ເລື່ອງລາວໜ້າປະທັບໃຈຂອງທ່ານ ສີຈິ້ນຜິງ ທີ່ໃຫ້ຄວາມຮັກແພງເອົາໃຈໃສ່ຕໍ່ຄົນພິການ

ຢູ່ຈີນມີຄົນພິການຫຼາຍກວ່າ 85 ລ້ານຄົນ, ຄົນພິການເປັນ “ກຸ່ມຄົນພິເສດທີ່ມີຄວາມຫຍຸ້ງຍາກ”, ພາລະກິດຄົນພິການຖືກປຽບທຽບເປັນ “ພາລະກິດລະດູບານໃໝ່”.
ບໍ່ວ່າຕອນເຮັດວຽກຢູ່ຂັ້ນທ້ອງຖິ່ນ ຫຼື ຢູ່ຂັ້ນສູນກາງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນລ້ວນແຕ່ມີຄວາມຫ່ວງໃຍເປັນພິເສດຕໍ່ກຸ່ມຄົນພິການ ໂດຍໄດ້ສ້າງຄວາມຊົງຈຳທີ່ອົບອຸ່ນເປັນຈຳນວນຫຼາຍໃຫ້ກັບເຂົາເຈົ້າ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ພາລະກິດຄົນພິການ ໂດຍກຸ່ມຄົນພິການມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຢ່າງເດັ່ນຊັດ. ຕໍ່ໄປແມ່ນ ເລື່ອງລາວໜ້າປະທັບໃຈຂອງທ່ານ ສີຈິ້ນຜິງ ທີ່ໃຫ້ຄວາມຮັກແພງເອົາໃຈໃສ່ຕໍ່ຄົນພິການ.
1, ໃຫ້ຄວາມເອົາໃຈໃສ່ຕໍ່ການຮັບປະກັນໃຫ້ບໍລິການແກ່ນັກກິລາຄົນພິການ
ວັນທີ 4 ມັງກອນ 2022, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມສຳຫຼວດໂຄງການບ້ານໂອລິມປິກລະດູໜາວ(ບ້ານໂອລິມປິກຄົນພິການລະດູໜາວ)ປັກກິ່ງ, ເພິ່ນໄດ້ເຂົ້າໄປກວດເບິ່ງຢູ່ໃນຫ້ອງຕົວແບບສຳລັບນັກກິລາຄົນພິການເປັນການສະເພາະ ແລະຍ້ອງຍໍຊົມເຊີຍສິ່ງອຳນວຍຄວາມສະດວກສຳລັບຄົນພິການຢູ່ພາຍໃນຫ້ອງ ພ້ອມທັງຊີ້ນຳໃຫ້ຕ້ອງສຸມໃສ່ແກ້ໄຂບັນຫາລະອຽດໃຫ້ຮອບຄອບເພື່ອໃຫ້ບໍລິການທີ່ດີຕາມຄວາມປາດຖະໜາ ແລະ ຄວາມຮຽກຮ້ອງຕ້ອງການຂອງນັກກິລາ.
ພາຍໃຕ້ຄວາມເອົາໃຈໃສ່ ແລະ ຊຸກຍູ້ສົ່ງເສີມຈາກທ່ານ ສີຈິ້ນຜິງ, ຄຳຊີ້ນຳດັ່ງກ່າວທີ່ສະແດງເຖິງນ້ຳໃຈພິເສດ ໄດ້ຮັບການຜັນຂະຫຍາຍຈັດຕັ້ງປະຕິບັດຢ່າງຮອບດ້ານໃນການຈັດວາງແລະການບໍລິການສຳລັບການແຂ່ງຂັນຂອງງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ. ທ່ານ ແອນດຣິວ ປາຣເຊັນສ ປະທານຄະນະກຳມະການໂອລິມປິກຄົນພິການສາກົນໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງວ່າ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງເປັນງານທີ່ໜ້າງຶດງໍ້ອັດສະຈັນ, ປອດໄພໄວ້ໃຈໄດ້, ໜ້າຊົມ ແລະ ປະທັບໃຈ, ເຊິ່ງໄດ້ສ້າງແບບຢ່າງມາດຕະຖານໃຫ້ກັບງານກິລາໂອລິມປິກຄົນພິການລະດູໜາວໃນຄັ້ງຕໍ່ຕໍ່ໄປ.
