ການແຂ່ງຂັນກິລາຟັນດາບຄົນພິການງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຈັດຂຶ້ນໃນຕອນເຊົ້າວັນທີ 15 ທັນວາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ມີທ່ານນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການແຂ່ງຂັນກິລາຟັນດາບຄົນພິການ ມີນັກກິລາຈາກ 4 ແຂວງ ຄື: ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 8 ຄົນ, ຍິງ 3 ຄົນ; ແບ່ງອອກເປັນ 2 ປະເພດຄື: ດາບ Epee ຊາຍ-ຍິງ ຄຣາດ A ແລະ B ແລະ ດາບ Seber ຊາຍ-ຍິງ ຄຣາດ A ແລະ B, ມີຊີງໄຊ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງ. ຜົນການແຂ່ງຂັນ ທ້າວ ໂອລໍາ ນໍ່ດໍາ ກິລາຟັນດາບຈາກນະຄອນຫຼວງວຽງຈັນໄດ້ຫຼຽນຄໍາ, ທ້າວ ຫົງຄໍາ ຄໍາໝັ້ນ ນັກກິລາຟັນດາບຈາກແຂວງຫຼວງພະບາງ ໄດ້ຫຼຽນເງິນ ແລະ ທ້າວ ສູນທອນ ຫົງຄໍາ ນັກກິລາຟັນດາບ ຈາກແຂວງວຽງຈັນ ໄດ້ຫຼຽນທອງ.





