ຈີນ ເປັນຄູ່ຮ່ວມມືທີ່ໄດ້ຮັບການຕ້ອນຮັບດີທີ່ສຸດຈາກປະເທດໃນເຂດໂລກໃຕ້

ໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ການຂະຫຍາຍຕົວຂອງການສົ່ງອອກ, ການນຳເຂົ້າທີ່ມີລາຄາຖືກ ແລະ ການເຂົ້າເຖິງແຫຼ່ງສິນເຊື່ອທີ່ສາມາດຈ່າຍໄດ້ ແມ່ນປັດໄຈສຳຄັນສໍາລັບການພັດທະນາຂອງປະເທດໃນເຂດໂລກໃຕ້. ຕະຫຼາດພາຍໃນຂອງປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ ໂດຍທົ່ວໄປມີຂະໜາດນ້ອຍເກີນໄປເພື່ອຮອງຮັບການຜະລິດທີ່ເຕັມຄວາມສາມາດຂອງພວກເຂົາ. ເພື່ອຫຼຸດຜ່ອນການວ່າງງານ ແລະ ບັນລຸການຫຼຸດຜ່ອນຕົ້ນທຶນການຜະລິດ, ປະເທດເຫຼົ່ານີ້ຕ້ອງສົ່ງອອກຜະລິດຕະພັນຂອງຕົນໃຫ້ປະເທດອື່ນເຊັ່ນກັນ. ຍິ່ງມີຜູ້ຊື້ທີ່ມີຄວາມສາມາດຊື້ຫຼາຍເທົ່າໃດ, ໂອກາດທີ່ຈະກ້າວຜ່ານຂໍ້ຈຳກັດຂອງຕະຫຼາດພາຍໃນປະເທດຕົນທີ່ມີຈຳກັດກໍ່ຍິ່ງເພີ່ມຂຶ້ນເທົ່ານັ້ນ.
ໃນຂະນະດຽວກັນ, ລາຄາທີ່ປະເທດເຫຼົ່ານນີ້ຕ້ອງຈ່າຍໃນການນຳເຂົ້າສິນຄ້າ ເຊັ່ນ: ອາຫານ, ຢາປົວພະຍາດ, ເຄື່ອງຈັກ, ລົດຍົນ ແລະ ເຕັກໂນໂລຊີທີ່ຍືນຍົງ ຖືເປັນຕົວກຳນົດຄວາມສາມາດຂອງປະເທດກຳລັງພັດທະນາໃນການເອົາຊະນະຄວາມທຸກຍາກ. ການແຂ່ງຂັນລະຫວ່າງຜູ້ສະໜອງມັກນຳໄປສູ່ລາຄາທີ່ຕໍ່າລົງ ແລະ ຜະລິດຕະພັນທີ່ມີຄຸນນະພາບດີກວ່າ. ເຫດຜົນດຽວກັນນີ້ ແມ່ນສາມາດນໍາມາໃຊ້ກັບສິນເຊື່ອໄດ້ເຊັ່ນກັນ. ເງິນອອມພາຍໃນປະເທດທຸກຍາກແມ່ນເກືອບບໍ່ພຽງພໍທີ່ຈະໃຊ້ເປັນທຶນສໍາລັບການສຶກສາ ແລະ ບໍລິການສາທາລະນະສຸກທົ່ວໄປ, ການກໍ່ສ້າງພື້ນຖານໂຄງລ່າງ ຫຼື ການໃຫ້ທຶນຂະຫຍາຍທຸລະກິດ. ປະເທດເຫຼົ່ານີ້ຈະໄດ້ຮັບຜົນປະໂຫຍດຖ້າຫາກສາມາດເຂົ້າເຖິງທຶນລະດັບໂລກໃນອັດຕາດອກເບ້ຍທີ່ແຂ່ງຂັນໄດ້.

