ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 (ວັນທີ 25 ຕຸລາ 1995 – 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດຂອງລາວ.

ຕອນເຊົ້າຂອງວັນທີ 15 ທັນວາ 2025 ທີ່ ທໍານຽບປະທານາທິບໍດີ ແຫ່ງ ສ.ເກົາຫຼີ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ. ສອງຝ່າຍໄດ້ເປິກສາຫາລືຫຼາຍບັນຫາ ເພື່ອຊຸກຍູ້ການພົວພັນຮ່ວມມື ໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດນີ້, ປະທານາທິບໍດີ ລີ ແຈ ມຽງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ຂອງພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລາວ, ໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສ.ເກົາຫຼີ-ສປປ ລາວ ຕະຫຼອດສາມທົດສະວັດຜ່ານມາ. ໃນໂອກາດດຽວກັນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດແກ່ຄະນະຜູ້ແທນລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ພະນະທ່ານ ລີ ແຈ ມຽງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ໃນເດືອນມິຖຸນາ 2025 ແລະ ຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC 2025 ໃນຕົ້ນເດືອນພະຈິກ 2025, ມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ລີ ແຈ ມຽງ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສ.ເກົາຫຼີ ໃຫ້ພັດທະນາຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງຂຶ້ນໃນຊຸມປີຕໍ່ໜ້າ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບປະກາດຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ (Comprehensive Partnership) ເພື່ອຍົກລະດັບການຮ່ວມມືຂອງສອງປະເທດໃນດ້ານຕ່າງໆ ໃຫ້ຂຶ້ນສູ່ລະດັບໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ສ.ເກົາຫຼີ ໃຫ້ສູງກວ່າເກົ່າ ກໍຄືເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຢ່າງຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ. ນອກນັ້ນ, ທັງສອງຝ່າຍຍັງໄດ້ເປິກສາຫາລືຫຼາຍບັນຫາເພື່ອຍົກສູງການຮ່ວມມື ເປັນຕົ້ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ແຮງງານ, ການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ. ພິເສດ, ສອງຝ່າຍ ໄດ້ເປັນເອກະພາບ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການແກ້ໄຂບັນຫາ ການປາບປາມອາດຊະຍາກໍາຂ້າມຊາດ ໂດຍສະເພາະ ການປາບປາມອາດຊະຍາກຳທາງອອນລາຍ ແລະ ເຫັນດີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ເປິກສາຫາລືການຮ່ວມມືລະອຽດໃນອະນາຄົດ.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຮ່ວມມື ແລະ ສະໜັບສະໜູນອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ໃນໄລຍະຜ່ານມາ, ໂດຍຜ່ານບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ, ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ (EDCF) ແລະ ໂຄງການພັດທະນາຊົນນະບົດຂອງລາວ (ໂຄງການ ແຊວມາອຸນດົງ) ແລະ ໂຄງການອື່ນໆ ເພື່ອພັດທະນາຂະແໜງສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ (UXO), ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆຢູ່ລາວ. ພິເສດ ແມ່ນການສະໜັບສະໜູນລາວ ເປັນປະທານອາຊຽນ 2024 ໃຫ້ສໍາເລັດຢ່າງຈົບງາມ. ພ້ອມນີ້, ພະນະທ່ານ ປະທານາທິບໍດີ ລີແຈ ມຽງ ໄດ້ສະແດງຍິນດີ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນດ້ານແຮງງານ, ການສຶກສາ, ການພັດທະນາຊົນນະບົດ ແລະ ດ້ານອື່ນໆ ກໍຄືການສະໜັບສະໜູນລາວ ຜັນຂະຫຍາຍຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດ ເຂົ້າກັບພາກພື້ນ ເພື່ອຫັນປະເທດຈາກສະຖານະບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງກັບພາກພື້ນ ໃຫ້ສໍາເລັດຕາມຄາດໝາຍ. ສອງຝ່າຍ ຍັງເຫັນດີເປັນເອກະພາບໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນລະຫວ່າງສອງປະເທດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມື ອາຊຽນ-ສ.ເກົາຫຼີ ແລະ ແມ່ນໍ້າຂອງ-ສ.ເກົາຫຼີ.

ພາຍຫຼັງການພົບປະສອງຝ່າຍ, ພະນະທ່ານ ທອງລຸນ ສີສຸລິດ ແລະ ພະນະທ່ານ ລີ ແຈ ມຽງ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມື ລາວ-ສ.ເກົາຫຼີ ຈໍານວນ 3 ສະບັບ ໃນຂົງເຂດວຽກງານໄອຍະການ ແລະ ແຮງງານ.
ໃນໂອກາດການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ແລະ ປະທານກຸ່ມບໍລິສັດບູຢອງຈໍາກັດອີກດ້ວຍ.
ຂ່າວ,ພາບ: ກຕທ


