ຄວາມກ້າວໜ້າຂອງທ່າການຄ້າເສລີໄຫຫຼໍາ ພ້ອມຂັບເຄື່ອນເສດຖະກິດໂລກທີ່ເປີດກວ້າງ

ທ່າການຄ້າເສລີໄຫຫຼໍາຂອງຈີນ ເຊິ່ງເປັນທ່າການຄ້າເສລີທີ່ໃຫຍ່ທີ່ສຸດຂອງໂລກໃນດ້ານຂະໜາດພື້ນທີ່ ໄດ້ປະຕິບັດດ່ານພາສີອິດສະຫຼະທົ່ວເກາະຢ່າງເປັນທາງການເລີ່ມແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ ເຊິ່ງຖືເປັນບາດກ້າວສໍາຄັນຂອງການເປີດກວ້າງການເປີດປະຕູສູ່ພາຍນອກລະດັບສູງຂອງຈີນ. ຄວາມກ້າວໜ້າທີ່ເປັນປະຫວັດສາດຂອງໂຄງການທີ່ສຳຄັນນີ້ ໄດ້ກຳນົດຈະເພີ່ມແຮງຂັບເຄື່ອນທີ່ເຂັ້ມແຂງ ແລະ ຍືນຍົງເຂົ້າໃນການພັດທະນາຢ່າງມີຄຸນນະພາບທັງໃນແຂວງໄຫຫຼໍາ ກໍຄື ປະເທດຈີນ, ລວມເຖິງການປະສົມປະສານທາງດ້ານເສດຖະກິດໃນລະດັບພາກພື້ນ ແລະ ລະດັບໂລກ. ນອກນີ້ ຍັງຄາດວ່າຈະເປັນແຮງຂັບເຄື່ອນທີ່ໃຫຍ່ຫຼວງຕໍ່ການຄ້າເສລີທີ່ໄດ້ຮັບຜົນກະທົບຈາກການເພີ່ມຂຶ້ນຂອງນະໂຍບາຍປົກປ້ອງການຄ້າ ແລະ ລັດທິຝ່າຍດຽວໃນຊຸມປີມໍ່ໆ ມານີ້.

ການສ້າງທ່າການຄ້າເສລີ ແມ່ນລະດັບສູງສຸດຂອງການເປີດກວ້າງໃນໂລກປັດຈຸບັນ. ດ້ວຍຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ຂໍ້ໄດ້ປຽບຈາກຕະຫຼາດຂະໜາດໃຫຍ່ຂອງຈີນ, ທ່າການຄ້າເສລີໄຫຫຼໍາກວມເອົາເນື້ອທີ່ທັງໝົດ 33,900 ກິໂລຕາແມັດຂອງເກາະໄຫຫຼໍາ. ປັດຈຸບັນທ່າການຄ້າດັ່ງກ່າວມີທ່າເຮືອເປີດ 8 ແຫ່ງ ແລະ ດ່ານພາສີອິດສະຫຼະສາຍທີສອງ 10 ແຫ່ງ.
ຈີນວາງເປົ້າໝາຍທີ່ຈະສ້າງທ່າການຄ້າເສລີໄຫຫຼໍາໃຫ້ກາຍເປັນປະຕູສຳຄັນໃນການນຳພາການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຂອງປະເທດໃນຍຸກໃໝ່. ໃນຖານະເປັນເຂດທົດລອງສຳລັບການປະຕິຮູບ ແລະ ເປີດກວ້າງຢ່າງເລິກເຊິ່ງ, ໄຫຫຼໍາຈະມີສ່ວນຮ່ວມໃນການສະໜັບສະໜູນຄວາມພະຍາຍາມທາງຍຸດທະສາດຂອງປະເທດໃນການສ້າງລະບົບໃໝ່ສຳລັບເສດຖະກິດທີ່ເປີດກວ້າງໃນລະດັບສູງກວ່າ.
ທ່າການຄ້າເສລີໄຫຫຼໍາ ໄດ້ກ້າວເຂົ້າສູ່ໄລຍະການພັດທະນາໃໝ່ທີ່ດີກວ່າເກົ່າ ໂດຍໄດ້ສ້າງຕັ້ງກົນໄກນະໂຍບາຍ ແລະ ລະບຽບການເບື້ອງຕົ້ນເພື່ອສົ່ງເສີມການເປີດເສລີ ແລະ ຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ. ທ່າການຄ້າເສລີແຫ່ງນີ້ມີລະບຽບການສຳລັບສິນຄ້າທີ່ປອດພາສີ, ອັດຕາພາສີຕ່ຳ ແລະ ໂຄງສ້າງພາສີທີ່ຖືກຕ້ອງຕາມຂັ້ນຕອນ ເຊິ່ງຈະນໍາໄປສູ່ການສ້າງລະບົບພາສີທີ່ມີຄວາມສາມາດແຂ່ງຂັນລະດັບສາກົນ. ເລີ່ມຕັ້ງແຕ່ວັນທີ 18 ທັນວາ 2025, ອັດຕາຂອງສິນຄ້າທີ່ປອດພາສີໃນທ່າການຄ້າເສລີໄຫຫຼໍາໄດ້ເພີ່ມຂຶ້ນ ຈາກ 21% ເປັນ 74%, ພ້ອມກັບຈຳນວນສິນຄ້າທີ່ປອດພາສີເພີ່ມຂຶ້ນຈາກປະມານ 1,900 ຊະນິດເປັນຫຼາຍກວ່າ 6,600 ຊະນິດ.