2,ເຮັດໃຫ້ຄວາມຝັນສູ້ຊົນຂອງເດັກຍິງຫູໜວກປາກກືກແຈ້ງສະຫວ່າງຂຶ້ນ

ຢູ່ໃນຫ້ອງຮຽນຂອງໂຮງຮຽນການສຶກສາພິເສດນະຄອນຮໍຮອດເຂດປົກຄອງຕົນເອງມົງໂກໃນ, ນາງ ຫວາງຢານີ ຄູສອນວິຊາເສີມສວຍຕັດຜົມ ກຳລັງບັນຍາຍບົດຮຽນໂດຍຊີ້ໃສ່ຂໍ້ຄວາມຢູ່ເທິງກະດານດຳ, ສ່ວນບັນດານັກຮຽນໄດ້ຍົກມືຕັ້ງຄຳຖາມເປັນບາງຄັ້ງຄາວ. ແຕ່ວ່າບັນຍາກາດໃນຫ້ອງຮຽນຊ້ຳພັດມິດງຽບຫຼາຍ,ເພາະວ່າລະຫວ່າງຄູກັບນັກຮຽນແມ່ນສື່ສານກັນດ້ວຍພາສາມື.
ນາງ ຫວາງຢານີ ມີຄວາມຝັນຢາກເປັນຄູສອນມາຕັ້ງແຕ່ຍັງນ້ອຍ, ສ່ວນປັດໄຈທີ່ກະຕຸ້ນໃຫ້ນາງບັນລຸຄວາມໃຝ່ຝັນຂອງຕົນນັ້ນ ແມ່ນການພົບປະຄັ້ງໜຶ່ງທີ່ເຮັດໃຫ້ນາງຫຼົງລືມບໍ່ໄດ້ໃນຊີວິດ ຄື ກ່ອນບຸນກຸດຈີນປີ 2014 ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງໂຮງລ້ຽງເດັກກຳພອຍນະຄອນຮໍຮອດ ເຂດປົກຄອງຕົນເອງມົງໂກໃນ, ເພື່ອຢ້ຽມຢາມເດັກນ້ອຍທີ່ດຳລົງຊີວິດຢູ່ທີ່ແຫ່ງນີ້. ເມື່ອເຫັນ ນາງ ຫວາງຢານີ ເດັກຍິງຫູໜວກປາກກືກ, ທ່ານ ສີຈິ້ນຜິງ ໄດ້ຮຽນພາສາມືນຳນາງດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ຍັງໄດ້ໃຫ້ກຳລັງໃຈແກ່ນາງວ່າ: ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີໃນການຮຽນໃຫ້ໄດ້.
ນັບຕັ້ງແຕ່ນັ້ນມາ, ຄຳວ່າ “ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີ ໃນການຮຽນໃຫ້ໄດ້” ໄດ້ກາຍເປັນຄະຕິເຕືອນໃຈຂອງນາງ ຫວາງຢານີ. ເມື່ອພົບພໍ້ກັບຄວາມຫຍຸ້ງຍາກເທື່ອໃດ, ນາງກໍຈະຄຳນຶງເຖິງຄຳເວົ້າທີ່ໃຫ້ກຳລັງໃຈຂອງທ່ານສີຈິ້ນຜິງ ອັນໄດ້ເຮັດໃຫ້ນາງມີຄວາມເດັດດ່ຽວຫຼາຍຂຶ້ນໃນການມຸ່ງໝັ້ນເພື່ອບັນລຸອຸດົມການເປັນຄູສອນ. ປີ 2019, ນາງ ຫວາງຢານີ ໄດ້ກາຍເປັນຄູສອນ ເຮັດໃຫ້ຄວາມໃຝ່ຝັນຂອງນາງປາກົດຜົນເປັນຈິງໃນທີ່ສຸດ.
