ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດຈີນຍັງຢູ່ໃນຖານະໂດດເດັ່ນທ່າມກາງການປ່ຽນແປງໄປສູ່ພະລັງງານສີຂຽວທົ່ວໂລກຍັງອ່ອນແອ

Dec 6, 2025

ບໍລິສັດຈີນຍັງຢູ່ໃນຖານະໂດດເດັ່ນທ່າມກາງການປ່ຽນແປງໄປສູ່ພະລັງງານສີຂຽວທົ່ວໂລກຍັງອ່ອນແອ

 

(ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງການກໍ່ຕັ້ງຂໍ້ຕົກລົງໂລກ ແຫ່ງ ສປຊ (UNGC) ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 2 ທັນວາປີ 2025, ບັນດາບໍລິສັດ ແລະ ສະຖາບັນຄົ້ນຄວ້າຂອງຈີນ ໄດ້ເຂົ້າຮ່ວມບັນດາກຸ່ມຊ່ຽວຊານເວທີການເຄື່ອນໄຫວໜຶ່ງແລວທາງໜຶ່ງເສັ້ນ ທາງໃນດ້ານຄົມມະນາຄົມ, ການເງິນ, ການປະຕິບັດຕາມ, ການແພດ ແລະ ລະບົບນິເວດຄຸນຄ່າສັງຄົມແບບຍືນຍົງ. ພາບປະກອບໂດຍ UNGC)

ຢູ່ປະເທດປາກິດສະຖານ, ໄຟຟ້າພະລັງງານແສງຕາເວັນທີ່ຈີນບໍລິຈາກ ກຳລັງຈະໃຫ້ແສງສະ ຫວ່າງຕາມຖະໜົນໃນນະຄອນກາຣາຊີທີ່ຂາດເຂີນພະລັງງານ ເພື່ອໃຫ້ປະຊາຊົນເບິ່ງເຫັນ ແລະ ມີຄວາມປອດໄພໃນຕອນກາງຄືນ. ຢູ່ປະເທດກາຊັກສະຖານ, ລະບົບຕິດຕາມ ແລະ ແຈ້ງເຕືອນລ່ວງໜ້າສຳລັບໄພແຫ້ງແລ້ງ ແລະ ສັດຕູພືດທີ່ພັດທະນາຮ່ວມກັບຈີນ ໄດ້ສ້າງເຄືອຂ່າຍທີ່ລວມເອົາຂໍ້ມູນຈາກອາກາດ, ອະວະກາດ ແລະ ພື້ນດິນ ເຊິ່ງປັດຈຸບັນໄດ້ຮັບການຍອມຮັບວ່າ ເປັນເຄື່ອງມືປ້ອງກັນໄພພິ ບັດທີ່ທັນສະໄໝທີ່ສຸດໃນເຂດອາຊີກາງ.

ຄວາມພະຍາຍາມຂອງຈີນໃນການປ່ຽນໄປສູ່ການພັດທະນາແບບຍືນຍົງຍັງກຳລັງສືບຕໍ່ເລັ່ງຄວາມໄວຂຶ້ນ, ດຶງດູດຄວາມສົນໃຈໃໝ່ຈາກນັກລົງທຶນສາກົນ, ເຖິງວ່າຕະຫຼາດການເງິນສີຂຽວທົ່ວໂລກມີສັນຍານຂອງການຂະຫຍາຍຕົວຊ້າລົງກໍຕາມ. ອີງຕາມຂໍ້ມູນຫຼ້າສຸດຈາກກຸ່ມຕະຫຼາດຫຼັກຊັບລອນດອນຂອງອັງກິດ ສະແດງໃຫ້ເຫັນວ່າ ພາຍໃນທ້າຍເດືອນຕຸລາປີນີ້, ການອອກພັນທະບັດສີຂຽວທົ່ວໂລກຫຼຸດລົງຈາກປີກາຍ 11%, ແຕ່ຈີນເດີນໄປໃນທິດທາງທີ່ກົງກັນຂ້າມ ເພາະໄດ້ເພີ່ມການອອກພັນທະບັດສີຂຽວຂຶ້ນ 92%, ຄິດເປັນມູນຄ່າ 101,8 ຕື້ໂດລາ, ກວມເອົາປະມານ 20% ຂອງຍອດ ລວມທົ່ວໂລກ. ອີງຕາມຂໍ້ມູນຈາກ Wind ເຊິ່ງເປັນຜູ້ໃຫ້ບໍລິການຂໍ້ມູນ ແລະ ເຄື່ອງມືວິເຄາະດ້ານການເງິນຂອງຈີນ, ສະຖາບັນການເງິນໄດ້ອອກພັນທະບັດສີຂຽວຫຼາຍກວ່າ 240 ຄັ້ງໃນປີນີ້, ມີມູນຄ່າລວມຫຼາຍກວ່າ 640 ຕື້ຢວນ (ຫຼາຍກວ່າ 90 ຕື້ໂດລາ) ເພີ່ມຂຶ້ນປະມານສອງເທົ່າຂອງປະລິມານທີ່ບັນທຶກໄວ້ໃນປີ 2024.

