ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຄຳນັບກຳມະການກົມການເມືອງສູນກາງພັກກອມມູນິດກູບາ

Dec 4, 2025

 

ວັນທີ 3 ທັນວາ 2025, ທີ່ໂຮງແຮມຮໍລິເດອິນ, ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະມາຄົມມິດຕະພາບລາວ-ກູບາ ນຳໂດຍສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບລາວ-ກູບາ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍນາງ ມາຣຕາ ອາຢາລາ ອາວິລາ ( Marta Ayala Avila ) ກຳມະການກົມການເມືອງສູນກາງພັກກອມມູນິດກູບາ, ຜູ້ອຳນວຍການໃຫຍ່ສູນວິສະວະກຳພັນທຸກຳ ແລະ ເຕັກໂນໂລຊີຊີວະພາບກູບາ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນການປະກອບສ່ວນສຳຄັນທີ່ສຸດໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.


ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ຕີລາຄາສູງຕໍ່ການນໍາພາຂອງພັກກອມມູນິດກູບາ ໃນການນໍາພາປະຊາຊົນປົກປັກຮັກສາ, ເສີມຂະຫຍາຍໝາກຜົນຂອງການປະຕິວັດກູບາ ແລະ ນໍາພາສ້າງສາພັດທະນາປະເທດຊາດຢ່າງຕໍ່ເນື່ອງ; ພ້ອມນັ້ນ, ຍັງສະແດງຄວາມຍິນດີ ແລະ ພາກພູມໃຈ ທີ່ສາຍພົວພັນຮ່ວມມື ລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ໄດ້ລາຍງານການພົວພັນຮ່ວມມື ແລະ ການເຄື່ອນໄຫວລະຫວ່າງສະມາຄົມມິດຕະພາບ ລາວ-ກູບາ, ກູບາ-ລາວ ໂດຍຫຍໍ້ ຊຶ່ງສອງສະມາຄົມມິດຕະພາບ ມີກົນໄກປະສານງານ, ພົບປະແລກປ່ຽນ, ໄປມາຫາສູ່, ມີການປະສານສົມທົບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ; ໄດ້ເຂົ້າຮ່ວມເຄື່ອນໄຫວ ແລະ ສ້າງກິດຈະກໍາຮ່ວມກັບສະຖານທູດກູບາ ປະຈຳລາວ ໂດຍສະເພາະຈັດປາຖະກະຖາເລົ່າມູນເຊື້ອໃນໂອກາດວັນສຳຄັນຂອງກູບາ.


ສຳລັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນກູບາ ໄດ້ມີການພົວພັນກັນຢ່າງປົກກະຕິຕໍ່ເນື່ອງ; ພິເສດ, ທ້າຍປີ 2024 ສະຫາຍ ເອັດສະເຕບານ ຣາໂຊ ເຮີນານເດັສ ກຳມະການກົມການເມືອງສູນການພັກກອມມູນິດກູບາ, ປະທານສະພາແຫ່ງຊາດອຳນາດປະຊາຊົນກູບາ ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢ່າງເປັນທາງການ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ກູບາ ຢູ່ ສປປລາວ, ພ້ອມທັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອຳນາດປະຊາຊົນກູບາ ສະບັບໃໝ່. ນອກນັ້ນ, ສອງຝາຍຍັງໄດ້ແລກປ່ຽນການຢ້ຽມຢາມຂອງຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຢ່າງປົກກະຕິ, ພ້ອມທັງແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນແລະກັນ ໃນໂອກາດວັນສຳຄັນຂອງຊາດ ແລະ ສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ

ຂ່າວ: ບຸນຍັງ
ພາບ: ສອນສັກ