3,ສົ່ງເສີມຄູ່ຜົວເມຍຄົນພິການສ້າງຊີວິດທີ່ມີຄຸນຄ່າ

ວັນທີ 28 ກໍລະກົດ 2016, ເນື່ອງໃນໂອກາດເຫດການແຜ່ນດິນໄຫວຮຸນແຮງເກີດຂຶ້ນຢູ່ນະຄອນຖັງຊ່ານຄົບຮອບ 40 ປີ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງໂຮງພັກຟື້ນຂອງຄົນອຳມະພາດນະຄອນຖັງຊ່ານແຂວງເຫີເປີຍເພື່ອຢ້ຽມຢາມຄົນອຳມະພາດທີ່ພັກຟື້ນຢູ່ທີ່ແຫ່ງນີ້, ສອງຜົວເມຍ ນາງ ຢາງຢວີ້ຟ່າງ ແລະ ທ່ານ ກ່າວຈື້ຫົງ ທີ່ເປັນອຳມະພາດຍ້ອນໄດ້ຮັບບາດເຈັບຈາກແຜ່ນດິນໄຫວນັ້ນ ໄດ້ອ່ານກະວີບົດໜຶ່ງທີ່ປະດິດແຕ່ງໂດຍຕົນເອງຊື່ວ່າ “ຮູ້ສຶກສະໜິດສະໜົມເປັນພິເສດທີ່ໄດ້ພົບກັບພວກທ່ານ” ໃຫ້ທ່ານ ສີຈິ້ນຜິງ ຟັງ. ມື້ນັ້ນ, ທ່ານ ສີຈິ້ນຜິງ ຍ່າງເຂົ້າໄປຫາພວກເຂົາເຈົ້າ ແລະ ໂອ້ລົມສົນທະນາກັນແບບເພື່ອນມິດເກົ່າ ໂດຍເພິ່ນໄດ້ສອບຖາມສອງຜົວເມຍດ້ວຍຄວາມເອົາໃຈໃສ່ກ່ຽວກັບສະພາບການຟື້ນຟູສຸຂະພາບ ແລະຄວາມຫຍຸ້ງຍາກໃນປັດຈຸບັນມີຫຍັງແດ່.
ທ່ານ ສີຈິ້ນຜິງ ເວົ້າກັບພວກເຂົາເຈົ້າວ່າ:“ຄົນປົກກະຕິແມ່ນສາມາດສ້າງຊີວິດທີ່ມີຄຸນຄ່າໄດ້, ສ່ວນຄົນພິການກໍສາມາດສ້າງຊີວິດທີ່ມີຄຸນຄ່າໄດ້ເຊັ່ນດຽວກັນ.” ຄຳເວົ້າຂອງເພິ່ນໄດ້ເປັນກຳລັງໃຈຢ່າງໃຫຍ່ຫຼວງໃຫ້ກັບພວກເຂົາເຈົ້າ. ຫຼັງຈາກນັ້ນມາ, ສອງຜົວເມຍນີ້ໄດ້ເລີ່ມອ່ານບົດກະວີເພື່ອຜູ້ເຖົ້າຢູ່ໃນໂຮງລ້ຽງຜູ້ເຖົ້າເພື່ອຖ່າຍທອດພະລັງແຮງທາງບວກ, ເຂົາເຈົ້າຍັງໄດ້ເຮັດເຄື່ອງຫັດຖະກຳແລ້ວເອົາໄປຂາຍ ເພື່ອສະສົມເງິນໄປຊ່ວຍເຫຼືອນັກຮຽນນັກສຶກສາຈາກຄອບຄົວທຸກຍາກ, ເຂົາເຈົ້າໄດ້ກາຍເປັນກຳລັງນຳໜ້າໃນການສ້າງຊີວິດທີ່ມີຄຸນຄ່າ.
