ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຄ້າໂລກຈະບັນລຸສະຖິຕິສູງສຸດ 3 ໝື່ນ 5 ພັນຕື້ໂດລາໃນປີ 2025 ໂດຍມີເຂດໂລກໃຕ້ເປັນກໍາລັງຂັບເຄື່ອນທີ່ສໍາຄັນ

Dec 20, 2025

ການຄ້າໂລກຈະບັນລຸສະຖິຕິສູງສຸດ 3 ໝື່ນ 5 ພັນຕື້ໂດລາໃນປີ 2025 ໂດຍມີເຂດໂລກໃຕ້ເປັນກໍາລັງຂັບເຄື່ອນທີ່ສໍາຄັນ

 

ອີງຕາມຂໍ້ມູນລ່າສຸດຈາກອົງການການຄ້າ ແລະ ການພັດທະນາແຫ່ງສະຫະປະຊາຊາດ (UNCTAD) ໃຫ້ຮູ້ວ່າ: ການຄ້າໂລກກຳລັງຈະບັນລຸລະດັບ 3 ໝື່ນ 5 ພັນຕື້ໂດລາໃນປີ 2025, ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີກ່ອນ ເຊິ່ງເປັນໜຶ່ງໃນການຂະຫຍາຍຕົວທີ່ເຂັ້ມແຂງທີ່ສຸດໃນປະຫວັດ ສາດທີ່ຜ່ານມາ.  ຢ່າງໃດກໍ່ຕາມ, ພາຍໃຕ້ຕົວເລກທີ່ສໍາຄັນນີ້ ການປັບໂຄງສ້າງໃໝ່ທີ່ໜ້າສົນໃຈກໍາລັງເກີດຂຶ້ນ ເນື່ອງຈາກປະເທດໃນເຂດໂລກໃຕ້ກຳລັງຂັບເຄື່ອນການຄ້າໄປສູ່ລະດັບສູງໃໝ່ ເຖິງວ່າອາເມຣິກາກໍາລັງຢູ່ໃນສະພາບທີ່ຊຸດໂຊມລົງກໍຕາມ. ຂໍ້ມູນດັ່ງກ່າວເປີດເຜີຍໃຫ້ເຫັນຄວາມເປັນຈິງທາງເສດ ຖະກິດຮູບແບບໃໝ່ເຊິ່ງເປັນເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກ, ເຖິງວ່າຍັງມີຄວາມສຳຄັນ ແຕ່ກໍກຳລັງມີບົດບາດໜ້ອຍລົງຕໍ່ເຄືອຂ່າຍທີ່ເຄີຍກຳນົດໄວ້. ປະເທດກໍາລັງພັດທະນາສ່ວນໃຫຍ່ຄ້າຂາຍລະຫວ່າງກັນເປັນຕົ້ນຕໍ, ສ້າງເຄືອຂ່າຍທີ່ຖືກອອກແບບມາເພື່ອຄວາມໝັ້ນໜຽວ. ໃນເວລາດຽວກັນ, ພັນທະມິດແບບດັ້ງເດີມຂອງອາເມຣິກາກຳລັງຂະຫຍາຍການຮ່ວມມືກັບຄູ່ຄ້າໃໝ່ ເພື່ອປັບຕົວໃຫ້ເຂົ້າກັບສະພາບການທີ່ກໍາລັງປ່ຽນແປງ. ການເຄື່ອນໄຫວທີ່ເກີດຂຶ້ນແບບຄູ່ຂະໜານເຫຼົ່ານີ້ເປັນສັນຍານບົ່ງບອກເຖິງການປ່ຽນແປງທາງໂຄງສ້າງ ເພາະການຄ້າໂລກກຳລັງພັດທະນາໄປສູ່ຮູບແບບຫຼາຍຂົ້ວ ໂດຍມີເຄື່ອງຈັກການເຕີບໂຕໃໝ່ເກີດຂຶ້ນຄຽງຄູ່ກັບຕະຫຼາດອາເມລິກາ.

