ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ການຈັດຕັ້ງປະຕິບັດ ມາດຕະຖານການທ່ອງທ່ຽວອາຊຽນ

Dec 25, 2025

ກົມພັດທະນາການທ່ອງທ່ຽວ ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນໃນວັນທີ 24 ທັນວາຜ່ານມາ ເພື່ອສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຄູຝຶກ ນຳເອົາມາດຕະຖານດັ່ງກ່າວໄປໝູນໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນຂອງສະຖາບັນ ແລະ ພາກທຸລະກິດ ກໍສາມາດນຳໄປຄົ້ນຄວ້າປັບປຸງຄຸນນະພາບຂອງຜະລິດຕະພັນຂອງຕົນຕາມຄວາມເໝາະສົມ ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວໄດ້ຮັບການປັບປຸງ ແລະ ມີມາດຕະຖານທີ່ດີເທື່ອລະກ້າວ.
ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານມາດຕະຖານການທ່ອງທ່ຽວ ຕໍ່ການພັດທະນາອຸດສາຫະກຳການທ່ອງທ່ຽວ ຊຶ່ງມາດຕະຖານການທ່ອງທ່ຽວຊ່ວຍສ້າງຄວາມໝັ້ນໃຈໃຫ້ນັກທ່ອງທ່ຽວດ້ານຄວາມປອດໄພ, ຄວາມສະດວກສະບາຍ, ສ້າງຄວາມເຊື່ອໝັ້ນຕໍ່ຄຸນນະພາບຂອງຜະລິດຕະພັນ ທັງເປັນການຊ່ວຍປົກປ້ອງສິດທິຂອງຜູ້ບໍລິໂພກ; ມາດຕະຖານການທ່ອງທ່ຽວຊ່ວຍຍົກສູງຄຸນນະພາບການບໍລິການ ເນື່ອງຈາກໄດ້ກຳນົດແນວທາງການບໍລິການທີ່ຊັດເຈນ, ກໍານົດມາດຕະຖານຂອງພະນັກງານຜູ້ໃຫ້ບໍລິການ ທັງຊ່ວຍເພີ່ມປະສົບການໃໝ່ໃຫ້ນັກທ່ອງທ່ຽວ; ມາດຕະຖານການທ່ອງທ່ຽວໄດ້ສົ່ງເສີມນະໂຍບາຍການທ່ອງທ່ຽວແບບຍືນຍົງ ຊ່ວຍປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ວັດທະນະທຳ ຫຼຸດຜ່ອນຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ທັງສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ; ມາດຕະຖານການທ່ອງທ່ຽວຊ່ວຍກະຕຸ້ນເສດຖະກິດ ເພື່ອການບໍລິການມີມາດຕະຖານສູງຂຶ້ນ, ມູນຄ່າຂອງຜະລິດຕະພັນກໍເພີ່ມຂຶ້ນ, ລາຍຮັບກໍເພີ່ມຂຶ້ນ, ການລົງທຶນເພີ່ມຂຶ້ນ, ການຈ້າງງານເພີ່ມຂຶ້ນ; ມາດຕະຖານການທ່ອງທ່ຽວຊ່ວຍສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳການທ່ອງທ່ຽວ, ຊ່ວຍໃຫ້ ສປປ ລາວ ສາມາດເຂົ້າຮ່ວມແຂ່ງຂັນໃນເວທີສາກົນ, ສົ່ງເສີມບົດບາດຂອງສປປ ລາວ ໃນສາຍຕາຂອງນັກທ່ອງທ່ຽວ. ຜ່ານມາ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ໄດ້ຮັບການໂວດຈາກນັກທ່ອງທ່ຽວ ແລະ ຍົກໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ນັກທ່ອງທ່ຽວຕ້ອງໄປຢ້ຽມຢາມ. ນອກນັ້ນ, ບັນດາຕົວເມືອງທ່ອງທ່ຽວຫຼວງພະບາງ, ວຽງຈັນ, ວັງວຽງ ກໍລ້ວນແຕ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກນັກທ່ອງທ່ຽວທີ່ໄດ້ມາທ່ຽວຊົມ.
May be an image of one or more people, table and text
ໂອກາດນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ ປະກອບສ່ວນຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີການປະສານສົມທົບຢ່າງກົມກຽວລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫຼາຍຂຶ້ນ, ບັນດາສະຖານປະກອບການຕ່າງໆ ທີ່ໄດ້ຮັບລາງວັນມາດຖານອາຊຽນ ຈົ່ງສືບຕໍ່ເອົາໃຈໃສ່ຮັກສາມາດຕະຖານຂອງຕົນໃຫ້ໄດ້ຄຸນນະພາບທີ່ດີ, ເພີ່ມທະວີການພັດທະນາ ແລະ ຍົກລະດັບຄຸນນະພາບໃຫ້ສູງຍິ່ງໆຂຶ້ນໄປເລື້ອຍໆ, ສ້າງຜະລິດຕະພັນທ່ອງທ່ຽວໃຫ້ຫຼາກຫຼາຍ ແລະ ເປັນເອກະລັກຂອງລາວ ເພື່ອດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ ມາແລ້ວຢາກກັບມາອີກ.
ຂ່າວ-ພາບ: ກິດຕາ