ລະຫວ່າງວັນທີ 14-19 ທັນວາ 2025, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີ ໃນການຮ່ວມມືກັບ ສປປ ລາວ ໃນຂະແໜງການສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5, ການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ກັບ ສປປລາວ.
ທ່ານທູດ ເມແກັນ ຈອນສ ໄດ້ໄປຢ້ຽມຢາມແຂວງສະຫວັນນະເຂດ ແລະ ຈຳປາສັກ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ກ່ອນທ່ານທູດຈະເດີນທາງໄປຢ້ຽມຢາມແຂວງສາລະວັນ ແລະ ເຊກອງ ເປັນຄັ້ງທຳອິດ. ຢູ່ແຂວງສະຫວັນນະເຂດ, ທ່ານທູດ ເມແກນ ຈອນສ ໄດ້ໄປຢ້ຽມຢາມອະນຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ຢ້ຽມຄຳນັບທ່ານ ບຸນໂຈມ ອຸບົນປະເສີດ, ເລຂາພັກແຂວງ, ເພື່ອເນັ້ນໜັກເຖິງການ ຮ່ວມມືດ້ານເສດຖະກິດ ແລະ ການສະໜັບສະໜູນຂອງອົດສະຕຣາລີຕໍ່ແຂວງດັ່ງກ່າວ.

ທ່ານທູດ ເມແກນ ຈອນສ ແລະ ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ໄປຢ້ຽມຢາມໂຮງຮຽນປະຖົມນາເດື່ອ ຢູເມືອງອຸທຸມພອນ ເພື່ອສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງອົດສະຕຣາລີໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການສຶກສາໂດຍຜ່ານແຜນງານ ບີຄວາ (BEQUAL). ໂດຍຜ່ານໂຄງການ BEQUAL, ຄູອາຈານແມ່ນໄດ້ຮັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການສິດສອນແບບມີສ່ວນຮ່ວມຫຼາຍຂຶ້ນ. ອີງຕາມການສຳຫຼວດກ່ຽວກັບການສຶກສາແບບມີສ່ວນຮ່ວມ ສະແດງໃຫ້ເຫັນວ່ານັກຮຽນທີ່ສອນໂດຍຄູອາຈານຜູ້ທີ່ສຳເລັດການຝຶກອົບຮົມປະຕິບັດຕົວຈິງ – ລວມທັງການເວົ້າພາສາລາວ ແລະ ຍຸດທະສາດແບບມີສ່ວນຮ່ວມ – ແມ່ນມີຜົນການຮຽນຮູ້ທີ່ດີຂຶ້ນ.
ຢູ່ແຂວງຈຳປາສັກ, ທ່ານທູດ ໄປຢ້ຽມຢາມຟາມບລູເບີຣີ ເປັນການລົງທຶນຂອງອົດສະຕຣາລີ. ໂຄງການດັ່ງກ່າວ ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງອົດສະຕຣາລີໃນການຫັນເປັນທັນສະໄໝຂອງຂະແໜງການກະສິກຳ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ. ກຸ່ມບໍລິສັດ Costa, ເປັນບໍລິສັດດ້ານກະສີກຳໃຫຍ່ທີ່ສຸດຂອງອົດສະຕຣາລີ, ມີແຜນຈະລົງທຶນ 100 ລ້ານໂດລາອົດສະຕຣາລີ ໃນໂຄງການປູກໝາກບລູເບີຣີ ຢູ່ໃນລາວໃນໄລຍະຫ້າປີຕໍ່ໜ້າ, ຊຶ່ງຈະສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນປະມານ 2.000 ຕຳແໜ່ງ. ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ Costa, ໃນຖານະທຸລະກິດຊັ້ນນຳຂອງອົດສະຕຣາລີ, ໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ການແຂ່ງຂັນດ້ານການສົ່ງອອກຢູ່ໃນລາວ.
ທ່ານທູດ ເມແກນ ຈອນສ ແລະ ລັດຖະມົນຕີກະຊວງການເງີນ ຍັງໄດ້ພົບປະກັບການນຳແຂວງຈຳປາສັກກ່ອນທີ່ເພີ່ນຈະໄປຢ້ຽມຢາມສາມບ້ານເພື່ອ ຕິດຕາມການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5. ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອຈຳນວນ 5.45 ລ້ານໂດລາອົດສະຕຣາລີ ເພື່ອຈັດຕັ້ງປະຕິບັດໂຄງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ 5 ໃຫ້ມີຜົນສຳເລັດ.

ທ່ານທູດ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງໃນເຫດການສຳຄັນທີ່ສຸດຂອງປະເທດໜຶ່ງ. ແມ່ນພື້ນຖານສຳລັບການສ້າງນະໂຍບາຍ, ການຈັດສັນຊັບພະຍາກອນທີ່ມີປະສິດທິພາບ ແລະ ການວາງແຜນທີ່ອີງໃສ່ຂໍ້ມູນເປັນຫຼັກ. ອົດສະຕຣາລີມີຄວາມພູມໃຈທີ່ໄດ້ສະໜັບສະໜູນວຽກງານນີ້ ພາຍໃຕ້ຂອງການຮ່ວມມືຮອບດ້ານລະຫວ່າງລາວ-ອົດສະຕຣາລີ, ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມ, ການປົກຄອງທີ່ດີ ແລະ ການສົ່ງເສີມການສ້າງລະບົບແຫ່ງຊາດ.”
ຫຼັງຈາກນັ້ນ, ທ່ານທູດ ໄດ້ເດີນທາງໄປຢ້ຽມຢາມແຂວງເຊກອງ ແລະ ສາລະວັນເພື່ອພົບປະກັບການນຳຂອງສອງແຂວງ, ຮັບຟັງກ່ຽວກັບໂອກາດ ແລະສິ່ງທ້າທາຍຕ່າງໆໃນສອງແຂວງ.
ຢູ່ແຂວງເຊກອງ, ທ່ານທູດ ໄດ້ໄປຢ້ຽມຢາມສູນຄົ້ນຄວ້າຕ້ານພະຍາດມັນຕົ້ນ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR) ຢູ່ເມືອງທ່າແຕງ. ນີ້ແມ່ນໃນກິດຈະກຳການສະເຫຼີມສະຫຼອງວັນຄົບຮອບ 35 ປີ ຂອງສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR) ຢູ່ໃນລາວ. ທ່ານທູດ ໄດ້ພົບປະກັບນັກຄົ້ນຄວ້າ, ຊາວສວນ ແລະ ຕົວແທນຈາກອຸດສະຫະກຳມັນຕົ້ນ ກ່ອນທີ່ເພີ່ນຈະເດີນທາງໄປມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງເຊກອງ ໂດຍຜ່ານກອງທຶນຊ່ວຍເຫຼືອລ້າຂະໜາດນ້ອຍຂອງອົດສະຕຣາລີ.


