ໃນຕອນເຊົ້າວັນທີ 19 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫງວຽນຮຸຍຕຽນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບໜ້າທີ່ຕໍາແໜ່ງເປັນຫົວໜ້າອົງການໄອຍະການສູງສຸດ, ທັງເປັນການປະກອບສ່ວນ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍແມ່ນການສືບຕໍ່ຮັດແໜ້ນການຮ່ວມມື ລະຫວ່າງສອງອົງການໄອຍະການປະຊາຊົນສູງສຸດ ລາວ-ຫວຽດນາມ ເພື່ອຜັນຂະຫຍາຍບົດບັນ ທຶກຄວາມເຂົ້າໃຈທີ່ໄດ້ຕົກລົງຮ່ວມກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດປະກົດຜົນເປັນຈິງ; ສະເໜີສອງຝ່າຍ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນດ້ານວິຊາການ, ການຮ່ວມມືຕ້ານອາຊະຍາກຳຂ້າມຊາດ, ການສົ່ງຜູ້ຮ້າຍຂ້າມແດນ, ການຝຶກອົບຮົມພະນັກງານ, ການແລກປ່ຽນຂໍ້ມູນຂ່າວສານດ້ານກົດໝາຍ ແລະ ອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໄອຍະການປະຊາຊົນ ຂອງທັງສອງປະເທດ ໃຫ້ນັບມື້ຮັບປະກັນຄວາມຍຸຕິທໍາ, ສາມາດປົກປ້ອງສິດ-ຜົນປະໂຫຍດອັນຊອບທຳຂອງລັດ ແລະ ປະຊາຊົນ ຢ່າງແທ້ຈິງ.

ໂອກາດດຽວກັນ, ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ມີຜົນສໍາເລັດຢ່າງຈົບງາມ. ນອກນັ້ນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສໍາເລັດ ໃນການເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງ ໃນໂອກາດມາ ສປປ ລາວ ໃນຄັ້ງນີ້.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


