ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ຮັບແຕ່ງຕັ້ງເປັນປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ສະໄໝທີ IX ໃນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ຄັ້ງທີ IX ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ໃນຕອນບ່າຍວັນທີ 23 ທັນວາ 2025 ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາການນໍາພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ຜູ້ຊົງຄຸນວຸດທິ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນກອງປະຊຸມ ພະອາຈານໃຫຍ່ ບຸນສວນ ພັນທະວົງ ຮອງປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກວ່າ: ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ຈໍານວນ 99 ອົງ ແລະ ໄດ້ຮັບຮອງຄະນະບໍລິຫານງານປະຈໍາການ ຈຳນວນ 26 ອົງ, ໄດ້ຮັບຮອງເອົາປະທານ ແລະ ຮອງປະທານ ຈຳນວນ 9 ອົງ ແລະ ໄດ້ຮັບຮອງເອົາ ພະອາຈານໃຫຍ່ ມະຫາເວດ ມະເສໄນ ເປັນປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ສະໄໝທີ IX. ໄດ້ຮັບຮອງເອົາ ພະອາຈານໃຫຍ່ ມາຫາຄໍາມາ ປັນຍາວິຈິດ, ພະອາຈານໃຫຍ່ ບຸນສວນ ພັທະວົງ. ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ, ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ, ພະອາຈານໃຫຍ່ ພວງປະເສີດ ພູມາວົງ, ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ, ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ແລະ ພະອາຈານ ດຳຣົງ ພິມມະຈັກ ເປັນຮອງປະທານ ອພສ.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ໂອ້ລົມ, ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະ ເປັນເອກະພາບສູງຕໍ່ບົດລາຍງານການເຄື່ອນໄຫວວຽກງານຂອງ ອພສ ໃນໄລຍະ 5 ປີຜ່ານມາ, ພ້ອມທັງຍ້ອງຍໍຜົນສຳເລັດອັນພົ້ນເດັ່ນທີ່ພະເຖຣະ-ນຸເຖຣະ ແລະ ກຳມະການສູນກາງ ອພສ ທຸກອົງ ທີ່ຍາດມາໄດ້ຢ່າງສຸດອົກສຸດໃຈ. ຜົນສຳເລັດທີ່ເປັນໜ້າຈົດຈຳ ລວມມີ: ການນຳພາຈັດຕັ້ງປະຕິບັດມະຕິ: ນຳພາປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສົງທົ່ວປະເທດ ຄັ້ງທີ VIII ຢ່າງຈົບງາມ, ພ້ອມທັງກຳນົດວິໄສທັດຮອດປີ 2040, ຍຸດທະສາດຮອດປີ 2030 ແລະ ແຜນວຽກຈຸດສຸມ 5 ປີ. ການປັບປຸງທຳມະນູນສົງລາວ, ນຳພາປັບປຸງທຳມະນູນປົກຄອງສົງລາວ ໃຫ້ແທດເໝາະກັບສະພາບແວດລ້ອມການເມືອງ ແລະ ສັງຄົມລາວໄລຍະໃໝ່. ການຈັດພິມພະໄຕປິດົກ ສືບຕໍ່ຮຽບຮຽງ ແລະ ຈັດພິມປຶ້ມພະໄຕປິດົກເປັນພາສາລາວ ແລະ ພາສາບາລີ ຈຳນວນ 5,000 ຊຸດ (ຊຸດລະ 45 ຫົວ) ຊຶ່ງຖືເປັນຄັ້ງປະຫວັດສາດທາງພຸດທະສາສະໜາຂອງລາວ. ວຽກງານສັງຄົມ: ນຳພາອອກຕົນຍາດໂຍມສ້າງສາ ແລະ ບູລະນະວັດວາອາຮາມ, ສ້າງໂຮງຮຽນສົງ, ສຸກສາລາ, ທາງເຂົ້າບ້ານ ແລະ ຂົວ, ພ້ອມທັງປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດຕ່າງໆ. ປະກອບສ່ວນສອງວາລະແຫ່ງຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການອົບຮົມສິນລະທຳ ແລະ ໂຄງການບວດສາມະເນນໄລຍະປິດພາກຮຽນ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນເຖິງ 7 ຈຸດຄົງຄ້າງທີ່ຄະນະນຳ ອພສ ຊຸດໃໝ່ ຕ້ອງໄດ້ພ້ອມກັນຕັດສິນໃຈແກ້ໄຂຢ່າງຈິງຈັງເຊັ່ນ:
