ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ໄດ້ກຳນົດໃຫ້ມີການຊີງໄຊເຖິງ 516 ຫຼຽນ, ໃນນັ້ນ ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ ຈາກ 9 ປະເພດກິລາ.
ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ທົ່ວປະເທດ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຈັດຂຶ້ນ ໃນວັນທີ 8 ທັນວາ 2025 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳກຳມະການເຕັກນິກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ເນື້ອໃນວຽກງານຕ່າງໆ ໂດຍສະເພາະພື້ນຖານໂຄງລ່າງສະໜາມຈັດການແຂ່ງຂັນ ໄດ້ນຳໃຊ້ສະໜາມແຂ່ງຂັນກິລາ ທີ່ໃຊ້ຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງທີ XII ໃນເດືອນພະຈິກຜ່ານມາ. ການຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ກໍານົດເອົາ 9 ປະເພດກິລາ ຄື: ຍົກນໍ້າໜັກຄົນພິການ, ລອຍນໍ້າຄົນພິການ, ແລ່ນ-ລານຄົນພິການ, ໂກນບານຄົນພິການ, ບານບ້ວງລໍ້ເລື່ອນຄົນພິການ, ບານເຕະຄົນພິການຕາ 5 ຄົນ, ບ໊ອດເຊຍຄົນພິການ, ດອກປີກໄກ່ຄົນພິການ, ຟັນດາບຄົນພິການ ແລະ ມີລະດັບຄວາມເປັນພິການ ທີ່ແຕກຕ່າງກັນ ຊຶ່ງມີການຊີງໄຊຫຼຽນຄຳ 172 ຫຼຽນ, ຫຼຽນເງິນ 172 ຫຼຽນ, ຫຼຽນທອງ 172 ຫຼຽນ, ຈະເລີ່ມແຂ່ງຂັນລະຫວ່າງວັນທີ 14-19 ທັນວາ 2025.

ນະຄອນຫຼວງວຽງຈັນ ພາຣາເກມ 2025 ໄດ້ກຳນົດເອົາສະໜາມກິລາໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) ຈຳນວນ 6 ສະໜາມເປັນບ່ອນແຂ່ງຂັນ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່. ສ່ວນກິລາລອຍນໍ້າແມ່ນແຂ່ງຂັນຢູ່ສະລອຍນ້ຳສະໜາມກິລາແຫ່ງຊາດຫຼັກ 16.
ພາບ-ຂ່າວ: ສົງການ ພັນແພງດີ