ການລົງທືນແບບຍືນຍົງກຳລັງຂັບເຄື່ອນຜະລິດຕະພັນທີ່ລໍ້າສະໄໝທີ່ສຸດໃນໂລກບາງສ່ວນ,ຕັ້ງແຕ່ຫຸ່ນຍົນຕັດຫຍ້າອັດສະລິຍະທຳອິດທີ່ເປັນກາງທາງກາກບອນ ຈົນເຖິງວິທີການຜະລິດຊີມັງທີ່ສະ ອາດຂຶ້ນເຊິ່ງປ່ຽນຂີ້ເຫຍື້ອແຂງໃຫ້ເປັນຊັບພະຍາກອນທີ່ນຳໃຊ້ໄດ້ ແລະ ບັນລຸຄວາມເປັນກາງທາງກາກບອນໂດຍຜ່ານການດັກຈັບ, ການນຳໃຊ້ປະໂຫຍດ ແລະ ການກັກເກັບກາກບອນ (CCUS).

ທ່ານ ຊົງ ຈື້ຜິງ ປະທານສະມາຄົມບໍລິສັດມະຫາຊົນຈີນ ກ່າວໃນກອງປະຊຸມຢູ່ນະຄອນຫຼວງປັກກິ່ງຂອງຈີນ ເພື່ອສະເຫຼີມສະຫຼອງ ຄົບຮອບ 25 ປີ ຂອງການກໍ່ຕັ້ງ UNGC ເຊິ່ງຈັດຂຶ້ນໃນວັນທີ 2 ທັນວາ 2025 ວ່າ: “ການປ່ຽນແປງໄປສູ່ການປະສົມປະສານການພິຈາລະນາດ້ານຄວາມຍືນຍົງເຂົ້າໃນການຄຸ້ມຄອງດູແລ, ຍຸດທະສາດ ແລະ ຂະບວນການດໍາເນີນງານ ສະແດງເຖິງການປ່ຽນແປງທີ່ສຳຄັນໃນວິທີທີ່ບໍລິສັດໃຫຍ່ໆ ຈັດຕັ້ງ ແລະ ລາຍງານກິດຈະກຳຂອງພວກເຂົາ”.  ສະມາຄົມດັ່ງກ່າວລາຍງານວ່າ: ມີບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ A-Share ຈໍານວນ 2,481 ແຫ່ງ ໄດ້ເຜີຍ ແຜ່ບົດລາຍງານຄວາມຍືນຍົງສໍາລັບປີ 2024 ແລ້ວ ເຮັດໃຫ້ອັດຕາການເປີດເຜີຍຂໍ້ມູນສູງເຖິງ 46%. ບໍລິສັດເຫຼົ່ານີ້ກວມເອົາປະມານ 70% ຂອງມູນຄ່າຕະຫຼາດທັງໝົດຂອງການຈົດທະບຽນ A-Share ທັງໝົດ ເຊິ່ງຫມາຍຄວາມວ່າການລາຍງານ ESG (ສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານຈັດ ການ) ໄດ້ກາຍເປັນແນວທາງປະຕິບັດມາດຕະຖານໃນບໍລິສັດມະຫາຊົນຂະໜາດໃຫຍ່ທີ່ຊື້ຂາຍໃນຕະ ຫຼາດຫຼັກຊັບແລ້ວ.