4,ຍ້ອງຍໍຊົມເຊີຍຄົນພິການທີ່ຊ່ວຍເຫຼືອແລະສະໜັບສະໜູນກັນ
ເດືອນເມສາ ປີ 2018, ທ່ານ ສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນຊິງເຫີຈູ່ເມືອງຊິງຊ່ານນະຄອນອູຮັ້ນແຂວງຫູເປີຍ, ເມື່ອແນມເຫັນນາງ ຕູ້ເສີງເສີງ ທີ່ນັ່ງຢູ່ລໍ້ຍູ້, ເພິ່ນຟ້າວຍ່າງເຂົ້າໄປຫາໂດຍກົ້ມລົງ ເດ່ມືທັງສອງເບື້ອງໄປຈັບມືຂອງນາງຢ່າງແໜ້ນໆ. ເພິ່ນແນມເບິ່ງນາງດ້ວຍຄວາມເມດຕາ, ຮັບຟັງນາງແຈ້ງໃຫ້ຮູ້ກ່ຽວກັບຕົນເອງໄດ້ດຳເນີນວຽກງານໃຫ້ບໍລິການບັນຍາຍຮູບເງົາແກ່ຄົນຕາບອດຄືແນວໃດ, ເພິ່ນໄດ້ຍ້ອງຍໍວ່າ: ນີ້ເປັນວຽກໜຶ່ງທີ່ມີຄຸນປະໂຫຍດຫຼາຍ.

ເວລາກ່າວຄຳອຳລາ, ທ່ານ ສີຈິ້ນຜິງ ໄດ້ເວົ້າກັບນາງ ຕູ້ເສີງເສີງວ່າ “ຂອບໃຈສະຫາຍ”, ສິ່ງນີ້ໄດ້ເຮັດໃຫ້ນາງຕື້ນຕັນໃຈຫຼາຍຈົນນ້ຳຕາຊຶມອອກ. ນາງບອກໃຫ້ຮູ້ໂດຍບໍ່ປິດບັງວ່າ ຕົນເອງເຄີຍພົບກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍໃນເວລາເຮັດວຽກ, ແຕ່ວ່າ ຄຳເວົ້າຂອງທ່ານ ສີຈິ້ນຜິງ ທີ່ວ່າ “ຂອບໃຈສະຫາຍ” ໄດ້ເພີ່ມກຳລັງແຮງໃຈໃຫ້ແກ່ນາງກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວ. ປີ 2020, ພະຍາດໂຄວິດ-19 ແພ່ລະບາດຢ່າງຮຸນແຮງຢູ່ນະຄອນອູຮັ້ນ, ນາງ ຕູ້ເສີງເສີງ ເປັນຄົນອູຮັ້ນ, ນອກຈາກເຮັດວຽກຕາມໜ້າທີ່ຕຳແໜ່ງຂອງຕົນແລ້ວ, ນາງຍັງໃຫ້ບໍລິການດ້ານຈິດຕະສາດຜ່ານທາງອອນລາຍແກ່ເພື່ອນມິດຜູ້ໃຊ້ອິນເຕີເນັດໃນນາມອາສາສະໝັກຕື່ມອີກ. ນາງຫວັງຢາກໝູນໃຊ້ປະສົບການຂອງຕົນເພື່ອເປັນກຳລັງໃຈໃຫ້ແກ່ຜູ້ຄົນຫຼາຍກວ່າເກົ່າໃນການຫຼຸດພົ້ນອອກຈາກເງົາມືດ ແລະ ຮັບຕ້ອນແສງສະຫວ່າງ.

