ເກາະໄຫຫຼຳຈີນປະຕິບັດດ່ານພາສີອິດສະຫຼະທົ່ວເກາະ, ນັກທ່ອງທ່ຽວສາກົນຈະມີຄວາມຮູ້ສຶກໃໝ່ຄືແນວໃດ?

ທ່າການຄ້າເສລີໄຫຫຼຳຈີນຈະປະຕິບັດດ່ານພາສີອິດສະຫຼະທົ່ວເກາະເລີ່ມແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ ໂດຍຈະຈັດທົ່ວເກາະໄຫຫຼຳເຂົ້າໃນເຂດຕິດຕາມຄຸ້ມຄອງພິເສດຂອງດ່ານພາສີ. ຫຼັງຈາກປະຕິບັດມາດຕະການດັ່ງກ່າວແລ້ວ, ການໄປມາຫາສູ່ກັນລະຫວ່າງໄຫຫຼຳກັບປະເທດຕ່າງໆໃນໂລກຈະສະດວກສະບາຍກວ່າເກົ່າ. ເວົ້າສຳລັບນັກທ່ອງທ່ຽວສາກົນແລ້ວ, ການປະຕິບັດນະໂຍບາຍດັ່ງກ່າວໝາຍເຖິງເງື່ອນໄຂການເຂົ້າເກາະໄຫຫຼຳທີ່ສະດວກສະບາຍກວ່າເກົ່າ ແລະ ປະສົບການໃນການທ່ອງທ່ຽວທີ່ອຸດົມສົມບູນກວ່າເກົ່າ.
ຜົນປະໂຫຍດທີ່ເຫັນໄດ້ໃນທັນທີສຳລັບນັກທ່ອງທ່ຽວສາກົນກໍຄືການອອກເດີນທາງທ່ອງທ່ຽວສະດວກສະບາຍຫຼາຍຂຶ້ນ. ກ່ອນປະຕິບັດດ່ານພາສີອິດສະຫຼະທົ່ວເກາະ, ຈຳນວນປະເທດທີ່ໄຫຫຼຳຍົກເວັ້ນວີຊາມີ 86 ປະເທດ ເຊິ່ງກວມເອົາປະເທດແຫຼ່ງນັກທ່ອງທ່ຽວທີ່ສຳຄັນ ເຊັ່ນ: ອາເມຣິກາ, ອັງກິດ ແລະ ອົດສະຕຣາລີ ເປັນຕົ້ນ; ຂະນະດຽວກັນ, ກໍມີການປະຕິບັດນະໂຍບາຍຍົກເວັ້ນວີຊາ 144 ຊົ່ວໂມງ ໃຫ້ແກ່ກຸ່ມນັກທ່ອງທ່ຽວຮົງກົງ, ມາເກົາ ແລະ ຕ່າງປະເທດ, ປະຕິບັດນະໂຍບາຍຍົກເວັ້ນວີຊາ 15 ວັນໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງດ້ວຍກຳປັ່ນທ່ອງທ່ຽວ ພ້ອມດ້ວຍນະໂຍບາຍຍົກເວັ້ນວີຊາ 240 ຊົ່ວໂມງສຳລັບນັກທ່ອງທ່ຽວທີ່ຜ່ານເກາະໄຫຫຼຳໄປປະເທດທີສາມ ແລະ ມາດຕະການອື່ນໆ. ຂໍ້ມູນໄດ້ພິສູດໃຫ້ເຫັນປະສິດທິຜົນຂອງນະໂຍບາຍດັ່ງກ່າວ: ນັບມາຮອດວັນທີ 12 ທັນວາປີນີ້, ຈຳນວນຄົນເຂົ້າ-ອອກໄຫຫຼຳຈີນມີເຖິງ 2.470.000 ເທື່ອຄົນ, ໃນນັ້ນ, ຊາວຕ່າງປະເທດທີ່ເຂົ້າເກາະໄຫຫຼຳໂດຍຍົກເວັ້ນວີຊາມີເຖິງ 548.000 ເທື່ອຄົນ, ກວມເອົາ 89,6% ຂອງຍອດຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເກາະໄຫຫຼຳທັງໝົດ. ໄຫຫຼຳໃນປັດຈຸບັນ ໄດ້ເລັ່ງຄວາມໄວໃນການກາຍເປັນຂົວຕໍ່ລະຫວ່າງຈີນກັບທົ່ວໂລກ.