ທ່ານ ຊົງ ຈື້ຜິງ ໃຫ້ຮູ້ອີກວ່າ: “ໃນບັນດາບໍລິສັດທີ່ລາຍງານ, ມີ 67,3% ທີ່ໄດ້ສ້າງຕັ້ງໂຄງສ້າງການບໍລິຫານໂດຍສະເພາະສຳລັບວຽກງານຄວາມຍືນຍົງ, ມີ 63,9% ທີ່ເປີດເຜີຍຂໍ້ມູນດ້ານຍຸດທະສາດ ແລະ ມີ 44% ທີ່ໄດ້ກໍານົດເປົ້າໝາຍດ້ານຄວາມຍືນຍົງແບບປະລິມານ”. ຜົນປະກອບການຂອງບໍລິສັດ ສະແດງໃຫ້ເຫັນລະດັບຄວາມຕ້ານທານ. ໃນສາມໄຕມາດຕົ້ນຂອງປີນີ້, 17 ໃນ 19 ປະເພດອຸດສາຫະກໍາຕົ້ນຕໍທີ່ມີການບັນທຶກກໍາໄລ ໂດຍການຜະລິດແບບທັນສະໄໝຂັ້ນສູງໄດ້ຮັບການເນັ້ນ  ໜັກເປັນພື້ນທີ່ທີ່ມີການເຕີບໂຕ. ທ່ານ ຊົງ ແບ່ງປັນຕື່ມວ່າ ທົ່ວຕະຫຼາດ, ການໃຊ້ຈ່າຍດ້ານຄົ້ນຄວ້າ ແລະ ພັດທະນາໄດ້ເກີນ 1,000 ຕື້ຢວນເປັນເວລາສາມປີຕິດຕໍ່ກັນ.

ອັນດັບ ESG ສຳລັບບໍລິສັດຈີນ ກໍໄດ້ຮັບການປັບປຸງດີຂຶ້ນເຊັ່ນດຽວກັນ. ມາຮອດທ້າຍປີ 2024, ປະມານໜຶ່ງສ່ວນສາມຂອງບໍລິສັດທີ່ຈົດທະບຽນໃນຊຽງໄຮ້ ແລະ ເສີນເຈີ້ນຂອງຈີນ ໄດ້ຮັບການປັບອັນດັບຂຶ້ນຈາກບໍລິສັດຈັດອັນດັບ ແລະ ອັດຕາສ່ວນຂອງບໍລິສັດໃນກຸ່ມອັນດັບທີ່ສູງຂຶ້ນ (AAA ແລະ AA ໃນລະດັບໂລກ) ເພີ່ມຂຶ້ນເປັນ 7,2%, ເຊິ່ງເປັນການປ່ຽນແປງທີ່ສັງເກດເຫັນໄດ້ຊັດຈາກ 5 ປີກ່ອນເມື່ອເລກດັ່ງກ່າວເປັນສູນເກືອບທັງໝົດ. ທ່ານ ຊົງ ຈື້ຜິງ ກ່າວເອີກວ່າ: “ບໍລິສັດຕ່າງໆ ກຳລັງມີຄວາມກະຕືລືລົ້ນຫຼາຍຂຶ້ນໃນການສື່ສານຍຸດທະສາດທີ່ກ່ຽວຂ້ອງກັບຄວາມຍືນຍົງໃນການສະເຫຼີມສະຫຼອງຜົນປະກອບການ ຫຼື ຜົນກຳໄລ, ການແນະນໍາເສັ້ນທາງລົງທຶນ ແລະ ການເຂົ້າເຖິງນັກລົງທຶນ, ຄວາມໂປ່ງໃສທີ່ເພີ່ມຂຶ້ນນີ້ກຳລັງກາຍເປັນປັດໄຈທີ່ສຳຄັນຫຼາຍຂຶ້ນສຳລັບນັກລົງທຶນທົ່ວໂລກໃນການປະເມີນມູນຄ່າໃນໄລຍະຍາວ”.

