ທະນາຄານແຫ່ງ ສປປ ລາວ(ທຫລ) ຮ່ວມກັບ ບໍລິສັດແຮັບປີ້ອີເວັ້ນ ເປີດງານມະຫະກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວາ 2025 ທີ່ສູນການຄ້າ ລາວ-ໄອເຕັກ ພາຍໃຕ້ຄໍາຂວັນ: “ການເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທະນາຄານ ແລະ ສະຖາບັນການເງິນເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການຮ່ວມສະເຫລີມສະຫລອງ 3 ວັນປະຫວັດສາດຂອງ ສປປ ລາວ.
ມະຫະກຳການເງິນລາວ 2025 ຈະໄດ້ດໍາເນີນໄປເປັນເວລາ 7 ວັນ ຈົນເຖິງວັນທີ 21 ທັນວາ 2025 ໂດຍມີຈຸດປະສົງ ເພື່ອເປັນບ່ອນລວມສູນການເຜີຍແຜ່ ແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານດ້ານເສດຖະກິດ, ການເງິນ, ການທະນາຄານ ຈາກຫຼາຍກຸ່ມຄົນ ທັງພາກລັດ, ເອກະຊົນ ແລະ ຈາກສາກົນ ເພື່ອປະກອບສ່ວນເສີມສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ມວນຊົນກ່ຽວກັບການຄຸ້ມຄອງ ມະຫາພາກດ້ານເງິນຕາ; ການພັດທະນາດ້ານການບໍລິການຂອງລະບົບສະຖາບັນການເງິນ, ເຕັກໂນໂລຊີດ້ານການເງິນຂອງຫົວໜ່ວຍທຸລະກິດ ຢູ່ ສປປ ລາວ ໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ; ບົດຮຽນ ແລະ ທ່າອ່ຽງຂອງການພັດທະນາເຕັກໂນໂລຊີດ້ານການເງິນ ຢູ່ພາກພື້ນ ແລະ ສາກົນ; ການສົ່ງເສີມການເຂົ້າເຖິງແຫລ່ງທຶນ ເຂົ້າເຖິງການບໍລິການດ້ານການເງິນຮູບແບບຕ່າງໆ; ການປົກປ້ອງຜູ້ບໍລິໂພກທາງດ້ານການເງິນ. ພ້ອມນີ້, ຍັງເປັນການສ້າງເງື່ອນໄຂໃຫ້ພາກລັດ ແລະ ເອກະຊົນ ໂດຍສະເພາະໃນລະບົບສະຖາບັນການເງິນ ຂອງ ສປປ ລາວ ໄດ້ມີໂອກາດເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ທົ່ວເຖິງຫຼາຍຂຶ້ນ.

ເພື່ອໃຫ້ບັນລຸ ຈຸດປະສົງຕົ້ນຕໍ່ທີ່ວາງໄວ້, ຄຽງຄູ່ກັບການຈັດວາງສະແດງຂອງ 83 ຫົວໜ່ວຍ ພາຍໃນງານ, ຕະຫລອດໄລຍະການຈັດງານໃນແຕ່ລະມື້ ຍັງມີຫລາຍກິດຈະກໍາ ເຊັ່ນ: ການສົນທະນາ ແລກປ່ຽນຄວາມຮູ້, ທັດສະນະດ້ານວິຊາການ ລະຫວ່າງບັນດາຜູ້ທີ່ມີຄວາມຊໍານານຈາກຫຼາຍຂົງເຂດ ໃນຫຼາຍຫົວຂໍ້ ທີ່ເຫັນວ່າກຳລັງເປັນທີ່ສົນໃຈ ຢູ່ໃນລະດັບປະເທດ ແລະ ລະດັບສາກົນ ເປັນຕົ້ນ ຂໍ້ມູນຂ່າວສານກ່ຽວກັບຊັບສິນດີຈິຕອນ ຢູ່ ສປປ ລາວ; ທ່ຽງອ່ຽງການພັດທະນາດ້ານການເງິນ ພາຍໃນ 3-5 ປີຕໍ່ໜ້າ; ທິດທາງການພັດທະນາການເງິນສີຂຽວ; ການກະກຽມຄວາມພ້ອມຂອງລະບົບທະນາຄານໃນຍຸກດີຈິຕອນ; ສະພາບການພັດທະນາຂອງຕະຫຼາດທຶນຄື: ນະໂຍບາຍສົ່ງເສີມດ້ານແຫຼ່ງທຶນຈາກພາກລັດ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ; ທັກສະດ້ານການເງິນ ແລະ ການສ້າງເງື່ອນໄຂອໍານວຍສໍາລັບການລົງທຶນ ເພື່ອຜູ້ປະກອບການໃໝ່; ຂໍ້ມູນຂ່າວສານກ່ຽວກັບການປົກປ້ອງຜູ້ບໍລິໂພກດ້ານການເງິນ; ຂໍ້ມູນກ່ຽວກັບການປະເມີນຄຸນະພາບຂອງທະນະບັດ(ໃບເງິນ).

ມະຫາກຳການເງິນລາວໃນຄັ້ງນີ້, ຄາດວ່າຈະສາມາດເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ ທຸກກຸ່ມຄົນທັງຜູ້ທີ່ສົນໃຈ ເລີ່ມຮຽນຮູ້ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການບໍລິການຕ່າງໆຂອງລະບົບສະຖາບັນການເງິນ, ການພັດທະນາເຕັກໂນໂລຊີດ້ານການເງິນ ລວມທັງຜູ້ທີ່ຕ້ອງການຕໍ່ຍອດຄວາມຮູ້ທີ່ມີຢູ່ແລ້ວໃຫ້ຫຼາກຫຼາຍ, ກວ້າງຂວາງ ແລະ ເລິກເຊິ່ງ ຫຼາຍຂຶ້ນ ໃນທ່າມກາງຂະບວນວິວັດແຫ່ງການພັດທະນາ ທີ່ປ່ຽນແປງໄວ ແລະ ຕໍ່ເນື່ອງ ທັງມີຄວາມສະຫຼັບສັບຊ້ອນຫຼາຍຂຶ້ນ ທີ່ຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງສືບຕໍ່ຮຽນຮູ້ໃຫ້ໄດ້ຫຼາຍ ແລະ ໄວຍິ່ງຂຶ້ນ ເພື່ອໃຫ້ສາມາດເຕີບໂຕໄດ້ທັນກັບທ່າອ່ຽງຂອງການພັດທະນາຢູ່ພາກພື້ນ ແລະ ສາກົນ ພ້ອມທັງ ເປັນການປະກອບສ່ວນໃນ ການຈັດຕັ້ງປະຕິບັດແຜນເງິນຕາ, ແຜນພັດທະນາລະບົບສະຖາບັນການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ ນັບມີຄວາມສົມບູນພູນສຸກ ຍິ່ງໆຂຶ້ນ.