ການຂະຫຍາຍຕົວຂອງປະເທດທີ່ມີຂະໜາດເສດຖະກິດໃຫຍ່ກວ່າໝູ່ໃນໂລກຊ້າລົງ: ບົດລາຍງານຂອງ UNCTAD ຊີ້ໃຫ້ເຫັນວ່າ: ໃນຂະນະທີ່ການຄ້າໂລກເພີ່ມຂຶ້ນເປັນ 3 ໝື່ນ 5 ພັນຕື້ໂດລາ, ອາເມລິກາ ໄດ້ພົບວ່າຕົນເອງຢູ່ນອກຂອບເຂດຂອງການຂະຫຍາຍຕົວທາງປະຫວັດສາດນີ້. ໃນໄຕມາດທີສາມຂອງປີ 2025, ອາເມຣິກາ ແມ່ນປະເທດທີ່ມີຄວາມແຕກຕ່າງໂດຍເຫັນໄດ້ຢ່າງຊັດເຈນຈາກກຸ່ມປະເທດເສດຖະກິດທີ່ສຳຄັນ ເນື່ອງຈາກການສົ່ງອອກສິນຄ້າຂອງອາເມຣິກາ ຫຼຸດລົງ 2% ແລະ ການ ນໍາເຂົ້າບໍ່ມີການເຕີບໂຕເມື່ອທຽບໃສ່ໄຕມາດກ່ອນໜ້ານັ້ນ ເຊິ່ງແຕກຕ່າງຢ່າງສິ້ນເຊີງກັບທ່າອ່ຽງໂດຍລວມຂອງໂລກທີ່ການຄ້າສິນຄ້າຂະຫຍາຍຕົວເກືອບ 2% ໃນໄລຍະດຽວກັນ.

ການຊຸດໂຊມລົງແມ່ນເຫັນໄດ້ຊັດເຈນທີ່ສຸດໃນການນຳເຂົ້າສິນຄ້າຂອງອາເມຣິກາ, ເຊິ່ງຄາດວ່າຈະຢູ່ທີ່ 0% ໃນໄຕມາດທີ 3ຂອງປີນີ້. ເຖິງວ່າປະເທດດັ່ງກ່າວໄດ້ເຫັນການຂະຫຍາຍຕົວ 8% ໃນໄລຍະສີ່ໄຕມາດກ່ອນຮອດໄຕມາດທີ 3ຂອງປີນີ້. ບໍລິສັດໃນອາເມຣິກາໄດ້ສະສົມສິນຄ້າໃນຄັງລ່ວງ ໜ້າເພື່ອກຽມຮັບມືກັບການເພີ່ມພາສີສິນຄ້ານໍາເຂົ້າ ແທນທີ່ຈະຕອບສະໜອງຕໍ່ຄວາມຕ້ອງການທີ່ແທ້ຈິງ, ດັ່ງທີ່ອົງການການຄ້າໂລກ (WTO) ໄດ້ລະບຸໄວ້ໃນລາຍງານຂອງຕົນ.

ດ້ານການສົ່ງອອກສິນຄ້າ, WTO ຄາດຄະເນວ່າປະລິມານການສົ່ງອອກຂອງອາເມລິກາເໜືອຈະຫຼຸດລົງ 3,1% ໃນປີ 2025. ການຫຼຸດລົງນີ້ແມ່ນໄດ້ຮັບອິດທິພົນຢ່າງຫຼວງຫຼາຍຈາກອຸດສາຫກໍາສະເພາະ ເຊິ່ງຂໍ້ມູນຂອງ UNCTAD ຊີ້ໃຫ້ເຫັນເຖິງການຫຼຸດລົງຢ່າງຫຼວງຫຼາຍຂອງການຄ້ານໍ້າມັນເຊື້ອໄຟຍ້ອນລາຄາຫຼຸດລົງ ແລະ ການຫຼຸດລົງຢ່າງຕໍ່ເນື່ອງໃນອຸດສາຫະກໍາລົດຍົນ.  ຢ່າງໃດກໍ່ຕາມ, ເຖິງວ່າເຄື່ອງຈັກຂອງອາເມລິກາຊຸດໂຊມລົງ, ການຄ້າໂລກກໍ່ບໍ່ໄດ້ຢຸດສະງັກລົງ ມັນພຽງແຕ່ຖືກຂັບເຄື່ອງດ້ວຍກໍາລັງໃໝ່ເຂົ້າມາແທນທີ່.