ອີງຕາມບົດລາຍງານການສຳຫຼວດສິດທິບັດຈີນປີ 2024, ເກືອບເຄິ່ງໜຶ່ງຂອງວິສາຫະກິດຈີນໄດ້ດຳເນີນການ ຫຼື ວາງແຜນທີ່ຈະດຳເນີນການດ້ານນະວັດຕະກຳເຕັກໂນໂລຊີສີຂຽວແລ້ວ. ໃນໄລຍະທົດສະວັດທີ່ຜ່ານມາ, ຈີນໄດ້ຊ່ວຍຫຼຸດຕົ້ນທຶນລະດັບດຽວກັນທົ່ວໂລກຂອງພະລັງງານລົມ ແລະ ພະລັງານແສງຕາເວັນລົງເກືອບ 60% ແລະ 80% ຕາມລໍາດັບ. ອຸດສາຫະກໍາດັ້ງເດີມກໍມີການກ້າວກະໂດດຄັ້ງສໍາຄັນ ເຊັ່ນ: ເສັ້ນການຜະລິດໂລຫະດ້ວຍໄຮໂດຣເຈນ 1 ລ້ານໂຕນ ແລະ ໂຮງງານອໍາໂມເນຍສີຂຽວຂະໜາດ 300,000 ໂຕນ, ປັດຈຸບັນໄດ້ສ້າງສໍາເລັດການປະສົມປະສານເຕັມຂະບວນການແລ້ວ ແລະ ໂຄງການດັກຈັບ, ການໃຊ້ປະໂຫຍດ ແລະ ກັກເກັບກາກບອນຂະໜາດ 1 ລ້ານໂຕນ ໄດ້ເຊື່ອມຕໍ່ກັບລະບົບແລ້ວ.

ອຸດສາຫະກໍາການຂົນສົ່ງທີ່ໂດດເດັ່ນໃນການຂັບເຄື່ອນພາກປະຕິບັດທີ່ຍືນຍົງທົ່ວໂລກ. ທ່ານ ເຊຍ ຮຸຍ, ຮອງຜູ້ອຳນວຍການສູນນະວັດຕະກຳ ແລະ ຄວາມຮູ້ດ້ານການຂົນສົ່ງທີ່ຍືນຍົງລະດັບໂລກ ທີ່ຢູ່ພາຍໃຕ້ກະຊວງຄົມມະນາຄົມຈີນ ໄດ້ເປີດເຜີຍໃນພິທີສະເຫຼີມສະຫຼອງ 25 ປີ ຂອງການກໍ່ຕັ້ງ UNGC ວ່າ ໃນແຜນການຈັດຕັ້ງປະຕິບັດດ້ານການຂົນສົ່ງທີ່ຍືນຍົງລະດັບໂລກທີ່ສະຫະປະຊາຊາດຈະເຜີຍແຜ່ໃນວັນທີ 10 ທັນວາ 2025 ສໍາລັບທົດສະວັດການຂົນສົ່ງທີ່ຍືນຍົງ (2026-2035) ນັ້ນ, ຂໍ້ສະເໜີ 7 ຂໍ້ ຂອງຈີນໄດ້ຮັບການຮັບເອົາທັງໝົດ.

ທ່ານ ເຊຍ ຮຸຍ ກ່າວຕື່ມວ່າ: “ສິ່ງເຫຼົ່ານີ້, ລວມທັງໂຄງຮ່າງສຳລັບລະບົບການຂົນສົ່ງທີ່ຍືນຍົງ, ການຮວບຮວມກໍລະນີສຶກສາ, ຄູ່ຮ່ວມງານດ້ານການຂົນສົ່ງສິນຄ້າ, ລົດໄຟຟ້າທີ່ປ່ອຍກາກບອນບອນສູນ ແລະ ອື່ນໆ” ຂະນະທີ່ “ຂອບເຂດໃນອະນາຄົດທີ່ສຳຄັນ, ລວມທັງການປັບປຸງຄວາມສາມາດໃນການເຮັດວຽກຮ່ວມກັນລະຫວ່າງປະເທດຂອງມາດຕະຖານທາດ້ານເຕັກນິກທີ່ກ່ຽວຂ້ອງກັບການຂົນ ສົ່ງ, ການສ້າງຊັບພະຍາກອນຄວາມຮູ້ຮ່ວມກັນ ແລະ ການສະໜັບສະໜູນໂຄງການສາທິດ.” ພ້ອມນີ້ທ່ານໄດ້ກ່າວເນັ້ນວ່າ “ຈີນມີເປົ້າໝາຍທີ່ຈະປັບປຸງປະສົບການພາຍໃນປະເທດໃນດ້ານການພັດທະນາການຂົນສົ່ງໃຫ້ເປັນສິນຄ້າສາທາລະນະຂອງໂລກ”.