ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຕທ ສະຫຼຸບວຽກງານປະຈໍາປີ 2025-ທິດທາງແຜນການ 2026 ແລະ ປະດັບຫຼຽນກາລະນຶກ 50 ປີ

Dec 24, 2025

ໃນວັນທີ 24 ທັນວານີ້, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ(ກຕທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 – ທິດທາງແຜນການສໍາລັບ ປີ 2026 ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ອະດີດທູດອາວຸໂສ-ພະນັກງານບໍານານ, ຄະນະພະແນກ ແລະ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ເຂົ້າຮ່ວມ, ລວມເຖິງ ບັນດາເອກອັກຄະລັດຖະທູດ ແລະ ພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.
ໃນກອງປະຊຸມ, ທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການກະຊວງ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2025 ແລະ ແຜນການຈຸດສຸມສຳລັບປີ 2026. ໃນປີ 2025 ນີ້ ເປັນປີສໍາຄັນທີ່ມີຫຼາຍເຫດການສໍາຄັນລະດັບຊາດທີ່ກະຊວງການຕ່າງປະເທດໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມສະເຫຼີມສະຫຼອງ, ເປັນຕົ້ນແມ່ນ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ລວມທັງວັນການທູດລາວ ຄົບຮອບ 80 ປີ. ເຖິງແມ່ນວ່າ ການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2025 ນີ້, ແມ່ນເຄື່ອນໄຫວໃນທ່າມກາງສະພາບແວດລ້ອມພາກພື້ນ ແລະ ສາກົນ ສືບຕໍ່ມີການຜັນແປໄປໃນທິດທາງທີ່ສັບສົນ ແລະ ຄາດຄະເນໄດ້ຍາກ, ແຕ່ການເຄື່ອນໄຫວວຽກງານການຕ່າງປະເທດ ຍັງສືບຕໍ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ຫຼາຍລະດັບ ແລະ ຫຼາຍຂົງເຂດ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນ ໄດ້ຄົ້ນຄວ້າຂຶ້ນແຜນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມລະ ດັບພາກພື້ນ ແລະ ສາກົນໃຫ້ແກ່ການນໍາຂັ້ນສູງຢ່າງມີຈຸດສຸມ, ມີປະສິດທິພາບ ແລະ ບົນພື້ນຖານປະຢັດມັດຖະຍັດ. ໄປຄຽງຄູ່ກັນນັ້ນ, ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງ ປະເທດ ກໍຄື ບັນດານັກການທູດລາວ ກໍໄດ້ເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະ ກິດ, ການທູດພາກປະຊາຊົນ ແລະ ການທູດວັດທະນະທໍາ ຢ່າງຕັ້ງຫນ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ ໄດ້ຢ່າງມີປະສິດທິພາບ ແລະ ມີທ່ວງທ່າເພີ່ມຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ.
May be an image of dais and text
ໃນໂອກາດນີ້, ເພື່ອຮັບປະກັນການປະຕິບັດວຽກງານການຕ່າງປະເທດ ໃນປີ 2026 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງ ປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ເຄື່ອນໄຫວຢູ່ໃນທ່າບຸກ, ມີຄວາມທັນສະໄໝ ຮັບປະກັນວຽກງານການເປັນເສນາທິການທາງດ້ານວຽກງານການຕ່າງປະເທດໃຫ້ແກ່ຂັ້ນເທິງ ແລະ ຍາດເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ, ໂດຍຍຶດໝັ້ນໃນ​ແນວທາງການຕ່າງປະເທດ ‘‘ສັນຕິພາບ, ​ເອກະ ລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື ” ຕາມທິດນໍາ‘‘ເພີ່ມມິດ ຫຼຸດຜ່ອນສັດຕູ’’, ປະຕິບັດຕາມທິດນໍາ“ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະ ເທດ ຄັ້ງທີ V ຕາມຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ ແລະ ວ່ອງໄວດ້ານເສນາທິການ”ໃຫ້ປະກົດຜົນເປັນຮູບປະທໍາ; ໄປຄຽງຄູ່ກັບການສືບຕໍ່ຈັດຕັ້ງປະຕິບັດວຽກງານການທູດການເມືອງ ແລະ ວັດທະນະທໍາສັງຄົມ, ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດການທູດເສດຖະກິດ ເພື່ອດຶງດູດການຄ້າ-ການລົງທຶນ, ຂະຫຍາຍຕະຫຼາດໃຫ້ຜະລິດຕະພັນລາວ ແລະ ນໍາໃຊ້ເຄືອຂ່າຍສໍານັກງານຜູ້ຕາງໜ້າໃນຕ່າງປະເທດໃຫ້ເກີດປະໂຫຍດສູງສຸດ; ນໍາໃຊ້ເຕັກໂນໂລຊີທັນສະໄໝເພື່ອຍົກສູງຄຸນນະ ພາບ ແລະ ຄວາມວ່ອງໄວໃນການເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ພັກ ແລະ ລັດຖະ ບານ; ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະ ນັກງານ, ລວມເຖິງເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ນັກການທູດ-ພະນັກງານ-ລັດຖະກອນ ໃຫ້ເປັນຮູບປະທຳ; ເອົາໃຈໃສ່ຕິດຕາມ ແລະ ການຈັດຕັ້ງປະຕິບັດບັນ ດາໂຄງການຕ່າງໆ ຕາມ 4 ແຜນງານ ແລະ 36 ໂຄງການ ໃນໄລຍະປີ 2026-2030 ຂອງກະຊວງການຕ່າງປະເທດ; ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ; ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ, ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ; ສໍາລັບວຽກການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໃຫ້ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າແຜນການເຄື່ອນໄຫວຢ້ຽມຢາມຂອງການນໍາຂັ້ນສູງ, ການຕ້ອນ ຮັບການຢ້ຽມຢາມ ສປປ ລາວ ຂອງການນໍາຂັ້ນສູງຂອງຕ່າງປະເທດ, ການຄົ້ນຄວ້າການຍົກລະດັບການພົວພັນ, ການຄົ້ນຄວ້າທ່າເເຮງຂອງປະເທດຕ່າງໆ ເເລະ ການເຄື່ອນໄຫວອື່ນໆຢ່າງມີຈຸດສຸມ, ຮັບປະກັນໃຫ້ໄດ້ທັງປະລິມານ ເເລະ ຄຸນນະພາບ, ລວມເຖິງໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານກົງສູນ, ວຽກງານບໍລິການສະຖານທູດ, ວຽກງານພິທີການທູດ, ວຽກງານບໍລິຫານ-ການເງິນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ວຽກງານການຂ່າວ, ວຽກງານຊາຍເເດນ ແລະ ອື່ນໆ ໃຫ້ມີປະສິດພິພາບຍິ່ງໆຂຶ້ນ. ພ້ອມນີ້, ກໍ່ຂໍໃຫ້ບັນດາສໍານັກງານຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສືບຕໍ່ເຄື່ອນໄຫວ ເພື່ອຍົກສູງ ເເລະ ຮັດເເໜ້ນການຮ່ວມມືກັບປະເທດເຈົ້າພາບ ຫຼື ອົງການຈັດຕັ້ງສາກົນຕ່າງໆ ໄປຄຽງຄູ່ກັນນັ້ນກໍໃຫ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ ໃຫ້ຫຼາຍຂຶ້ນ ລວມທັງຍົກລະດັບການພົວພັນທາງດ້ານເສດຖະກິດ ກັບປະເທດເຈົ້າພາບໃຫ້ສູງຂຶ້ນ ເພື່ອຍາດເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ.
May be an image of text May be an image of text
ໃນໂອກາດດຽວກັນນີ້, ກໍໄດ້ມີພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ ຄະນະນໍາກະຊວງ, ພະນັກງານປະຈໍາການ ແລະ ພະນັກງານບໍານານ ຜູ້ທີ່ມີເງື່ອນໄຂໄດ້ຮັບຫຼຽນກາດັ່ງກ່າວ ທັງໝົດຈໍານວນ 635 ທ່ານ, ໃນນັ້ນມີພະນັກງານ-ລັດຖະກອນປະຈໍາການ 385 ທ່ານ, ຍິງ 106 ທ່ານ; ພະນັກງານ-ລັດຖະກອນບໍານານ 250 ທ່ານ, ຍິງ 179 ທ່ານ.