ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງເລກ 22 ພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາເມືອງນານ ແຂວງຫຼວງພະບາງໃນວັນທີ 19 ທັນວາ 2025.

ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກ ຍທຂ ແຂວງວຽງຈັນ ໃຫ້ສຳພາດວ່າ: ໃນໂອກາດລັດຖະມົນຕີກະຊວງ ຍທຂ ເຄື່ອນໄຫວຄັ້ງນີ້ໄດ້ຊີ້ນໍາໃຫ້ມີການເລັ່ງສ້ອມແປງເສັ້ນທາງ ເພື່ອໃຫ້ການສັນຈອນໄປມາມີຄວາມສະດວກສະບາຍວ່ອງໄວ ທັງນີ້ເພື່ອປະຕິບັດຕາມທິດຊີ້ນຳຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທີ່ມີຄວາມເປັນຫ່ວງເປັນໄຍເພື່ອໃຫ້ການສ້ອມແປງເສັ້ນທາງດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ເຮັດໃຫ້ການສັນຈອນໄປມາຂອງປະຊາຊົນບັນດາເຜົ່າມີຄວາມໂລ່ງລຽນ ບໍ່ໃຫ້ຖຶກຕັດຂາດ. ພາຍຫຼັງພະແນກ ຍທຂ ແຂວງໄດ້ມອບໂຄງການໃຫ້ທາງບໍລິສັດຮັບເໝົາ ໄດ້ມີການເລັ່ງສ້ອມແປງ ມາຮອດປັດຈຸບັນສາມາດແກ້ໄຂບັນຫາເສັ້ນທາງບໍ່ໃຫ້ຖຶກຕັດຂາດໄດ້ສຳເລັດ. ຜ່ານມາເສັ້ນທາງພູເກົ້າຫຼັກ ໄດ້ຮັບຜົນກະທົບໜັກຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເສັ້ນທາງເປ່ເພ ພູເຈື່ອນລົງໃສ່ຮ່ອງນໍ້າ ໃສ່ທາງ ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ. ມາຮອດປັດຈຸບັນປະຊາຊົນບັນດາເຜົ່າສາມາດສັນຈອນໄປມາໄດ້ສະດວກ ແລະ ອີກປະມານ 2 ອາທິດຈະເລີ່ມປູຢາງ. ຄາດວ່າພາຍໃນ 3-4 ເດືອນຂ້າງໜ້າຈະໃຫ້ສຳເລັດການປູຢາງ ມາດຕະຖານ 11 ໂຕນ/ເພົາ, ໄລຍະການສ້ອມແປງເສັ້ນທາງດັ່ງກ່າວແມ່ນ 68 ກິໂລແມັດ ແຕ່ກາສີມາຫາຈຸດຊົມວິວພູເກົ້າຫຼັກ 34 ກິໂລແມັດ ແລະໄປຫາບ້ານປົ່ງດົ່ງ ເມືອງນານ ແຂວງຫຼວງພະບາງ 34 ກິໂລແມັດ.

ທ່ານ ພົມມີ ນັນທະວົງ ຫົວໜ້າວິຊາການບໍລິສັດພັດທະນາສາມຫຼ່ຽມເສດຖະກິດຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ລາຍງານການກໍ່ສ້າງສ້ອມແປງທາງແຕ່ເມືອງກາສີ ແຂວງວຽງຈັນ ຫາ ບ້ານປົ່ງດົ່ງ ເມືອງນານ ແຂວງຫວງພະບາງວ່າ: ນັບແຕ່ເຊັນສັນຍາຮ່ວມມືໃນເດືອນມິຖຸນາ 2025 ທາງບໍລິສັດໄດ້ສຳຫຼວດອອກແບບ ແລະ ກໍ່ສ້າງໄປພ້ອມ, ເລືອກກໍ່ສ້າງຈຸດທີ່ມີຄວາມຫຍຸ້ງຍາກຂັດສົນ ແຕ່ກິໂລແມັດ 21+300 ຫາກິໂລແມັດ 33 ກຳລັງປະຕິບັດແມ່ນວຽກອະນາໄມ, ວຽກດິນຕັດ, ວຽກສັບເບ່. ສະເພາະກິໂລແມັດ 33 ກຳລັງລົງເບສຄອັດ ຄາດວ່າກ່ອນລະດູຝົນຈະໃຫ້ສຳເລັດການສ້ອມແປງໃນຈຸດທີ່ມີຄວາມສ່ຽງ ໃນກິໂລແມັດ 23 ຫາ 33. ແຜນອະນາຄົດໃນ 3 ປີຂອງການເຊັນສັນຍາພວກເຮົາຈະໃຫ້ສຳເລັດການປູຢາງ, ປູເບຕົງ 4 ຈຸດ (ສ້ອມແປງຕາມສັນຍາ 7 ປີ ໃຫ້ພາຫະນະສັນຈອນໄປມາໄດ້ປົກກະຕິ); ມາຮອດປັດຈຸບັນວຽກດິນຕັດສາມາດປະຕິບັດໄດ້ນັບແຕ່ກິໂລແມັດ 31 ຫາ 34 ແລະ ຊ່ວງ 40 ຫາ 68 ສ້ອມແປງເທົ່າກັບ 47,31% ຂອງໜ້າວຽກ, ບໍລິສັດມີຄວາມພ້ອມດ້ານພາຫະນະກົນຈັກ ພ້ອມດ້ວຍອຸປະກອນປູຢາງ. ປັດຈຸບັນນີ້, ທາງບໍລິສັດຮັບເໝົາກໍ່ສ້າງພົບຄວາມຫຍຸ້ງຍາກເວລາຝົນຕົກມາ ລົດບໍ່ສາມາດຂຶ້ນພູໄດ້ ແລະ ລົດມີບັນຫາຢູ່ກາງທາງ, ສ່ວນໃຫຍ່ແມ່ນລົດໜັກສັນຈອນໄປມາໃນເສັ້ນທາງດັ່ງກ່າວ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການກໍ່ສ້າງ. ພາຍຫຼັງສຳເລັດການກໍ່ສ້າງຈະອຳນວຍຄວາມສະດວກໃຫ້ປະຊາຊົນໃນການໄປມາໄດ້ສະດວກສະບາຍຫຼາຍຂຶ້ນ ເຊິ່ງເປັນເສັ້ນທາງທີ່ກວ້າງໄດ້ມາດຕະຖານເຕັກນິກ ໃນໄລຍະການກໍ່ສ້າງຮຽກຮ້ອງໃຫ້ປະຊາຊົນທີ່ໃຊ້ລົດ ໃຊ້ຖະໜົນໃຫ້ລະມັດລະວັງຄ່ອຍໄປຄ່ອຍມາ ປະຕິບັດຕາມລະບຽບການກໍ່ສ້າງເຊິ່ງໃນແຕ່ລະຈຸດຈະມີປ້າຍໝາຍບອກເປັນຢ່າງດີ.

ພາບ, ຂ່າວ: ພູວັນ


