ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດອະໄພຍະໂທດໃຫ້ນັກໂທດ ທີ່ມີຄວາມກ້າວໜ້າ 1.000 ກວ່າຄົນ ໃນໂອກາດວັນຊາດ ຄົບຮອບ 50 ປີ

Dec 20, 2025

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ, ປ່ອຍຕົວນັກໂທດ ຜູ້ທີ່ມີຄວາມກ້າວໜ້າ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ໃນວັນທີ 19 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງຕານປ່ຽວ, ມີພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກໍາມະການອະໄພຍະໂທດຂັ້ນກະຊວງປ້ອງກັນຄວາມສະຫງົບ, ພົນຈັດຕະວາ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ພ້ອມດ້ວຍຜູ້ຕາງໜ້າກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ, ຫ້ອງວ່າການກະຊວງ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ລັດສະໝີ ໄຊຍະຄຳ ກ່າວວ່າ: ໃນໂອກາດວັນຊາດ 2 ທັນວາ ຄົບຮອບ 50 ປີ, ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຈັດກອງປະຊຸມຄົ້ນຄວ້າສະເໜີອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃນຄັ້ງວັນທີ 28 ມີນາ 2025, ການຄົ້ນຄວ້າ ບັນຊີລາຍຊື່ ນັກໂທດ ທີ່ສະເໜີອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ປີ 2025 ແມ່ນມີນັກໂທດ ທີ່ພວມປະຕິບັດໂທດຢູ່ບັນດາຄ້າຍຄຸມຂັງທີ່ຂຶ້ນກັບກົມຕຳຫຼວດຄຸມຂັງ-ດັດສ້າງ ຈຳນວນ 8 ແຫ່ງ ແລະ 1 ຄ້າຍກັກຂັງຊົ່ວຄາວ ຄື: ຄ້າຍຄຸມຂັງ ບຸນເໜືອ ແຂວງ ຜົ້ງສາລີ, ຄ້າຍຄຸມຂັງລ້ອງເລິກ ແຂວງຫຼວງພະບາງ, ຄ້າຍຄຸມຂັງຄັງໄຂ ແຂວງ ຊຽງຂວາງ, ຄ້າຍຄຸມຂັງ ຕານປ່ຽວ ແຂວງວຽງຈັນ, ຄ້າຍຄຸມຂັງໂພນຕ້ອງ ນະຄອນຫຼວງວຽງຈັນ, ຄ້າຍຄຸມຂັງໂພນເງິນ ແຂວງ ວຽງຈັນ ແລະ ຄ້າຍກັກຂັງຊົ່ວຄາວ ນາຂ່າ, ຄ້າຍຄຸມຂັງ ແກ້ງຄັນ ແຂວງສະຫວັນນະເຂດ ແລະ ຄ້າຍຄຸມຂັງ ບັງລຽງ ແຂວງ ຈຳປາສັກ.


ຜ່ານການຄົ້ນຄວ້າສາມາດສະຫຼຸບສັງລວມນັກໂທດທີ່ໄດ້ຮັບການອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ທັງໝົດມີ 1.097 ຄົນ ຍິງ 149 ຄົນ, ໃນນີ້ຄົນຕ່າງປະເທດ 48 ຄົນ ຍິງ 6 ຄົນ; ໂທດຕະຫຼອດຊີວິດມີ 40 ຄົນ ຍິງ 3 ຄົນ, ຄົນຕ່າງປະເທດ 4 ຄົນ; ໃນນີ້ ນັກໂທດທີ່ມີຄວາມກ້າວໜ້າ ສາມາດຫຼຸດຜ່ອນໂທດ ມີ 1.019 ຄົນ ຍິງ 136 ຄົນ, ຄົນຕ່າງປະເທດ 47 ຄົນ ຍິງ 6 ຄົນ.
ສະເພາະ ຄ້າຍຄຸມຂັງຕານປ່ຽວ ແຂວງວຽງຈັນ ໄດ້ຮັບການອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ຈໍານວນ ທັງໝົດມີ: 265 ຄົນ ຍິງ 29 ຄົນ ໃນນີ້ບັນຊີຫຼຸດຜ່ອນໂທດມີ 255 ຄົນ ຍິງ 27 ຄົນ ( ໂທດຕະຫຼອດຊີວິດມີ 13 ຄົນ ຍິງ 1 ຄົນ ) ເປັນນັກໂທດຄະດີຢາເສບຕິດ 242 ຄົນ ຍິງ 22 ຄົນ (ໂທດຕະຫຼອດຊີວິດມີ 13 ຄົນ ຍິງ 1 ຄົນ ), ຄະດີ ທົ່ວໄປມີ 13 ຄົນ ຍິງ 5 ຄົນ; ບັນຊີປ່ອຍຕົວມີ 10 ຄົນ, ຍິງ 2 ຄົນ, ຄະດີ ຢາເສບຕິດມີ 8 ຄົນ, ຍິງ 1 ຄົນ, ຄະດີ ທົ່ວໄປມີ 2 ຄົນ ຍິງ 1 ຄົນ.
ຈາກນັ້ນ ພັນເອກ ສົມໄຊ ແສງຄຳຢອງ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ໃນໂອກາດວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ ຜ່ານລາຍຊື່ນັກໂທດຜູ້ທີ່ໄດ້ຮັບອະໄພຍະໂທດປ່ອຍຕົວຢູ່ບັນດາຄ້າຍຂອງສູນກາງ ເປັນກຽດມອບໃບຢັ້ງຍືນປ່ອຍຕົວໂດຍ ພົນຈັດຕະວາ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ.


ໃນພິທີ, ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ຕ້ອງເອົາໃຈໃສ່ປະຕິບັດລະບຽບ-ກົດໝາຍ ກໍຄືລະບຽບຂອງຄ້າຍຄຸມຂັງໃຫ້ດີ, ໃຫ້ກາຍເປັນບຸກຄົນທີ່ມີຄວາມຕື່ນຕົວ ບຸກບືນຫ້າວຫັນອອກແຮງງານເພີ່ມພູນຜະລິດຜົນ, ປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ ເພື່ອໃຫ້ກາຍເປັນຜູ້ດີເດັ່ນ ໄດ້ຮັບການປ່ອຍຕົວກ່ອນກຳນົດໃນຕໍ່ໜ້າ. ສໍາລັບນັກໂທດຜູ້ທີ່ໄດ້ຮັບການປ່ອຍຕົວ ເມື່ອພົ້ນໂທດອອກໄປຕ້ອງເອົາໃຈໃສ່ປະຕິບັດກົດໝາຍຢ່າງເຂັ້ມງວດ ເປັນຄົນດີຂອງຄອບຄົວ ແລະ ພົນລະເມືອງດີຂອງສັງຄົມ, ບໍ່ກັບຄືນມາກະທໍາຜິດອີກ.

ພາບ-ຂ່າວ: ຄໍາໂຖ