ເຂດໂລກໃຕ້ຄືເຄື່ອງຈັກຂັບເຄື່ອນໃໝ່ຂອງການເຕີບໂຕ:  ການຄ້າລະຫວ່າງປະເທດກໍາລັງພັດທະນາ ຫຼື ການຄ້າການຄ້າລະຫວ່າງປະເທດໃຕ້-ໃຕ້ ໄດ້ກາຍເປັນເຄື່ອງຈັກຕົ້ນຕໍໃນການເຕີບໂຕຂອງໂລກ. ອີງຕາມຂໍ້ມູນຫຼ້າສຸດຂອງ UNCTAD, ການຄ້າໃຕ້-ໃຕ້ ໄດ້ເພີ່ມຂຶ້ນເຖິງ 8% ໃນໄລຍະ 4 ໄຕມາດຜ່ານມາ ເຊິ່ງເປັນສັນຍານບົ່ງບອກເຖິງສາຍພົວພັນທາງເສດຖະກິດທີ່ເລິກເຊິ່ງກວ່າລະຫວ່າງປະເທດກຳລັງພັດທະນາ. ແຮງກະຕຸ້ນນີ້ເຫັນໄດ້ຊັດເຈນທີ່ສຸດໃນອາຊີຕາເວັນອອກ ເຊິ່ງມີການເຕີບໂຕຂອງການສົ່ງອອກ 9% ໃນໄລຍະດຽວກັນ, ໂດຍໄດ້ຮັບການສະໜັບສະໜູນຈາກການເພີ່ມຂຶ້ນຂອງການຄ້າພາຍໃນພາກພື້ນ 10%  ເຊິ່ງເປັນການຂະຫຍາຍຕົວໄວທີ່ສຸດໃນພາກພື້ນຕ່າງໆ ທົ່ວໂລກ.

ການເລັ່ງຄວາມໄວນີ້ຍັງສືບຕໍ່ເປັນເວລາຫຼາຍທົດສະວັດ. ການຄ້າໃຕ້-ໃຕ້ໄດ້ເຕີບໂຕໄວກວ່າຄ່າສະເລ່ຍທົ່ວໂລກເຖິງສາມເທົ່ານັບຕັ້ງແຕ່ປີ 1995 ໂດຍຂະຫຍາຍຕົວຈາກ 600 ຕື້ໂດລາເປັນ 5 ພັນ 600 ຕື້ໂດລາໃນປີ 2023.  ອີງຕາມຂໍ້ມູນຈາກສໍານັກງານສະຫະປະຊາຊາດເພື່ອການຮ່ວມມືໃຕ້-ໃຕ້ (UNOSSC). ການຄິດໄລ່ຂອງ Brookings ໃນປີ 2023 ລະບຸວ່າ: ການຄ້າລະຫວ່າງບັນດາປະເທດເຂດໂລກໃຕ້ ກວມເອົາ 35% ຂອງການຄ້າທົ່ວໂລກ, ເຊິ່ງເກີນກະແສການຄ້າເໜືອ-ເໜືອ. ການປັບປຸງໂຄງສ້າງໃໝ່ນີ້ສະທ້ອນໃຫ້ເຫັນເຖິງອຳນາດດ້ານໂຄງສ້າງທີ່ເລິກເຊິ່ງກວ່າ. ປັດຈຸບັນ ປະເທດໃນເຂດໂລກໃຕ້ສ້າງຜົນຜະລິດຫຼາຍກວ່າ 40% ຂອງຜົນຜະລິດໂລກ,ກວມເອົາເກືອບເຄິ່ງໜຶ່ງຂອງການຄ້າສິນຄ້າທົ່ວໂລກ ແລະ ດຶງດູດການລົງທຶນຫຼາຍກວ່າເຄິ່ງໜຶ່ງຂອງໂລກ. ອິດທິພົນທາງເສດຖະກິດນີ້ໝາຍຄວາມວ່າ ເສດຖະກິດປະເທດກຳລັງພັດທະນາຂຶ້ນກັບຕະຫຼາດດຽວໜ້ອຍລົງ. ພວກເຂົາກຳລັງສ້າງເຄືອຂ່າຍການຄ້າທີ່ຫຼາກຫຼາຍເຊິ່ງຖືກອອກແບບມາເພື່ອຄວາມໝັ້ນທ່ຽງຮ່ວມກັນ.