1.ການເຄື່ອນໄຫວຂອງແຕ່ລະກຳມາທິການຍັງບໍ່ທັນໜັກແໜ້ນ, ຂາດລະບອບແບບແຜນໃນການນຳພາ;
2. ກົນໄກການປະສານສົມທົບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງກັບຄະນະພັກ ແລະ ອົງການປົກຄອງ ຍັງບໍ່ທັນດີ;
3.ການປ່ອຍປະລະເລີຍໃຫ້ຄົນບໍ່ດີໄປຂຸດຄົ້ນເອົາວັດຖຸມີຄ່າໃນພະທາດເຈດີ ແລະ ພະພຸດທະຮູບເກົ່າແກ່;
4. ການເຄື່ອນໄຫວຂອງພະສົງ-ສາມະເນນ ແລະ ຊາວພຸດຈຳນວນໜຶ່ງ ບໍ່ສອດຄ່ອງກັບພະທຳ ວິໃນ ແລະ ທຳມະນູນປົກຄອງສົງ;
5, ການຮັບເອົາຜູ້ບວດໃໝ່ ບໍ່ຖືກຕາມມາດຕະຖານເງື່ອນໄຂ, ເຊັ່ນ: ຜູ້ຕິດຢາ, ຜູ້ກະທຳຜິດກົດໝາຍ;
6, ພະສົງ ແລະ ຍາດໂຍມຈຳນວນໜຶ່ງສວຍໃຊ້ພຸດທະສາສະໜາ ເພື່ອຊອກຫາຜົນປະໂຫຍດ;
7, ບຸກຄະລາກອນສົງມີຄວາມຈຳກັດທາງດ້ານປະລິມານ ແລະ ຄຸນນະພາບ, ໂດຍສະເພາະຂັ້ນທ້ອງຖິ່ນ.
ສຳລັບທິດທາງສຳຄັນສຳລັບການເຄື່ອນໄຫວໃນຕໍ່ໜ້າທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະເຖຣະ-ນຸເຖຣະ ແລະ ກຳມະການສູນກາງ ອພສ ຕ້ອງຢືນຢູ່ບົນຈຸດຢືນປະຕິວັດ ແລະ ຢຶດໝັ້ນໃນອຸດົມການຂອງພັກ, ພ້ອມທັງໄດ້ສະເໜີ 7 ທິດທາງສຳຄັນ ເພື່ອນຳພາການເຄື່ອນໄຫວໃນຕໍ່ໜ້າ ໂດຍຖືເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ (ທີ່ຈະຈັດຂຶ້ນໃນຕົ້ນເດືອນ 1 ປີ 2026) ເປັນພື້ນຖານ:
1.ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງຮອບດ້ານທາງດ້ານແນວຄິດຈິນຕະນາການຂອງພະສົງ-ສາມະເນນແລະ ພຸດທະສາສະນິກະຊົນ, ເພີ່ມຄວາມກະຕືລືລົ້ນໃນການພັດທະນາ ອພສ ແລະ ບຸກຄະລາກອນສົງ;
2.ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງຢ່າງກວ້າງຂວາງ, ຮັບປະກັນການເຄື່ອນໄຫວຕາມທິດລວມຂອງພັກ ແລະ ສືບຕໍ່ຈັດພິມຄຳພີພະໄຕປິດົກລາວໃຫ້ສຳເລັດ;
3.ສືບຕໍ່ປະກອບສ່ວນວຽກງານສັງຄົມສົງເຄາະ ແລະ ປະຕິບັດສອງວາລະແຫ່ງຊາດ, ໂດຍສະເພາະວາລະແກ້ໄຂບັນຫາຢາເສບຕິດ ດ້ວຍການອົບຮົມຈິດໃຈປະຊາຊົນໃຫ້ປະຕິບັດຂະບວນການ 4 ບໍ່ ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ ແລະ ບໍ່ຜະລິດ-ລຳລຽງຢາເສບຕິດ;
4.ເພີ່ມທະວີການພົວພັນຮ່ວມມື ກັບອົງການພຸດປະເທດເພື່ອນມິດຍຸດທະສາດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ເຕັກນິກວິທະຍາສາດ ແລະ ທຶນຮອນ;
5.ຕ້ອງເປັນເຈົ້າການໃນການເຄື່ອນໄຫວ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາກຳມະການ, ຕິດຕາມການຈັດຕັ້ງປະຕິບັດທຳມະນູນສົງລາວ ແລະ ມະຕິກອງປະຊຸມໃຫຍ່;
6.ກຳມະການສູນກາງ ອພສ ຕ້ອງເປັນໃຈກາງເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນພາຍໃນຄະນະ ອພສ ແຕ່ລະຂັ້ນ, ພະສົງ-ສາມະເນນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;
7.ຄະນະກຳມະການຊຸດໃໝ່ ຕ້ອງຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ, ພ້ອມທັງແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ປັບປຸງທຳມະນູນສົງລາວໃຫ້ເໝາະສົມກັບສະພາບການໃໝ່.
ຂ່າວ-ພາບ:ບຸນຕອມ-ບຸນອຸ້ມ.


