ວັນທີ 2 ທັນວາ 2025, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະ ພັນຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
ໃນໂອກາດດັ່ງກ່າວ,ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການນໍາ ກໍຄື ລັດຖະບານຣັດເຊຍ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຂອງສປປ ລາວໃນຄັ້ງນີ້, ເປັນການສະແດງເຖິງການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ. ທັງເປັນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບໃກ້ຊິດ ແລະ ກ້າວສູ່ລວງເລິກ. ຝ່າຍລາວ ໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນທີ່ຍາມໃດ ຝ່າຍຣັດເຊຍກໍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວຕະຫຼອດມາ ທັງໃນໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແລະ ທ່ານ ນາງ ວາເລັນຕີນາ ມັດວິເຢນໂກ ປະທານສະພາສູງແຫ່ງ ສ ຣັດເຊຍ.ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດລາວ-ຣັດເຊຍໃນພາກພື້ນອາຊີ-ປາຊີຟິກ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍລົງເລິກຢ່າງມີປະສິດທິຜົນໃນຫຼາຍດ້ານ ເປັນຕົ້ນ: ການພົວພັນດ້ານການເມືອງຢູ່ໃນລະດັບເລິກເຊິ່ງ,ມີການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ, ມີການແລກປ່ຽນຄະນະຜູ້ແທນນໍາກັນໃນຫຼາຍລະດັບ, ມີການພົບປະເປິກສາຫາລືແບບເຊິ່ງໜ້າ ແລະ ແບບທາງໄກເພື່ອແລກປ່ຽນທັດສະນະຕໍ່ບັນຫາການພົວພັນສອງຝ່າຍ, ບັນຫາພາກພື້ນ ແລະ ສາກົນ, ລວມທັງບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເສີມຂະຫຍາຍເປັນກ້າວໆ; ການຮ່ວມມືດ້ານລັດຖະສະພາ ໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນ,ມີການເຂົ້າຮ່ວມກິດຈະກໍາຂອງກັນແລະກັນຢ່າງຕັ້ງໜ້າ ແລະ ສະໜັບ ສະໜູນເຊິ່ງກັນແລະກັນ ໃນເວທີສາກົນ; ການພົວພັນຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ທະນາຄານ, ໂທລະຄົມມະນາຄົມ-ຂົນສົ່ງ, ພະລັງງານ,ບໍ່ແຮ່ ແລະ ດ້ານອື່ນໆ ມີຄວາມຄືບໜ້າ ແລະ ໄດ້ຮັບຜົນດີ.

ພ້ອມກັນນີ້,ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ ແລະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນນໍາກັນໃນຕໍ່ໜ້າ ໂດຍການນໍາໃຊ້ທ່າແຮງບົ່ມຊ້ອນ ທີ່ມີຢູ່ແລ້ວຂອງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພິເສດ, ປີນີ້ກໍເປັນປີທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງການພົວພັນສອງຝ່າຍ ຄື:ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບລາວ-ຣັດ ເຊຍ, ຣັດເຊຍ-ລາວ.
ໃນໂອກາດດຽວກັນ,ທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງ ແຫ່ງ ສ ຣັດເຊຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ສ ຣັດເຊຍ ສະແດງຄວາມຊົມເຊີຍຢ່າງສຸດໃຈເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງຢືນຢັນວ່າ: ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນການພົບປະທາງການຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານ ແລະ ສັນຍາທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນໃຫ້ປາກົດຜົນເປັນຈິງໃນອະນາຄົດ.
ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ.