ສາມແນວທາງສະແດງໃຫ້ເຫັນເຖິງຂະບວນການປະສົມປະສານກຳລັງດຳເນີນໄປແນວໃດ:

ຈີນ-ອາຟຣິກາ: ການຄ້າສອງຝ່າຍບັນລຸ 295,6 ຕື້ໂດລາໃນປີ 2024 ແລະ ເພີ່ມຂຶ້ນອີກ 15,4% ໃນ 8 ເດືອນຕົ້ນປີ 2025. ການພົວພັນນີ້ໄດ້ພັດທະນາໄປໄກກວ່າສິນຄ້າທຳມະດາ ໂດຍໂຮງງານຜະລິດຂອງຈີນທົ່ວທະວີບໄດ້ສ້າງລະບົບຕ່ອງໂສ້ການສະໜອງທີ່ມຸ່ງໄປສູ່ການເຕີບໂຕເຊິ່ງກັນ ແລະ ກັນ.

ອາຊຽນ-ສະພາການຮ່ວມມືອ່າວອາຣັບ (GCC): ແລວເສດຖະກິດນີ້ມີມູນຄ່າເຖິງ 130,7 ຕື້ໂດລາໃນປີ 2024 ແລະ ຄາດວ່າຈະບັນລຸ 180 ຕື້ໂດລາໃນປີ 2032. ການຮ່ວມມືດັ່ງກ່າວນຳໃຊ້ທຶນຈາກອ່າວເປີເຊຍເພື່ອສະໜອງທຶນໃຫ້ແກ່ພື້ນຖານໂຄງລ່າງໃນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ການສົ່ງອອກຂອງອາຊຽນໄຫຼໄປສູ່ຕະຫຼາດຕາເວັນອອກກາງ.

ອາຊີ-ອາເມລິກາລາຕິນ: ດ້ວຍມູນຄ່າການຄ້າສອງຝ່າຍຂອງຈີນ ມູນຄ່າ 518,47 ຕື້ໂດລາ ເປັນພື້ນຖານ, ເສັ້ນທາງນີ້ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງທາງຍຸດທະສາດຈາກການເພິ່ງພາອາໄສອາເມຣິກາ, ການລົງທຶນທີ່ເພີ່ມຂຶ້ນຂອງອາຊີໃນການຜະລິດຂອງອາເມລິກາລາຕິນກໍາລັງສ້າງລະບົບຕ່ອງໂສ້ການສະໜອງທີ່ຖືກອອກແບບມາເພື່ອການເຂົ້າເຖິງທົ່ວໂລກ ເຊິ່ງເປັນການປັບປ່ຽນທິດທາງເສດຖະກິດຂອງເຂດໂລກນີ້ໂດຍພື້ນຖານ.