ໃນທຸກດ້ານເຫຼົ່ານີ້, ຈີນ ກຳລັງມີບົດບາດທີ່ສຳຄັນຫຼາຍຕໍ່ປະເທດໃນເຂດໂລກໃຕ້ ເພາະຈີນໄດ້ກາຍເປັນຕະຫຼາດຕົ້ນຕໍທີ່ສຳຄັນສຳລັບຫຼາຍປະເທດກຳລັງພັດທະນາ, ໃນນັ້ນ ບາງປະເທດໄດ້ດຸນການຄ້າກັບຈີນ. ອາເມລິກາໄດ້ຟື້ນຟູຫຼັກການມອນໂຣ (Monroe Doctrine) ແລະ ພະຍາຍາມຊັກຊວນປະເທດຕ່າງໆ ໃນອາເມລິກາລາຕິນໃຫ້ຫຼຸດຜ່ອນຄວາມສຳພັນທາງເສດຖະກິດກັບຈີນ. ຢ່າງໃດກໍ່ຕາມ, ເຖິງວ່າໄດ້ຮັບການກົດດັນຈາກອາເມຣິກາ, ຈີນຍັງກາຍເປັນຈຸດໝາຍການສົ່ງອອກອັນດັບຕົ້ນຂອງຫຼາຍປະເທດ ເຊັ່ນ: ບຣາຊິນ, ອູຣຸກວາຍ, ເປຣູ, ຊິເລ່ ແລະ ອື່ນໆ.
ໃນໄລຍະ 10 ປີຜ່ານມາ, ການນຳເຂົ້າຂອງຈີນຈາກປະເທດໃນເຂດໂລກໃຕ້ເພີ່ມຂຶ້ນໄວກວ່າການນຳເຂົ້າຈາກອາເມຣິກາ ຫຼື ເອີຣົບຫຼາຍເທົ່າສົມຄວນ. ອີງຕາມບົດລາຍງານຂອງ Standard & Poor’s ໃຫ້ຮູ້ວ່າ ການນຳເຂົ້າຂອງຈີນຈາກປະເທດໃນເຂດໂລກໃຕ້ ບັນລຸ 1.000 ຕື້ໂດລາໃນປີ 2024, ເຊິ່ງເທົ່າກັບ 6 ເທົ່າຂອງມູນຄ່ານໍາເຂົ້າຈາກອາເມຣິກາ (165 ຕື້ໂດລາ) ແລະ ເກືອບ 4 ເທົ່າຂອງມູນຄ່ານໍາເຂົ້າຈາກເອີຣົບຕາເວັນຕົກ (260 ຕື້ໂດລາ). ເສດຖະກິດອາເມຣິກາ ມີຂະໜາດໃຫຍ່ກວ່າເສດຖະກິດຈີນ, ແຕ່ຍົກເວັ້ນອາເມ ລິກາລາຕິນ, ທຸກພາກພື້ນຂອງເຂດໂລກໃຕ້ຈໍາໜ່າຍສິນຄ້າໃຫ້ຈີນຫຼາຍກວ່າໃຫ້ອາເມຣິກາ. ໂດຍລວມແລ້ວ, ຈີນຊື້ສິນຄ້າມູນຄ່າ 1,600 ຕື້ໂດລາຈາກປະເທດກໍາລັງພັດທະນາ, ໃນຂະນະທີ່ອາເມຣິກາຊື້ສິນຄ້າຈາກປະເທດກໍາລັງພັດທະນາ ມູນຄ່າ 1,300 ຕື້ໂດລາ.
ຈີນ ຍັງເປັນປັດໄຈສຳຄັນທີ່ຊ່ວຍຮັກສາລາຄາໃຫ້ຕ່ຳລົງໃນທົ່ວໂລກ. ຖ້າຫາກບໍ່ມີລະບົບນິເວດການຜະລິດຂອງຈີນທີ່ມີປະສິດທິພາບສູງ, ການຜະລິດຂະໜາດໃຫຍ່ ແລະ ມີຕົ້ນທຶນຕ່ຳ, ລາຄາສິນຄ້າສ່ວນໃຫຍ່ໃນທົ່ວໂລກ ໂດຍສະເພາະສິນຄ້າອຸດສາຫະກຳຈະມີລາຄາສູງກວ່ານີ້ຫຼາຍ. ຂະນະທີ່ບໍລິສັດຕາເວັນທີ່ກົດດັນຜູ້ບໍລິໂພກ ແລະ ທຸລະກິດທົ່ວໂລກ.