ການດໍາເນີນງານພິເສດຂອງດ່ານພາສີ ຈະເປີດໂອກາດໃຫ້ທ່າການຄ້າເສລີໄຫຫຼໍາທີ່ເປັນແມ່ເຫຼັກດຶງດູດການລົງທຶນ ແລະ ຄວາມສາມາດຈາກທົ່ວໂລກ, ທັງເປັນເຄື່ອງຈັກໃໝ່ສຳລັບການພັດທະນາຢ່າງມີຄຸນນະພາບໄດ້ຢ່າງເຕັມທີ່. ແຮງຂັບເຄື່ອນຂອງທ່າການຄ້າແຫ່ງນີ້ປາກົດເຫັນໄດ້ຢ່າງຊັດເຈນຈາກຕົວເລກ ໂດຍສະເພາະນັບຕັ້ງແຕ່ປີ 2020, ມີວິສາຫະກິດທີ່ໄດ້ຮັບທຶນຕ່າງປະເທດໃໝ່ຖືກສ້າງຕັ້ງຂຶ້ນໃນໄຫຫຼໍາຫຼາຍກວ່າ 9,600 ແຫ່ງ ໂດຍນັກລົງທຶນຈາກຫຼາຍກວ່າ 170 ປະເທດ ແລະ ເຂດແຄວ້ນ. ແຂວງໄຫຫຼໍາ ໄດ້ເປີດເສັ້ນທາງເຮືອບັນທຸກສິນຄ້າທັງໝົດ 75 ເສັ້ນ, ລວມທັງເສັ້ນທາງການຄ້າຕ່າງປະເທດ 36 ເສັ້ນ. ຈໍານວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກໄຫຫຼໍາຕັ້ງໃຈທີ່ຈະກາຍເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ ແລະ ການບໍລິໂພກລະດັບສາກົນ.
ດ້ວຍການສຸມໃສ່ການທ່ອງທ່ຽວ, ອຸດສາຫະກຳການບໍລິການທີ່ທັນສະໄໝ ແລະ ອຸດສາຫະກຳເຕັກໂນໂລຊີສູງ, ທ່າການຄ້າເສລີໄຫຫຼໍາ ຈະເສີມສ້າງການພັດທະນາທີ່ປະສານງານກັບພື້ນທີ່ອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາ. ດ້ວຍຄວາມສຳພັນທາງດ້ານການຄ້າທີ່ໃກ້ຊິດ, ທ່າການຄ້າເສລີໄຫຫຼໍາ ແລະ ຮົງກົງ ມີລະດັບການເສີມສ້າງທາງດ້ານອຸດສາຫະກຳສູງ ແລະ ພື້ນທີ່ຮ່ວມມືທີ່ກວ້າງຂວາງ. ໄຫຫຼໍາ ເປັນສູນກາງສຳຄັນຕາມເສັ້ນທາງສາຍໄໝທີ່ເຊື່ອມຕໍ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ຕັ້ງຢູ່ໃນເສັ້ນທາງສຳຄັນທີ່ເຊື່ອມຕໍ່ມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອິນເດຍ ເຮັດໃຫ້ທ່າການຄ້າເສລີໄຫຫຼໍາໄດ້ຮັບຕຳແໜ່ງທີ່ສຳຄັນຫຼາຍຂຶ້ນໃນການພັດທະນາເສດຖະກິດໂລກ.