ພັນທະມິດສະແຫວງຫາຄວາມຫຼາກຫຼາຍ: ການປ່ຽນແປງນີ້ບໍ່ໄດ້ເປັນພຽງປະກົດການໃນປະເທດເຂດໂລກໃຕ້ ເທົ່ານັ້ນ. ຄູ່ການຄ້າທີ່ໃກ້ຊິດທີ່ສຸດຂອງອາເມລິກາ ກຳລັງກໍ່ສ້າງເຄືອຂ່າຍທີ່ກວ້າງຂວາງຂຶ້ນຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມໝັ້ນຄົງທາງເສດຖະກິດທ່າມກາງການປ່ຽນແປງຂອງໂລກ.

ການເພິ່ງພາການສົ່ງອອກຂອງການາດາຕໍ່ອາເມລິກາໄດ້ຫຼຸດລົງ 0,8% ໃນໄລຍະ 4 ໄຕມາດທີ່ຜ່ານມາ ເຊິ່ງເປັນການກະຈາຍຄວາມສ່ຽງທີ່ລະອຽດອ່ອນແຕ່ສຳຄັນສຳລັບສາຍພົວພັນສອງຝ່າຍທີ່ຄັ້ງໜຶ່ງເຄີຍປະສານງານກັນຫຼາຍທີ່ສຸດໃນອາເມລິກາເໜືອ. ໃນເດືອນມີນາ 2025 ພຽງເດືອນດຽວ, ໃນຂະນະທີ່ການສົ່ງອອກຂອງການາດາໄປອາເມຣິກາຫຼຸດລົງ 6,6%, ການສົ່ງສິນຄ້າໄປຕະຫຼາດທີ່ບໍ່ແມ່ນອາເມຣິກາໄດ້ເພີ່ມຂຶ້ນ 24,8%. ໃນລັກສະນະທີ່ຄ້າຍຄືກັນ, ຜູ້ຜະລິດໃນແມັກຊິກ ກຳລັງສຳຫຼວດຄູ່ຮ່ວມມືໃນອາຊີ ແລະ ເອີຣົບຫຼາຍຂຶ້ນ, ໄປພ້ອມໆ ກັບການປະຕິບັດພັນທະຕາມຂໍ້ຕົກລົງທາງການຄ້າລະຫວ່າງອາເມຣິກາ-ແມັກຊິກ-ການາດາ (USMCA).

ການສົ່ງອອກລະດັບພາກພື້ນຂອງອາເມລິກາລາຕິນ ແລະ ກາຣາຣິບ ຄາດວ່າຈະເຕີບໂຕ 5% ໃນປີ 2025 ເຊິ່ງຂັບເຄື່ອນໂດຍການໄຫຼວຽນພາຍໃນພາກພື້ນທີ່ເພີ່ມຂຶ້ນ ແທນທີ່ຈະແມ່ນການສົ່ງໄປທາງເໜືອ. ສິ່ງນີ້ເຮັດໃຫ້ຄໍາແນະນຳທີ່ຊັດເຈນຈາກຄະນະກໍາມາທິການເສດຖະກິດສໍາລັບອາເມຣິກາລາຕິນ ແລະ ກາຣາອິບ (ECLAC) ສຳລັບພາກພື້ນໃນການເສີມສ້າງຄວາມສໍາພັນທາງການຄ້າກັບຄູ່ຄ້າເຊັ່ນ: ຈີນ, ສະຫະພາບເອີຣົບ, ອິນເດຍ, ອາຊຽນ, ແລະ GCC ເປັນຮູບປະທໍາຫຼາຍຂຶ້ນ.

