາະ ຂົງເຂດການເມືອງ, ການທະຫານ, ການພັດທະນາຊັບພະຍາກອນມະນຸດ, ເຕັກນິກ, ວຽກງານມະນຸດສະທຳ ແລະ ອື່ນໆ, ພ້ອມທັງ ສະເໜີຝ່າຍຣັດເຊຍ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດວຽກງານດັ່ງກ່າວ ຕື່ມອີກ; ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ກໍ່ຄືກອງທັບ ແລະ ປະຊາຊົນຣັດເຊຍອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ນອກນັ້ນ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ເຖິງການນໍາຂັ້ນສູງ, ກອງທັບ ແລະ ປະຊາຊົນຣັດເຊຍ ຕື່ມອີກ.
May be an image of the Oval Office and text May be an image of the Oval Office and text
ໃນໂອກາດດຽວກັນ, ສະຫາຍ ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ. ຣັດ​ເຊຍ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບເນື້ອໃນການພົບປະກັບສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນມື້ຜ່ານມາ ໂດຍສະເພາະ ການລົງເລິກແຜນການຮ່ວມມືສອງກອງທັບ ຣັດເຊຍ-ລາວ ໃນຕໍ່ໜ້າ. ຄຽງຄູ່ກັນນັ້ນ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປິຜ່ານມາ. ອັນສຳຄັນ ແມ່ນໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຂອງ ສປປ ລາວ ໂດຍສະເພາະ ການເດີນສວນສະໜາມ ເຫັນວ່າ ມີຄວາມສະຫງ່າງາມ, ເປັນລະບຽບຮຽບຮ້ອຍ ແລະ ສຳເລັດຕາມຄາດໝາຍທີ່ກຳນົດໄວ້.
May be an image of the Oval Office and text
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.