ອິດທິພົນຂອງຈີນໃນດ້ານລາຄາເຫັນໄດ້ຊັດເຈນໂດຍສະເພາະໃນດ້ານເຕັກໂນໂລຊີສີຂຽວ. ໂດຍການລົງທຶນຢ່າງຫຼວງຫຼາຍໃນການຜະລິດພະລັງງານແສງຕາເວັນ, ພະລັງງານລົມ ແລະ ການຜະລິດໝໍ້ໄຟ, ຕົ້ນທຶນຂອງອຸປະກອນເຫຼົ່ານີ້ໄດ້ຫຼຸດລົງຫຼາຍ. ລາຄາແຜງພະລັງງານແສງຕາເວັນໄດ້ຫຼຸດລົງ 90% ໃນໄລຍະ 10 ປີຜ່ານມາ ເຮັດໃຫ້ປະເທດທີ່ມີລາຍໄດ້ຕ່ຳສາມາດບັນລຸຄຳໝັ້ນສັນຍາຂອງພວກເຂົາໃນການປ່ຽນແປງສູ່ພະລັງງານສີຂຽວ. ອົງການພະລັງງານສາກົນ (IEA) ຄາດຄະເນວ່າ ການຜະລິດໂມດູນພະລັງງານແສງຕາເວັນ, ກັງຫັນລົມ ແລະ ໝໍ້ໄຟ ທີ່ຢູ່ນອກປະເທດຈີນ ເຊັ່ນ: ໃນອາເມຣິກາ ມີຕົ້ນທຶນສູງເຖິງ 40% ແລະ ສູງກວ່າເຖິງ 45% ໃນສະຫະພາບເອີຣົບ. ຖ້າຂາດການສະໜອງຈາກຈີນ, ຕົ້ນທຶນການປ່ຽນຜ່ານສູ່ພະລັງງານສີຂຽວທົ່ວໂລກກໍ່ຈະສູງຂຶ້ນ 20%.
ລົດໄຟຟ້າ ກໍສາມາດບອກເລົ່າເລື່ອງດຽວກັນ. ພາສີຂອງອາເມຣິກາ ແລະ ສະຫະພາບເອີຣົບທີ່ສູງທີ່ສໍາລັບລົດໄຟຟ້າຈາກຈີນ ແມ່ນຫຼັກຖານທີ່ຈະແຈ້ງ. ລາຄາລົດໄຟຟ້າຂອງຈີນຖືກກວ່າຫຼາຍ ເນື່ອງຈາກການຜະລິດເປັນຂະໜາດໃຫຍ່, ມີປະສິດທິພາບສູງ ແລະ ການແຂ່ງຂັນທີ່ດຸດດ່ຽງລະຫວ່າງຜູ້ຜະລິດ ປະມານ 130 ແຫ່ງ ເຊິ່ງທັງໝົດນີ້ຊ່ວຍກະຕຸ້ນໃຫ້ລາຄາຫຼຸດລົງ ເພື່ອຜົນປະໂຫຍດຂອງຜູ້ບໍລິໂພກທົ່ວໂລກ.
ຈີນ ຍັງໄດ້ປັບປ່ຽນດ້ານການເງິນເພື່ອການພັດທະນາໂລກ ດ້ວຍການນຳທຶນສຳຮອງຕ່າງປະເທດຈຳນວນຫຼວງຫຼາຍ ແລະ ການອອມເງິນພາຍໃນທີ່ສູງຂອງຕົນໄປສູ່ການໃຫ້ກູ້ຢືມທຶນສາກົນ ເຊິ່ງຊ່ວຍຫຼຸດອັດຕາດອກເບ້ຍທົ່ວໂລກ ແລະ ຂະຫຍາຍການເຂົ້າເຖິງແຫຼ່ງສິນເຊື່ອສຳລັບປະເທດກຳລັງພັດທະນາ. ໃນໄລຍະ 2 ທົດສະວັດຜ່ານມາ, ຈີນ ໄດ້ປາກົດຕົວຂຶ້ນເປັນແຫຼ່ງສໍາຄັນຂອງກອງທຶນໄລຍະຍາວ ແລະ ຕົ້ນທຶນຕໍ່າ ເຊິ່ງເປັນທາງເລືອກນອກຈາກຕະຫຼາດທຶນພາກເອກະຊົນທີ່ປະເທດກຳລັງພັດທະນາມີອຳນາດຕໍ່ລອງໜ້ອຍ.

