ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 11 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍານະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນໄປເປັນເວລາ 02 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ເປິກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນຢູ່ສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາການຕັ້ງດ່ານເກັບເງິນຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ນັບແຕ່ກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ນັບແຕ່ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ).
ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ.
ຮ່າງດຳລັດວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ.
ຮ່າງດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ.
ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ.
ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ.
ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ.
ຮ່າງດຳລັດ ວ່າດ້ວຍຝຸ່ນ.

ໃນໂອກາດມີຄຳເຫັນໄຂກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະຄວາມຂັດແຍ້ງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະອື່ນໆ. ຊຶ່ງບັນຫາຫຼົ່ານີ້, ຍັງຈະສືບຕໍ່ເປັນສິ່ງທ້າທາຍ, ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມອີກ.
ສໍາລັບຢູ່ປະເທດລາວ ແນ່ນອນວ່າ ຈະບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫຼາຍກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.


