ຕອນເຊົ້າ ວັນທີ 18 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ກິມ ເທ ຮຶມ, ເຈົ້າແຂວງຊຸງຊອງນຳ-ໂດ ຂອງ ສ. ເກົາຫຼີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 17-20 ທັນວາ 2025.

ໃນໂອກາດນີ້, ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ເຈົ້າແຂວງຊຸງຊອງນຳ-ໂດ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ລາວໃນຄັ້ງນີ້, ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນຫຼາຍຂຶ້ນ; ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ແລະ ແຂວງຊຸງຊອງນຳ-ໂດ ແຫ່ງ ສ. ເກົາຫຼີ ທີ່ໄດ້ການສ້າງເງື່ອນໄຂໃຫ້ແກ່ແຮງງານລາວ ໄດ້ໄປເຮັດວຽກຢູ່ແຂວງຊຸງຊອງນຳ-ໂດ ເພື່ອສ້າງລາຍຮັບ ແລະ ພັດທະນາທັກສະສີມື ໃຫ້ເຂົາເຈົ້າ; ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຕືແຂວງຊຸງຊອງນໍາ-ໂດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ລາວ ໃນໄລຍະຜ່ານມາ ເປັນຕົ້ນ: ລົດຮັບ-ສົ່ງຄົນເຈັບ, ຄອມພີວເຕີ, ເຄື່ອງດັບເພີງ ແລະ ອຸປະກອນຕ່າງໆ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການ, ທັງສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດ ບັນດາເນື້ອໃນບົດບັນທຶກການຮ່ວມມື ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເກີດດອກອອກຜົນຫຼາຍຂຶ້ນ; ສະເໜີສອງຝ່າຍຄົ້ນຄວ້າ ແລະ ສ້າງເງື່ອນໄຂ ໃຫ້ແຮງງານລາວ ໄດ້ໄປອອກແຮງງານ ຢູ່ແຂວງຊຸງຊອງນໍາ-ໂດ ໃນຫຼາຍຂົງເຂດວຽກງານຕື່ມ ເປັນຕົ້ນ ຂົງເຂດການຄ້າ, ການທ່ອງທ່ຽວ, ອຸດສາຫະກຳ, ກະສິກຳ ແລະອື່ນໆ, ທັງໃຫ້ມີຈຸດປະສານງານຮ່ວມກັນ ເພື່ອແກ້ໄຂ ແລະ ຊ່ວຍເຫຼືອແຮງງານລາວ ຫຼີກລ່ຽງຈາກການເອົາລັດເອົາປຽບ ຫຼື ຄວາມສ່ຽງຕ່າງໆ; ສະເໜີເຈົ້າແຂວງຊຸງຊອງນຳ-ໂດ ສືບຕໍ່ລະດົມນັກລົງທຶນ ຈາກ ສ. ເກົາຫຼີ ເຂົ້າມາລົງທຶນ ຢູ່ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະໃນຂົງເຂດກະສິກຳທັນສະໄໝ. ນອກນັ້ນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ, ລວມທັງ ນະໂຍບາຍສົ່ງເສີມການລົງທຶນ, ການພັດທະນາໂຄງລ່າງພື້ນຖານ ໃຫ້ ສປປ ລາວ ສາມາດເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ ໄດ້ຄ່ອງຕົວຫຼາຍຂຶ້ນໃນແຕ່ລະໄລຍະ, ທັງເຫັນດີ ສະໜັບສະໜູນ ໃຫ້ພາກສ່ວນກ່ຽວຂ້ອງຂອງລາວ ໄປທັດສະນະສຶກສາ ແລກປ່ຽນບົດຮຽນ, ເຂົ້າຮ່ວມງານວາງສະແດງດອກໄມ້ ແລະ ຜະລິດກະສິກຳ ຢູ່ແຂວງຊຸງຊອງນໍາ-ໂດ ໃນປີ 2026 ເພື່ອນໍາເອົາບົດຮຽນ ມາພັດທະນາວຽກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ໃນໂອກາດດຽວກັນ, ເຈົ້າແຂວງຊຸງຊອງນຳ-ໂດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງນາຍົກລັດຖະມົນຕີ ແລະ ການອຳນວຍຄວາມສະດວກດ້ານຕ່າງໆ ຂອງພາກສ່ວນທີ່ກ່ຽວຂ້ອງຂອງລາວ ຕະຫຼອດໄລຍະການເຄື່ອນໄຫວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບເຈດຈຳນົງຂອງພາກທຸລະກິດ ຈາກແຂວງຊຸງຊອງນໍາ-ໂດ ທີ່ມີຄວາມສົນໃຈ ເຂົ້າມາລົງທຶນພັດທະນາໂຄງການດ້ານກະສິກຳທັນສະໄໝ ຢູ່ແຂວງບໍລິຄຳໄຊ ເພື່ອເປັນສ່ວນໜຶ່ງ ໃນການປະກອບສ່ວນສ້າງວຽກເຮັດງານທຳ ແລະ ລາຍຮັບ ໃຫ້ແກ່ແຮງງານລາວ, ທັງເປັນທາງເລືອກ ຫຼຸດຜ່ອນການເດີນທາງໄປອອກແຮງງານ ຢູ່ ສ. ເກົາຫຼີ ທີ່ມີນະໂຍບາຍບໍ່ຫຼຸດໂຕນກັນຫຼາຍ. ນອກນັ້ນ ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຈຳນວນໜຶ່ງ ໃນວຽກງານການລົງທຶນ, ການບໍລິຫານ, ບັນຫາພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ-ສາກົນ ແລະອື່ນໆ.
ຂ່າວ,ພາບ: ກົມປະຊາສໍາພັນ ຫສນຍ.


