ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

Dec 23, 2025

ວັນທີ 22 ທັນວາ 2025 ທີ່ ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນລະຫວ່າງກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ໃນນາມປະທານອາຊຽນ ປີ 2025, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
May be an image of one or more people and text
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ການປະຕິບັດໜ້າທີ່ໃນໄລຍະຜ່ານມາຂອງໜ່ວຍງານສັງເກດການອາຊຽນ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນຕຸລາ 2025.ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຟັງການແຈ້ງສະພາບການປັດຈຸບັນທາງດ້ານຊາຍແດນ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ແລະ ລັດຖະມົນຕີກະຊວງການຕ່າງປະເທດໄທ. ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປະກອບຄຳເຫັນ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ສະພາບການໃນປັດຈຸບັນ ແລະ ຮຽກຮ້ອງໃຫ້ທັງສອງຝ່າຍແກ້ໄຂບັນຫາໂດຍສັນຕິວິທີໂດຍສອດຄ່ອງກັບກົດບັດອົງການສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຕໍ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮັບ ປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ອີງຕາມກົດບັດອາຊຽນ.
ໃນກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢໍ້າຄືນນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງສປປລາວ ໃນການຮັດແໜ້ນການພົວພັນຮ່ວມມືກັບປະເທດຕ່າງໆ, ລວມທັງ ກຳປູເຈຍ ແລະ ໄທ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມອົດທົນອົດກັ້ນຫຼີກເວັ້ນການໃຊ້ກຳລັງບົນຈິດໃຈໄມຕີຈິດມິດຕະພາບໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ,ກັບຄືນປະຕິບັດຕາມຂໍ້ຕົກລົງເພື່ອສັນຕິພາບ ທີ່ສອງປະເທດໄດ້ລົງນາມໃນວັນທີ 26 ຕຸລາ 2025,ທີ່ກົວລາລໍາເປີແລະ ນຳໃຊ້ກົນໄກທີ່ມີຢູ່ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາໂດຍສັນຕິວິທີ.
May be an image of text that says 'SPECIAL ASEAN FOREIGN MINISTERS' MEETING Οn THE CURRENTSITUATION CURRENT SITUATION BETWEEN CAMBODIA AND THAILAND KORESLUMPUR, LUMPUR, 22 DECEMBER 2025'
ພາຍຫຼັງກອງປະຊຸມ ໄດ້ມີການອອກຖະແຫຼງການຂອງປະທານ, ຊຶ່ງໄດ້ລະບຸກ່ຽວກັບຄວາມພະຍາຍາມຂອງອາຊຽນ ໃນການແກ້ໄຂບັນຫາທີ່ພວມດຳເນີນຢູ່ ພ້ອມທັງສະແດງຄວາມຍິນດີຕໍ່ກັບການເປິກສາຫາລືຂອງທັງສອງປະເທດ ເພື່ອບັນລຸການຢຸດຍິງ ແລະ ສະແດງຄວາມຫວັງວ່າສະພາບຄວາມເຄັ່ງຕຶງຈະຫຼດຜ່ອນລົງໂດຍໄວ, ໃນນີ້ ຄະນະກຳມະການຊາຍແດນຂອງສອງປະເທດ ຈະຈັດກອງປະຊຸມເປິກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການຢຸດຍິງໃນໄວໆນີ້.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ເປິກສາຫາລືບັນຫາທີ່ມີຄວາມສົນໃຈຮ່ວມກັນ.