ເນື່ອງຈາກຂໍ້ໄດ້ປຽບດ້ານທີ່ຕັ້ງທາງພູມສາດທີ່ເປັນເອກະລັກສະເພາະຕົວ, ທ່າການຄ້າເສລີໄຫຫຼໍາຈະມີບົດບາດສຳຄັນໃນການຂຸດຄົ້ນທ່າແຮງການຮ່ວມມືພາຍໃຕ້ຂໍ້ຕົກລົງການຄ້າເສລີ ເຊັ່ນ: ສັນຍາເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ແລະ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດ ແບບຮອບດ້ານລະດັບພາກພື້ນ (RCEP).
ໃນຖານະຜູ້ສະໜັບສະໜູນທີ່ເຂັ້ມແຂງຂອງການຄ້າເສລີ ແລະ ໂລກາພິວັດທາງເສດຖະກິດ, ຈີນຈະສືບຕໍ່ໃຊ້ແຮງຂັບເຄື່ອນຈາກການເປີດກວ້າງການເປີດປະຕູສູ່ພາຍນອກເພື່ອຂັບເຄື່ອນການປະຕິຮູບ ແລະ ການພັດທະນາ, ສົ່ງເສີມການເຊື່ອມໂຍງກັບກົດລະບຽບທາງເສດຖະກິດ ແລະ ການຄ້າລະດັບສູງ, ລວມທັງຂະຫຍາຍການເຂົ້າເຖິງຕະຫຼາດ. ການດຳເນີນງານພິເສດທາງພາສີຂອງທ່າການຄ້າເສລີໄຫຫຼໍາສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມໝັ້ນໃຈທີ່ໝັ້ນຄົງຂອງຈີນໃນການຂະຫຍາຍການເປີດກວ້າງການເປີດປະຕູໃນລະດັບສູງ.
ທ່າການຄ້າເສລີໄຫຫຼໍາທີ່ມີລັກສະນະພິເສດສະເພາະ ເລີ່ມເປັນຮູບຮ່າງ ແລະ ຈະໄດ້ຮັບແຮງຂັບເຄື່ອນທີ່ຫຼາຍຂຶ້ນ. ໃນຖານະເປັນໂຄງການໄລຍະຍາວ, ທ່າການດັ່ງກ່າວຍັງມີເສັ້ນທາງທີ່ຍາວໄກທີ່ຕ້ອງເດີນຕໍ່ໄປເພື່ອເຮັດໃຫ້ການປະຕິຮູບຕ້ອງດໍາເນີນໄປຢ່າງໝັ້ນຄົງເຊິ່ງຕາມແຜນການ, ລະບົບສະຖາບັນ ແລະ ຮູບແບບການດໍາເນີນງານຂອງທ່າການຄ້າເສລີໄຫຫຼໍາຈະສົມບູນແບບຫຼາຍຂຶ້ນໃນປີ 2035 ແລະ ເກາະໄຫຫຼໍາຈະພັດທະນາເປັນທ່າການຄ້າເສລີລະດັບສູງທີ່ມີອິດທິພົນລະດັບໂລກພາຍໃນກາງສັດຕະວັດນີ້.

ໃນຖານະເປັນຜູ້ນໍາການເປີດກວ້າງການເປີດປະຕູສູ່ພາຍນອກຂອງຈີນ ທ່າການຄ້າເສລີໄຫຫຼໍາຈະສາມາດແບ່ງປັນໂອກາດໃນການພັດທະນາກັບນັກລົງທຶນ, ທັງສະໜອງຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງໃໝ່ໃຫ້ແກ່ເສດຖະກິດໂລກຜ່ານການຮ່ວມມືແບບເປີດກວ້າງ ເພາະບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດຈະໄດ້ຮັບຜົນປະໂຫຍດຈາກສະພາບແວດລ້ອມທາງທຸລະກິດທີ່ສອດຄ່ອງກັບມາດຕະຖານສາກົນຫຼາຍຂຶ້ນ ແລະ ການໃຊ້ໄຫຫຼໍາເປັນເວທີສະແຫວງຫາຜົນປະໂຫຍດຈາກຕະຫຼາດຂະໜາດໃຫຍ່ຂອງຈີນ ຈຶ່ງເຮັດໃຫ້ຄວາມກ້າວໜ້າຂອງທ່າການຄ້າເສລີໄຫຫຼໍາ ມີຄວາມພ້ອມທີ່ຈະຂັບເຄື່ອນເສດຖະກິດໂລກທີ່ເປີດກວ້າງກວ່າເກົ່າ, ຂະນະດຽວກັນ ການປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາ ແມ່ນສອດຄ່ອງກັບຂໍ້ສະເໜີຂອງຄະນະກໍາມະການສູນກາງພັກຄອມມູນິດຈີນທີ່ມີຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ (2026-2030) ທີ່ເນັ້ນໜັກໃຫ້ລັດຖະບານຈີນເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ.


