ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມືຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”

Dec 4, 2025

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນຕອນບ່າຍວັນທີ 3 ທັນວາ 2025 ຢູ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ຫຼື ICTC ນະຄອນຫຼວງວຽງຈັນ. ພາຍໃຕ້ກາຍເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟາມມິງຈິງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ, ພ້ອມດ້ວຍບັນດານັກທຸລະກິດລາວ-ຫວຽດນາມ ປະມານ 500 ຄົນ.


ກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ສະຫາຍເລຂາທິການໃຫຍ່ ປະທານປະເທດ ຂອງ 2 ປະເທດ ລົງນາມໃນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025), ການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/2025) ແລະ ການສະເຫຼີມສະຫຼອງວັນສະຖາປະນາ ສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກະມະການຮ່ວມມື ລາວ-ຫວຽດນາມ ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ຮູ້ວ່າ: ລັດຖະບານລາວ ໄດ້ຖືສໍາຄັນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ ເປັນຕົ້ນ: ການປັບປຸງບັນດາຂອດຂັ້ນໃນການພິຈາລະນາອະນຸມັດ ແລະ ການຄຸ້ມຄອງການລົງທຶນ ໃຫ້ມີປະສິດທິພາບ ປະສິດທິຜົນ, ພົ້ນເດັ່ນແມ່ນໄດ້ສຳເລັດການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃນທ້າຍປີ 2024 ໂດຍໄດ້ກໍານົດ 9 ກຸ່ມຂະແໜງການ ທີ່ໄດ້ຮັບນະໂຍບາຍສົ່ງເສີມ ເປັນຕົ້ນແມ່ນ ການຍົກເວັ້ນອາກອນກຳໄລ, ການຍົກເວັ້ນຄ່າເຊົ່າ ຫຼື ຄ່າສໍາປະທານດິນຂອງລັດ, ການຍົກເວັ້ນພາສີສໍາລັບການນໍາເຂົ້າວັດຖຸປະກອນທີ່ບໍ່ສາມາດສະໜອງຢູ່ພາຍໃນປະເທດ, ພາຫານະກົນຈັກຮັບໃຊ້ການຜະລິດໂດຍກົງ ແລະ ໄດ້ກຳນົດອັດຕາໃຫ້ນະໂຍບາຍຂຶ້ນກັບຂະແໜງການ ແລະ ຈຸດທີ່ຕັ້ງຂອງໂຄງການ, ພ້ອມທັງ ໃຫ້ນະໂຍບາຍພິເສດສໍາລັບການພັດທະນານິຄົມອຸດສາຫະກຳ ແລະ ເຂດເຕັກໂນໂລຊີລະດັບສູງ ເພື່ອສົ່ງເສີມການຜະລິດທີ່ເປັນລະບົບຕ່ອງໂສ້ ເຊື່ອມໂຍງກັບຖານການຜະລິດຂອງພາກພື້ນ ແລະ ສາກົນ.


ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ຕື່ມວ່າ: ສະເພາະ 10 ເດືອນ ປີ 2025 ໄດ້ອະນຸມັດການລົງທຶນໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນກິດຈະການສຳປະທານ ແລະ ບັນຊີກິດຈະການຄວບຄຸມທັງໝົດ 95 ໂຄງການ, ມີມູນຄ່າອະນຸມັດທັງໝົດ 5 ຕື້ກວ່າໂດລາ, ເມື່ອທຽບໃສ່ການລົງທຶນໝົດໃນປີ 2024 ເຫັນວ່າມີທ່າອ່ຽງເພີ່ມຂຶ້ນເກືອບ 2 ເທົ່າ. ສ່ວນການລົງທຶນຈາກຫວຽດນາມໄດ້ກະຈາຍຢູໃນບັນດາຂະແໜງການສໍາຄັນ ເປັນຕົ້ນ:ຂະແໜງພະລັງງານໄຟຟ້າ, ຂະແໜງບໍ່ແຮ່ ແລະ ກະສິກຳ. ສະເພາະປີ 2025 ໄດ້ອະນຸມັດການລົງທຶນຈາກຫວຽດນາມ 2.5 ຕື້ໂດລາ ສົມທຽບກັບປີ 2024 ເພີ່ມຂຶ້ນ 59,9%.
ຕອນທ້າຍ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຈັດຕັ້ງກອງປະຊຸມຂອງສອງປະເທດ ທີ່ໄດ້ຮ່ວມກັນເປັນເຈົ້າການໃນການກະກຽມ ແລະ ຈັດກອງປະຊຸມຄັ້ງນີ້ຂຶ້ນ ຢ່າງສະຫງ່າງາມ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ ເວົ້າລວມ ເວົ້າສະເພາະການສົ່ງເສີມການລົງທຶນພາກເອກະຊົນໃຫ້ມີເງື່ອນໄຂ ແລະ ກາລະໂອກາດ ອັນສໍາຄັນໃນການພົບປະແລກປ່ຽນ ເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ໃຫ້ໄດ້ຮັບໝາກຜົນ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງເຊື້ອເຊີນວິສາຫະກິດຂອງ “ຫວຽດນາມ ແລະ ລາວ ສືບຕໍ່ສຶກສາໂອກາດໃນການຂະຫຍາຍການລົງທຶນຢູ່ໃນ ສປປ ລາວ ເພື່ອໃຫ້ການຮ່ວມມືລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະສາຍພົວພັນອັນເລິກເຊິ່ງທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜ.


ໃນໂອກາດດຽວກັນນີ້, ທ່ານ ຟ້າມມິງຈິງ ໄດ້ຍ້ອງຍໍ ຊົມເຊີຍ ລັດຖະບານລາວ ທີ່ຍາດໄດ້ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ໄດ້ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂອງຫວຽດນາມ ຂະຫຍາຍການລົງທຶນມາຍັງ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້, ຍັງໄດ້ຈັດພິທີມອບ-ຮັບ ແລະ ແລກປ່ຽນເອກະສານວຽກງານລົງທຶນທັງໝົດ 8 ບໍລິສັດ ຊຶ່ງເປັນສັນຍາລັກທີ່ເປັນຮູບປະທໍາໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ 2 ປະເທດ.