ໃນຕອນບ່າຍວັນທີ 18 ທັນວາ 2025 ທີ່ຫ້ອງວ່າການແຂວງຫົວພັນ ໄດ້ຈັດພິທີປະກາດການແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ; ມີທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງໆຫົວພັນ; ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກແຂວງ; ທ່ານ ວຽງທອງ ສິງຄໍາພັນ, ຫົວໜ້າກົມຈັດຕັ້ງ, ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາທ່ານ ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງຫົວພັນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເຈົ້າແຂວງຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ຕະຫຼອດໄລຍະ ທີ່ທ່ານ ຖືກມອບໝາຍໜ້າທີ່ ເປັນເຈົ້າແຂວງໆຫົວພັນ. ຫຼັງຈາກນັ້ນ, ທ່ານ ຫົວໜ້າກົມຈັດຕັ້ງ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ຄື: ທ່ານ ຄຳແພງ ໄຊສົມແພງ ອອກພັກການ-ຮັບອຸດໝູນບຳນານ ແລະ ຜ່ານດຳລັດ ແຕ່ງຕັ້ງທ່ານ ພອນສຸກ ອິນທະວົງ ເປັນປະທານຄະນະກຳມະການປົກຄອງແຂວງຫົວພັນ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງໆຫົວພັນ ແລະ ປະທານຄະນະກຳມະການປົກຄອງແຂວງຫົວພັນ.

ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະພັກແຂວງຫົວພັນ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງ ມີຄໍາເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ການນຳທຸກຂັ້ນຂອງແຂວງ ເປັນເອກະພາບ ຕໍ່ກັບການສັບປ່ຽນ, ແຕ່ງຕັ້ງພະນັກງານການນຳຂອງແຂວງ ໂດຍໃຫ້ນຳພາແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ຕະຫຼອດເຖິງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນທົ່ວແຂວງ ໃຫ້ຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ແລະ ທົ່ວເຖິງ; ສືບຕໍ່ປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີ ພາຍໃນພັກ ໂດຍສະເພາະ ພາຍໃນຄະນະບໍລິຫານງານພັກ-ຄະນະປະຈຳພັກແຂວງ ໃຫ້ແໜ້ນແຟ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ແກນນຳ ໃນການນຳພາເຕົ້າໂຮມຄວາມສາມັກຄີ; ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ເພີ່ມທະວີຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໄລຍະໃໝ່ ໃຫ້ແຂງແຮງຂຶ້ນຕື່ມ ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງແຂວງ, ຍູ້ແຮງຂະບວນການການຜະລິດເປັນສິນຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການກວ້າງຂວາງ ແລະ ມີການຈັດຕັ້ງທີ່ເຂັ້ມແຂງ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ຫັນລົງກໍ່ສ້າງຮາກຖານ, ລວມທັງ ການສ້າງຕັ້ງຕາແສງ ໃຫ້ມີຄວາມຄືບໜ້າໄວ ເພື່ອເຮັດໃຫ້ລະບົບການຈັດຕັ້ງ-ນຳພາມີຄວາມເຂັ້ມແຂງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຕາມລະດັບຄາດໝາຍ; ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບສູງ; ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງຮອບດ້ານ.



