ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

Dec 5, 2025

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຈັດກອງປະຊຸມຝຶກອົບໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V ລະຫວ່າງວັນທີ 4-5 ທັນວາ 2025 ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
No photo description available.
ໃນການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານເພີ່ມທະວີນຳພາແນວຄິດເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ສະເໜີໂດຍທ່ານ ຈະເລີນ ເຢຍປາວເຮີ, ເອກະສານເນື້ອໃນສຳຄັນຂອງກົດໝາຍວ່າດວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານການຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະເໜີໂດຍ ທ່ານ ສຸບັນ ສະວະບຸດ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ກຳມະການອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ, ເອກະສານ ຄຳຖາມ-ຄຳຕອບ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຄຳຖາມ-ຄຳຕອບ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຄຳຖາມ-ຄຳຕອບກ່ຽວກັບລະບຽບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດວ່າດ້ວຍການໂຄສະນາ, ປຸກລະດົມຂະບວນການ, ສະເໜີໂດຍ ທ່ານ ຈະເລີນ ເຢຍປາວເຮີ, ເອກະສານຄຳແນະນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະເໜີໂດຍ ພົນຕີ ວົງສັກ ພັນທະວົງ ກຳມະການອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະກຳມະການເລືອກຕັ້ງລະດັບຊາດ, ເອກະສານຄຳແນະນຳກ່ຽວກັບລະບຽບການຄຸ້ມຄອງງົບປະມານຮັບໃຊ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະເໜີໂດຍ ທ່ານ ສົມມາດ ພົນເສນາ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຫົວໜ້າອະນຸກຳມະການບໍລິຫານ, ພິທີການ ແລະ ງົບປະມານ.
ຈຸດປະສົງໃນການຝຶກອົບຮົມຄັ້ງນີ້, ເພື່ອເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ແລະ ເຜີຍ ແຜ່ບັນດາເອກະສານຕົ້ນຕໍກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ການນໍາ ແລະ ພະນັກງານຫຼັກແຫຼ່ງຂັ້ນສູນກາງ ເພື່ອໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.
ຂ່າວ-ພາບ: ສຳນານ