ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ຕ້ອນຮັບເລຂາທິການສະພາຄວາມໝັ້ນຄົງ ສ ຣັດເຊຍ

Dec 15, 2025

ວັນທີ 12 ທັນວາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 10-12 ທັນວາ 2025.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ ຣັດເຊຍ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງ ຢູ່ພາກພື້ນອາຊີ-ປາຊີຟິກ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຣັດເຊຍ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງໜັກແໜ້ນ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ.
May be an image of dais and the Oval Office
ພາຍຫຼັງສຳເລັດການຢ້ຽມຂໍ່ານັບ, ພົນເອກ ເຊີເກ ໂຊຍກູ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສ ຣັດເຊຍ ປະດັບຫຼຽນ ອາເລັກຊານເດີ ເນັບສະກີ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ຊຶ່ງຫຼຽນດັ່ງກ່າວ ເປັນຫຼຽນສູງສຸດຂອງຣັດເຊຍ ທີ່ຖືກນຳໃຊ້ຢ່າງເປັນທາງການ ນັບແຕ່ສະໄໝຈັກກະພົບ ຣັດເຊຍ, ອະດີດສະຫະພາບໂຊໂວດ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ ຊຶ່ງເປັນຫຼຽນສູງສຸດຂອງປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ. ການປະດັບຫຼຽນຄັ້ງນີ້, ເປັນຂີດໝາຍ ແລະ ສັນຍະລັກແຫ່ງການພົວພັນມິດຕະພາບ ລະຫວ່າງ ລາວ-ຣັດເຊຍ ທີ່ມີມາແຕ່ຍາວນານ ທັງເປັນການສັນລະເສີນຕໍ່ຜົນງານຂອງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.
May be an image of one or more people and text that says 'i เบบสะิ ใบท้ ហែ៎រៅ ปะทามปะเทด ដព បទ.ឧាឌងខ 2 ทับ ทัมอๆ 2025 UepemoHиR HarpaжAe HapoAHo AHo-AemoKpa rлyHa CиcyлиTa opA BbeHTbRH, 12' May be an image of dais and text that says 'อาเล้ภอามเดิ เบัยสะทิ ให้แร่ องลุม ลิสลัด, ปะทาบปะเทด រ"ហេព ะลัด ปะอุาทิปะไต ปะฉุาสุมาาอ ทองวรงจัม, อัมทำ ทุออรงจับ,อัมห12ทับมอา2025 12 ทัมอา 2025 UepemoHиR HarpaжAeHиR npe3иAeHTa HapoAHo-AemoKpaTи4ecKoй Pecny Tys Τ TypTnyHa rлyHa CиcyлиTa opAeHom AлeKcaHA BbeHTbRH 12 AeKa6pR 2025 roAa'
ທ່ານ ທອງລຸນ ສີສຸລິດ ມີຄຳເຫັນວ່າ: ການປະດັບຫຼຽນ ອາເລັກຊານເດີ ເນັບສະກີ ຄັ້ງນີ້, ບໍ່ພຽງແຕ່ໄດ້ເປັນສັນຍະລັກ ທີ່ຂ້າພະເຈົ້າໄດ້ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີທີ່ແໜ້ນແຟ້ນ ແລະ ການເປັນຄູ່ຮ່ວມຍຸດທະສາດ ທີ່ໄດ້ຮັບການເສີມສ້າງມາເປັນເວລາຍາວນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ. ພ້ອມນີ້, ຍັງຂໍໃຫ້ສະຫະພັນ ຣັດເຊຍ ເພື່ອນມິດສາມາດໝັ້ນໃຈໄດ້ວ່າ: ສປປ ລາວ ຍັງເປັນເພື່ອນທີ່ໄວ້ວາງໃຈໄດ້ ຢ່າງສະເໝີຕົ້ນ ສະເໝີປາຍ ແລະ ພ້ອມແລ້ວທີ່ຈະເສີມສ້າງມິດຕະພາບຂອງສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ຈະເລີນງອກງາມຕະຫຼອດໄປ. ຫຼຽນອາເລັກຊານເດີ ເນັບສະກີ ແມ່ນ “ສັນຍະລັກຂອງຄວາມກ້າຫານ, ຄວາມອົດທົນ ແລະ ການຮັບໃຊ້ປະເທດຊາດ ຂອງຣັດເຊຍ” ທີ່ມອບໃຫ້ຄັ້ງນີ້, ຈະເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ຂ້າພະເຈົ້າ ແລະ ປະຊາຊົນລາວທັງໝົດ ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ່າເກົ່າ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຂ່າວ: ກິດຕາ
ພາບ: ຂັນໄຊ