ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງໂຄສະນາ ແລະ ສື່ມວນຊົນ ລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

Dec 8, 2025

ຄະນະຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງໂຄສະນາ ແລະ ສື່ມວນຊົນລາວ ນໍາໂດຍທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໃນວັນທີ 4 ທັນວາ 2025 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ພ້ອມດ້ວຍຄະນະບັນນາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງ.
May be an image of text May be an image of one or more people, dais and text
ພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຄະນະຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ແລະໂຄສະນາລາວ, ພ້ອມທັງຢືນຢັນວ່າ: ການມາຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາຍີ່ງໆຂື້ນ. ພ້ອມນີ້ທ່ານຍັງແຈ້ງໃຫ້ຮູ້ວ່າ: ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນກົມກອງປະກອບອາວຸດໜຶ່ງ ທັງເຮັດຂ່າວ ແລະ ເຮັດໜ້າທີ່ກຽມພ້ອມສູ້ຮົບ, ຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍັງເປັນໜຶ່ງໃນບັນດາໜັງສືພິມການເມືອງທີ່ມີຊື່ສຽງຢູ່ແຖວໜ້າໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ປະຕິບັດໜ້າທີ່ໂຄສະນາກ່ຽວກັບສອງໜ້າທີ່ຍຸດທະສາດຄື: ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ປະກອບມີຫຼາຍຜະລິດຕະພັນເປັນຕົ້ນ: ໜັງສືພິມລາຍວັນ, ລາຍອາທິດ, ລາຍເດືອນ ແລະ ໜັງສືພິມເອເລັກໂຕຣນິກ ມີ 6 ພາສາຄື: ຫວຽດນາມ, ອັງກິດ, ຈີນ, ລາວ, ກຳປູເຈຍ ແລະ ຣັດເຊຍ ໂດຍໄດ້ເປັນເຈົ້າການຫັນສູ່ລະບົບດິຈິຕອນ ສ້າງເວັບໄຊໃນສື່ສັງຄົມອອນລາຍເຊັ່ນ: ເຟສບຸກ, ຢູທູບ, ຊາໂລ ແລະ ຕິກຕ໋ອກ ເພື່ອຕອບສະໜອງຂໍ້ມູນຂ່າວສານໃຫ້ສັງຄົມຢ່າງທົ່ວເຖິງ.
May be an image of dais and text May be an image of text
ໃນໂອກາດນີ້, ທ່ານ ເປັງ ລາດຄໍາພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ສະແດງຄວາມຂອບໃຈມາຍັງໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ສ້າງເງື່ອນໄຂສະດວກໃຫ້ຄະນະຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນລາວ ໃນການມາຊອກຮູ້ ແລະແລກປ່ຽນວິຊາສະເພາະ ພ້ອມທັງຫວັງວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ອົງການສື່ມວນຊົນລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງກໍ່ສ້າງພະນັກງານ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນວິຊາສະເພາະເພື່ອປະຕິບັດໜ້າທີ່ໂຄສະນາຂອງອົງການສື່ມວນຊົນສອງປະເທດໃຫ້ດີກວ່າເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງຍືນຍົງຕະຫຼອດໄປ.
May be an image of one or more people and text May be an image of text