ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດນຳໃຊ້ອະນຸສອນສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

Dec 20, 2025

 

ໃນຕອນວັນທີ 19 ທັນວາ 2025 ທີ່ສວນມິດຕະພາບຫົວພັນ-ແທັງຮວາ ເມືອງຊຳເໜືອ, ແຂວງຫົວພັນ ໄດ້ມີພິທີເປີດນຳໃຊ້ອະນຸສອນສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ; ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ພຸດພັນ ແກ້ວວົງໄຊ, ເລຂາຄະນະບໍລິຫານງານພັກແຂວງ; ບັນດາທ່ານ ອາດີດການນຳຂັ້ນສູງຂອງພັກ-ລັດ; ບັນດາທ່ານ ອາດີດການນຳແຂວງ, ຕາງໜ້າຈາກກະຊວງ-ອົງການ, ຄະນະນຳຂອງແຂວງ, ພ້ອມດ້ວຍຄອບຄົວລູກຫຼານແກ້ວບຸນພັນ, ພາກສ່ວນກ່ຽວ້ຂອງ ແລະ ປະຊາຊົນຊາວແຂວງຫົວພັນ.


ໃນໂອກາດນີ້, ທ່ານ ພົນໂທ ວົງສອນ ອິນປານພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລາຍງານຕໍ່ພິທີວ່າ: ໂຄງການກໍ່ສ້າງອະນຸສອນສະຖານຮູບປັ້ນ ແລະ ຫໍມູນເຊື້ອ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ ແລະ ຍຸກສະໄໝ, ຕັ້ງຢູ່ເທດສະບານ ແຂວງຫົວພັນ ເຂດທີ່ໝັ້ນຂອງການປະຕິວັດລາວ, ດິນແດນວິລະຊົນ ທີ່ປະຊາຊົນ ມີມູນເຊື້ອ ຕໍ່ສູ້ພິລະອາດຫານ, ດຸໝັ່ນ ແລະ ສາມັກຄີ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນນັກຮົບປະຕິວັດ ຮຸ່ນທໍາອິດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ເປັນຜູ້ຮ່ວມກໍ່ຕັ້ງກອງໂຄສະນາປະກອບອາວຸດ ແລະ ຮ່ວມກັບປະທານ ໄກສອນ ພົມວິຫານ ປະກາດສ້າງຕັ້ງກອງລາດຊະວົງ ເຊິ່ງແມ່ນກອງທັບປະຊາຊົນລາວ ໃນປະຈຸບັນ. ນັບແຕ່ມື້ທໍາອິດ ທີ່ເຂົ້າຮ່ວມການປະຕິວັດ ເພິ່ນໄດ້ຮັບຫຼາຍໜ້າທີ່, ຫຼາຍຕໍາແໜ່ງ ແຕ່ຕໍ່າຫາສູງ, ຈາກນັກຮົບໂຄສະນາໃນກຳລັງປະກອບອາວຸດ ຈົນກ້າວຂຶ້ນເປັນນາຍທະຫານຊັ້ນພົນເອກ, ຈາກຫົວໜ້າກອງລາດຊະວົງ ກ້າວຂຶ້ນເປັນຫົວໜ້າເສນາທິການສູງສຸດຂອງກອງທັບ, ເປັນຜູ້ວາງແຜນສູ້ຮົບ ແລະ ບັນຊາສູ້ຮົບ ຫຼາຍບັ້ນຮົບ, ບັ້ນຕີທີ່ສໍາຄັນ ແລະ ເດັ່ນກ່ວາໝູ່ແມ່ນ: ບັ້ນຮົບປົດປ່ອຍຊໍາເໜືອ, ປົດປ່ອຍຊຽງຂວາງ, ປົດປ່ອຍຫຼວງນໍ້າທາ, ປົດປ່ອຍຫ້ວຍຊາຍ, ການວາງສາມບາດຄ້ອນຍຸດທະສາດ ແລະ ບັ້ນຮົບອື່ນໆ ນໍາໄປເຖິງການປົດປ່ອຍທົ່ວປະເທດ, ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975. ຈາກຄວາມໝາຍສໍາຄັນ, ມູນເຊື້ອວິລະກໍາ, ຄຸນງາມຄວາມດີ ແລະ ຜົນງານການປະຕິວັດອັນໃຫຍ່ຫຼວງ ທີ່ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສ້າງໄວ້ໃຫ້ແກ່ປະເທດຊາດ ແລະ ຜືນແຜ່ນດິນແມ່, ດັ່ງນັ້ນ ພັກ-ລັດຖະບານ ກໍ່ຄື ກະຊວງປ້ອງກັນປະເທດ, ອົງການປົກຄອງແຂວງຫົວພັນ ພ້ອມດ້ວຍຄອບຄົວແກ້ວບຸນພັນ ຈຶ່ງໄດ້ສ້າງຮູບປັ້ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມາສະຖິດໄວ້ໃນອະນຸສອນສະຖານ ແລະ ຫໍມູນເຊື້ອ ທີ່ເມືອງຊໍາເໜືອ, ແຂວງຫົວພັນ ແຫ່ງນີ້.


ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານ ການນຳຂັ້ນສູງ, ອາດີດການນຳຂັ້ນສູງ ແລະ ການນຳແຂວງຫົວພັນ ທີ່ເຂົ້າຮ່ວມ ກໍໄດ້ໃຫ້ກຽດຮ່ວມດຳເນີນການຕັດແຖບຜ້າ ເພື່ອເປີດນຳໃຊ້ ແລະ ລັ່ນຄ້ອງ ເພື່ອເປັນສິລິມົງຄຸນ ໃຫ້ແກ່ໂຄງການດັ່ງກ່າວ.


ຂ່າວ-ພາບ ກົມປະຊາສຳພັນ ຫສນຍ.