ການຍົກລະດັບສະພາບແວດລ້ອມການບໍລິໂພກ ໄດ້ເຮັດໃຫ້ໄຫຫຼຳກາຍເປັນ “ແຫຼ່ງຈັບຈ່າຍໃຊ້ສອຍທົ່ວໂລກ” ຢ່າງແທ້ຈິງ. ຫຼັງຈາກປະຕິບັດດ່ານພາສີອິດສະຫຼະທົ່ວເກາະແລ້ວ, ສິນຄ້າປອດພາສີຢູ່ໄຫຫຼຳຈາກ 1.900 ຊະນິດເພີ່ມຂຶ້ນເປັນ 6.600 ຊະນິດ ເຊິ່ງລວມເຖິງເຄື່ອງສຳອາງ, ເຄື່ອງເອເລັກໂຕຣນິກ, ເຄື່ອງຫຼູຫຼາ ແລະອື່ນໆ, ລາຄາຕ່ຳກວ່າຢູ່ແຜ່ນດິນໃຫຍ່ຈີນປະມານ 20% ຫາ 30%. ຄວາມສະດວກສະບາຍດ້ານການຊຳລະເງິນກໍໄດ້ເພີ່ມຂຶ້ນ, ບັດທະນາຄານ VISA, MasterCard ແລະອື່ນໆ ສາມາດໃຊ້ໄດ້ຢ່າງສະດວກ, ບວກກັບລະບົບຕິດຕາມຄຸ້ມຄອງແບບອັດສະລິຍະ “ບໍລິໂພກທີ່ປອດໄພຢູ່ໄຫຫຼຳ” ເລີ່ມດຳເນີນງານຢູ່ໄຫຫຼຳ ເຮັດໃຫ້ການຊື້ສິນຄ້າຂ້າມຊາດທັງມີລາຄາເປັນກັນເອງ ທັງວາງໃຈໄດ້.
ການສະໜອງດ້ານການທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ ໄດ້ສ້າງພະລັງຊີວິດໃໝ່ໃຫ້ແກ່ການທ່ຽວຢູ່ໄຫຫຼຳຂອງນັກທ່ອງທ່ຽວສາກົນ. ໂດຍອາໄສຜົນປະໂຫຍດຈາກການເປິດປະຕູດ້ານອຸດສາຫະກຳທີ່ມາຈາກການປະຕິບັດດ່ານພາສີອິດສະຫຼະທົ່ວເກາະ, ໄຫຫຼຳໄດ້ນຳໃຊ້ເງື່ອນໄຂອາກາດເຂດຮ້ອນ ເພື່ອສຸມກຳລັງພັດທະນາອຸດສາຫະກຳທ່ອງທ່ຽວໃນຮູບແບບ “ພັກຜ່ອນຢ່ອນໃຈເພື່ອຟື້ນຟູ ແລະ ບຳລຸງສຸຂະພາບ”. ວັນທີ 1 ທັນວານີ້ ໄດ້ເລີ່ມປະຕິບັດຂໍ້ກຳນົດວ່າດ້ວຍການທ່ອງທ່ຽວຂອງທ່າການຄ້າເສລີໄຫຫຼຳ ເຊິ່ງໄດ້ຊຸກຍູ້ໃຫ້ການທ່ອງທ່ຽວຢູ່ໄຫຫຼຳຫັນປ່ຽນຈາກການທ່ຽວຊົມແບບດັ້ງເດີມໃຫ້ເປັນການທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ.

ສິ່ງທີ່ໜ້າສົນໃຈນັ້ນຄື: ການປະຕິບັດຍຸດທະສາດ “ຖານສຳນັກງານໃຫຍ່ສອງແຫ່ງ” ໄດ້ເປີດກວ້າງພື້ນທີ່ຂອງການພັດທະນາອຸດສາຫະກຳການທ່ອງທ່ຽວ. ວິສາຫະກິດຈາກອາຊຽນສາມາດຕັ້ງສຳນັກງານໃຫຍ່ຢູ່ໄຫຫຼຳເພື່ອຂະຫຍາຍໄປສູ່ ຕະຫຼາດຈີນ, ສ່ວນວິສາຫະກິດແຜ່ນດິນໃຫຍ່ຈີນກໍສາມາດຕັ້ງສຳນັກງານໃຫຍ່ຢູ່ໄຫຫຼຳເພື່ອຂະຫຍາຍໄປສູ່ຕະຫຼາດອາຊຽນ. ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງໄຫຫຼຳກັບອາຊຽນສືບຕໍ່ເຂົ້າສູ່ລວງເລິກ, ການທ່ອງທ່ຽວຂ້າມຊາດ, ການເດີນທາງເພື່ອທຸລະກິດ, ການທ່ອງທ່ຽວໃນໄລຍະຈັດກອງປະຊຸມ ຫຼື ງານວາງສະແດງ ແລະຂະແໜງການອື່ນໆ ກຳລັງຕ້ອນຮັບໂອກາດການພັດທະນາໃໝ່.
ການປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳເປັນການເປີດປະຕູສູ່ພາຍນອກໃນດ້ານລະບຽບການ, ເປົ້າໝາຍສຸດທ້າຍກໍຄືສ້າງສະພາບແວດລ້ອມການທ່ອງທ່ຽວທີ່ເສລີ, ສະດວກ ແລະ ມີຄວາມຫຼາກຫຼາຍກວ່າເກົ່າໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ. ຫຼັງຈາກປະຕິບັດມາດຕະການດັ່ງກ່າວແລ້ວ, ໄຫຫຼຳບໍ່ພຽງແຕ່ແມ່ນແຫຼ່ງທ່ອງທ່ຽວຂອງຈີນເທົ່ນັ້ນ, ຍິ່ງຈະກາຍເປັນ “ເກາະສາກົນ” ທີ່ເຊື່ອມຕໍ່ລະຫວ່າງຈີນກັບໂລກ, ເຮັດໃຫ້ນັກທ່ອງທ່ຽວຈາກທຸກມູມໂລກໄດ້ສຳຜັດກັບປະສົບການການເດີນທາງທີ່ຍາກຈະລືມໄດ້.