ເຖິງວ່າພາຍໃນຂອບ “ການສ້າງຖານການຜະລິດໃນກຸ່ມພັນທະມິດ (friend shoring)” ເຊິ່ງເປັນຍຸດທະສາດຂອງອາເມຣິກາໃນການລວມຕ່ອງໂສ້ການສະໜອງໃນບັນດາພັນທະມິດທາງການເມືອງ, ຮູບແບບກໍ່ກຳລັງພັດທະນາ ແລະ ການຄ້າລະຫວ່າງປະເທດທີ່ມີແນວຄິດທາງດ້ານການເມືອງດຽວກັນຍັງສູງຢູ່, ແຕ່ຄູ່ການຄ້າບາງສ່ວນກຳລັງໃຊ້ຄວາມໝັ້ນຄົງນີ້ເພື່ອຫຼີກລ່ຽງຄວາມສ່ຽງ ເຊັ່ນ: ໃນຂະນະທີ່ເພິ່ງພາອາເມຣິກາໃນດ້ານຄວາມປອດໄພ, ຄູ່ການຄ້າ ຄື ການາດາ ກຳລັງປັບຄວາມສົມດຸນທາງເສດຖະກິດຄືນໃໝ່. ນີ້ບໍ່ຈໍາເປັນຕ້ອງໝາຍເຖິງການຖອນຕົວອອກຈາກຕະຫຼາດອາເມຣິກາຢ່າງ, ແຕ່ເປັນຍຸດທະສາດທີ່ຮອບຄອບໃນການກະຈາຍຄວາມສ່ຽງໄປຍັງຄູ່ການຄ້າທີ່ຫຼາກຫຼາຍກວ່າເກົ່າ.

ໂລກມີຫຼາຍຂົ້ວອຳນາດ: UNCTAD ຊີ້ໃຫ້ເຫັນຢ່າງຊັດເຈນເຖິງຄວາມບໍ່ແນ່ນອນທີ່ຍັງຄົງຢູ່ໃນນະໂຍບາຍການຄ້າຂອງອາເມຣິກາທີ່ເປັນປັດໄຈໃນການຄາດຄະເນການເຕີບໂຕປີ 2026 ຂອງຕົນ. ອົງການນີ້ໄດ້ເຕືອນວ່າ ຄວາມແຕກແຍກດ້ານພູມສາດການເມືອງ ແລະ ຕົ້ນທຶນການຄ້າທີ່ເພີ່ມຂຶ້ນ ສ່ວນໃຫຍ່ເກີດຂຶ້ນຈາກຄວາມຜັນຜວນຂອງພາສີທີ່ເປັນກຳລັງຄຸກຄາມການຂະຫຍາຍຕົວຂອງເສດ ຖະກິດທີ່ຊ້າ.

ຜົນທີ່ໄດ້ຮັບແມ່ນລະບົບການຄ້າໂລກທີ່ກຳລັງຈັດລະບຽບຄືນໃໝ່ທີ່ອ້ອມຮອບກິດຈະການດ້ວຍຫຼາຍຂົ້ວ. ເຄືອຂ່າຍຂອງປະເທດໃນເຂດໂລກໃຕ້ ແລະ ການກະຈາຍຄວາມສ່ຽງຂອງພັນທະມິດເປັນການປັບຕົວຕໍ່ສະພາບການຂອງໂລກທີ່ຊັບຊ້ອນກວ່າເກົ່າ. ເມື່ອອຸປະສັກເພີ່ມຂຶ້ນໃນເສັ້ນທາງໜຶ່ງ, ການຄ້າໂລກກໍ່ຊອກຫາທາງເລືອກອື່ນເຊິ່ງຂັບເຄື່ອນມູນຄ່າການຄ້າເພີ່ມຂຶ້ນສູ່ຈຸດໝາຍ 3 ໝື່ນ 5 ພັນຕື້ໂດລາຜ່ານການເຕີບໂຕທີ່ກະຈາຍຕົວ. ນີ້ເປັນອີກກໍລະນີໜຶ່ງທີ່ຊີ້ໃຫ້ເຫັນສິ່ງທີ່ນັກວິເຄາະບາງຄົນເອີ້ນວ່າ “ການຫຼຸດອິດທິພົນຂອງອາເມລິກາ”. ໃນຂະນະທີ່ການຄ້າໂລກຂະຫຍາຍຕົວ, ອາເມຣິກາຍັງຄົງມີອຳນາດທີ່ສຳຄັນ, ແຕ່ບໍ່ແມ່ນແຮງດຶງດູດພຽງໜຶ່ງດຽວຄືທີ່ເຄີຍເປັນມາອີກຕໍ່ໄປ