ຜ່ານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ທະນາຄານພັດທະນາແຫ່ງປະເທດຈີນ ແລະ ທະນາຄານນຳເຂົ້າ ແລະ ສົ່ງອອກແຫ່ງປະເທດຈີນ, ຈີນ ໄດ້ສ້າງພື້ນຖານໂຄງລ່າງທາງດ້ານການເງິນທີ່ສຸມໃສ່ການໃຫ້ກູ້ຢືມເພື່ອການພັດທະນາທີ່ຊັດເຈນ. ນອກຈາກນີ້ ຈີນຍັງເປັນຜູ້ນຳໃນການກໍ່ຕັ້ງທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງແຫ່ງອາຊີ (AIIB) ເຊິ່ງປັດຈຸບັນມີປະເທດສະມາຊິກຫຼາຍກວ່າ 100 ປະເທດ, ລວມທັງຫຼາຍປະເທດຈາກເອີຣົບຕາເວັນຕົກ. ຕ່າງຈາກຜູ້ໃຫ້ກູ້ຢືມສອງຝ່າຍຂອງຕາເວັນຕົກ ເຊັ່ນ: ສະໂມສອນປາຣີ (Paris Club) ຫຼື ສະຖາບັນການເງິນທີ່ຕັ້ງຢູ່ວໍຊິງຕັນ, ຈີນ ໃຫ້ຄວາມເຄົາລົບອຳນາດອະ ທິປະໄຕຂອງຜູ້ກູ້ຢືມ ແລະ ບໍ່ໄດ້ກຳນົດເງື່ອນໄຂໃດໆ ທາງອິດທິພົນດ້ານອຸດົມການ ຫຼື ຄວາມຈົງຮັກພັກດີທາງດ້ານທີ່ຕັ້ງພູມສາດການເມືອງ.
ອາເມຣິກາ ຍັງມີຄວາມສຳຄັນຕໍ່ເສດຖະກິດໂລກ ແລະ ຕໍ່ປະເທດກຳລັງພັດທະນາ, ແຕ່ຄວາມພະຍາຍາມຂອງອາເມຣິກາໃນການ “ແຍກຕົວເອງ” ໂດຍຜ່ານມາດຕະການທາງພາສີ ແລະ ອຸປະສັກທີ່ບໍ່ແມ່ນພາສີຈະມີຜົນກະທົບທາງລົບບໍ່ພຽງແຕ່ຕໍ່ຜູ້ບໍລິໂພກ ແລະ ທຸລະກິດຂອງອາເມຣິກາເທົ່ານັ້ນ, ຫາກຍັງລວມເຖິງໂອກາດໃນການພັດທະນາຂອງຫຼາຍປະເທດໃນອາເມລິກາລາຕິນ, ອາຟຣິກາ ແລະ ອາຊີ ອີກດ້ວຍ.
ຈີນ ໄດ້ເປັນປັດໄຈທາງບວກສຳລັບປະເທດໃນເຂດໂລກໃຕ້ຢູ່ແລ້ວ, ແຕ່ນະໂຍບາຍດ້ານການພັດທະນາຂອງປະເທດຕາເວັນຕົກໃນໄລຍະຫຼັງມານີ້ເຮັດໃຫ້ບົດບາດຂອງຈີນຍິ່ງມີຄວາມສໍາຄັນຫຼາຍກວ່າເກົ່າ ແລະ ເຮັດໃຫ້ຈີນນັບມື້ເປັນຄູ່ຮ່ວມມືທີ່ໄດ້ຮັບການຕ້ອນຮັບດີທີ່ສຸດຈາກປະເທດໃນເຂດໂລກໃຕ້ ເພາະປະເທດໃນເຂດໂລກໃຕ້ສ່ວນໃຫຍ່ແມ່ນປະເທດກໍາລັງພັດທະນາທີ່ມີລາຍໄດ້ໜ້ອຍຫາປານກາງທີ່ສະແຫວງຫາການພັດທະນາເພື່ອເຮັດໃຫ້ເສດ ຖະກິດ-ສັງຄົມຂອງປະເທດຕົນນັບມື້. ສະນັ້ນ ປະເທດເຫຼົ່ານີ້ ລ້ວນແຕ່ສະໜັບສະໜູນການຮ່ວມມືກັບຈີນໃນດ້ານຕ່າງໆ ຕາມທ່າແຮງຂອງປະເທດຕົນ.

