ກອງປະຊຸມກອງເລຂານຸການ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ຫຼື GBC ລາວ-ໄທ, ໄທ-ລາວ ຄັ້ງທີ 30 ຈັດຂຶ້ນຢູ່ເມືອງວັງວຽງ, ເເຂວງວຽງຈັນ ລະຫວ່າງ ວັນທີ 19-22 ທັນວາ 2025, ໂດຍການເປັນປະທານຮ່ວມຂອງພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ກໍາມະການ ແລະ ເລຂານຸການ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ ແລະ ພົນໂທ ຈຸມພົດ ນຸຣັກເຂດ ເຈົ້າກົມກິດຈະການຊາຍແດນທະຫານ ກອງບັນຊາການກອງທັບໄທ, ກໍາມະການ ແລະ ເລຂານຸການຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ໄທ-ລາວ, ມີບັນດາແຂກຮັບເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອເປິກສາຫາລື ແລະ ກະກຽມຄວາມພ້ອມດ້ານເນື້ອໃນ, ດ້ານພິທີການ ແລະອື່ນໆ. ສໍາລັບ ກອງປະຊຸມ GBC ລາວ-ໄທ ຄັ້ງທີ 30 ຊຶ່ງຝ່າຍລາວເປັນເຈົ້າພາບ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນຕົ້ນປີ 2026, ດ້ານເນື້ອໃນຈະໄດ້ແລກປ່ຽນກັນຫຼາຍບັນຫາທີ່ສໍາຄັນ ລວມທັງແລກປ່ຽນຄວາມຄິດເຫັນ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ ຄັ້ງທີ 29 ຊຶ່ງໄດ້ຈັດຂຶ້ນທີ່ບາງກກອກ, ຣາຊະອານາຈັກໄທ ລະຫວ່າງວັນທີ 16-19 ກຸມພາ 2025, ກອງປະຊຸມສະໄໝວິສາມັນຄັ້ງທີ 1/2025 ແລະ ວາງທິດທາງແຜນການຮ່ວມມື ໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນທັງສອງປະເທດ ໃຫ້ມີສະຖຽນລະພາບ ແລະ ຄວາມໝັ້ນຄົງຍິ່ງຂຶ້ນ ພ້ອມທັງເປັນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືເຊິ່ງກັນ ແລະ ກັນ ທັງໃນຂອບຂອງກອງທັບ ແລະ ລັດຖະບານ. ການເປິກສາຫາລືໃນຄັ້ງນີ້ ໂດຍພື້ນຖານສອງຝ່າຍເຫັນດີເປັນເອກະພາບກັບຮ່າງເນື້ອໃນເພື່ອນຳໄປສະເໜີໃຫ້ຂັ້ນເທິງຂອງຕົນຮັບຮອງ.

ຈາກນັ້ນ, ປະທານທັງສອງຝ່າຍ ໄດ້ເຊັນບົດບັນທຶກກອງປະຊຸມ ຮັບຮອງເອົາເນື້ອໃນຄວາມເຂົ້າໃຈ ໃນບັນດາໜ້າວຽກ ພ້ອມນຳໄປຜັນຂະຫຍາຍ ແລະ ປະຕິບັດໃຫ້ມີໝາກຜົນ. ພ້ອມນັ້ນ, ຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນຕື່ມອີກ.
ຂ່າວ,ພາບ: ໄຊສະຫວາດ ສົມພັນທະມິດ


