ລາຍໄດ້ຈາກພາສີຂອງອາເມຣິກາບັນລຸສູງສຸດເປັນປະຫວັດສາດແຕ່ເສດຖະກິດຍັງພົບຄວາມຫຍຸ້ງຍາກ

ກົມພາສີ ແລະ ປ້ອງກັນຊາຍແດນຂອງອາເມຣິກາ ປະກາດໃນກາງເດືອນທັນວານີ້ວ່າ: ລາຍໄດ້ຈາກພາສີນໍາເຂົ້າຂອງອາເມລິກາ ບັນລຸລະດັບສູງທີ່ສຸດໃນປະຫວັດສາດ ໂດຍບັນລຸເຖິງ 200 ຕື້ໂດລາໃນລະຫວ່າງວັນທີ 20 ມັງກອນ ຫາ ວັນທີ 15 ທັນວາ 2025, ເນື່ອງຈາກການນໍາໃຊ້ຄຳສັ່ງຝ່າຍບໍລິຫານຈຳນວນ 40 ສະບັບທີ່ອອກໂດຍລັດຖະບານຂອງ ທ່ານ ໂດນັນ ທຣໍາ. ຢ່າງໃດກໍໍຕາມ, ເມື່ອພິຈາລະນາຈາກສະພາບການເງິນສາທາລະນະຂອງອາເມລິກາ, ລາຍໄດ້ຈາກພາສີນໍາເຂົ້າດັ່ງກ່າວກວມເອົາພຽງໜຶ່ງສ່ວນສິບຂອງງົບປະມານການຂາດດຸນຂອງລັດຖະບານອາເມຣິກາທີ່ມີມູນຄ່າເກີນ 1,700 ຕື້ໂດລາສໍາລັບງົບປະມານປີ 2025.
ເວົ້າໃນອີກດ້ານໜຶ່ງ, ການຂາດດຸນງົບປະມານມີຂະໜາດໃຫຍ່ກວ່າລາຍໄດ້ຈາກພາສີນໍາເຂົ້າທັງໝົດຫຼາຍກວ່າ 9 ເທົ່າ. ລາຍຈ່າຍດອກເບ້ຍສຸດທິພຽງຢ່າງດຽວ ປະມານ 970 ຕື້ໂດລາ, ສູງກວ່າລາຍໄດ້ຈາກພາສີດັ່ງກ່າວເກືອບ 5 ເທົ່າ, ໃນຂະນະທີ່ການໃຊ້ຈ່າຍດ້ານການປະກັນສຸຂະພາບແຫ່ງຊາດທີ່ມີປະມານ 917 ຕື້ໂດລາ ກໍຍັງສູງກວ່າລາຍໄດ້ຈາກພາສີນໍາເຂົ້າໃນອັດຕາສ່ວນທີ່ຫຼາຍ. ການເພີ່ມພາສີນໍາເຂົ້າອາດຈະບໍ່ສາມາດ ແລະ ຈະບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າຂອງອາເມຣິກາໄດ້, ແລະ ຍຸດທະສາດ “ຍິງກ່ອນຈຶ່ງແນ” ກໍບໍ່ສາມາດບໍ່ຫຼີກລ່ຽງຜົນກະທົບທາງລົບໄດ້. ເມື່ອພິຈາລະນາຈາກທັດສະນະທົ່ວໄປຂອງເສດຖະກິດ, ສະຖານະການກໍເປັນໄປຕາມນັ້ນ: ຜົນການຄົ້ນຄວ້າຫຼ້າສຸດຂອງ Ktrade Securities ຍົກໃຫ້ເຫັນວ່າ ໃນຂະນະທີ່ການເພີ່ມຂຶ້ນຂອງພາສີນໍາເຂົ້າເປັນຕົວແທນຂອງການປ່ຽນແປງນະໂຍບາຍທີ່ສຳຄັນ, ແຕ່ບໍ່ມີຄວາມສຳຄັນເມື່ອທຽບກັບຂະໜາດຂອງສິ່ງທ້າທາຍດ້ານການເງິນສາທາລະນະທີ່ອາເມຣິກາກຳລັງຜະເຊີນຢູ່.
ອີງຕາມຜົນການຄົ້ນຄວ້າຈາກບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ: ຜົນກະທົບຈາກການເພີ່ມພາສີນໍາເຂົ້າຍັງຢູ່ໃນໄລຍະເລີ່ມຕົ້ນ: ໃນຂະນະທີ່ເສດຖະກິດໂລກກຳລັງປັບຕົວກັບພາສີຂອງອາເມຣິກາ, ຂະບວນການທີ່ຄາດວ່າຈະດຳເນີນຕໍ່ໄປອີກຫຼາຍເດືອນໃນຂະນະທີ່ຜູ້ສົ່ງອອກ, ຜູ້ນຳເຂົ້າ ແລະ ຜູ້ບໍລິໂພກໄດ້ເຈລະຈາກັນວ່າໃຜຈະເປັນຜູ້ຮັບຜິດຊອບຕໍ່ພາສີນໍາເຂົ້າທີ່ມີມູນຄ່າປະມານ 30 ຕື້ໂດລາຕໍ່ເດືອນ, ອັດ ຕາເງິນເຟີ້ຂອງອາເມຣິກາກໍຈະດຳເນີນຕໍ່ໄປ. ສະຖາບັນ Peterson ສຳລັບເສດຖະສາດສາກົນ (PIIE) ຄາດຄະເນວ່າ ອັດຕາເງິນເຟີ້ໃນປີຕໍ່ໜ້າຈະສູງກວ່າທີ່ຄວນຈະເປັນຖ້າຫາກບໍ່ເພີ່ມພາສີນໍາເຂົ້າເຖິງ 1%. ລາຄາອາຫານ ແລະ ພະລັງງານແສງຕາເວັນໄດ້ສະແດງໃຫ້ເຫັນຜົນກະທົບທີ່ຫຼາກຫຼາຍ ເຊິ່ງທຸກໆ ກຸ່ມຍ່ອຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ.

( ເສັ້ນສະແດງສິນຄ້າອຸປະໂພກ-ບໍລິໂພກທີ່ໄດ້ຮັບຜົນກະທົບທີ່ສຸດຈາກການເພີ່ມພາສີ. ທີ່ມາ: PIIE)
ຄົວເຮືອນທີ່ໄດ້ຮັບຜົນກະທົບ ແລະ ຈະໄດ້ຮັບຜົນກະທົບຕໍ່ໄປ: ຜົນການຄົ້ນຄວ້າຂອງມູນນິທິພາສີ (Tax Foundation) ໃນຕົ້ນເດືອນທັນວານີ້ ພົບວ່າ ການເພີ່ມພາສີນໍາເຂົ້າຂອງອາເມຣິກາ ມີມູນຄ່າເທົ່າກັບການເພີ່ມພາສີສະເລ່ຍຕໍ່ຄົວເຮືອນຂອງປະຊາຊົນໃນປະເທດ 1,100 ໂດລາໃນປີ 2025 ແລະ 1,400 ໂດລາໃນປີ 2026, ເຊິ່ງເປັນການເພີ່ມພາສີທີ່ໃຫຍ່ທີ່ສຸດຂອງອາເມຣິກາ ເປັນອັດຕາສ່ວນຂອງ GDP (0.47% ສໍາລັບປີ 2025) ນັບຕັ້ງແຕ່ປີ 1993.
ຫຼັກຖານທາງປະຫວັດສາດ ແລະ ການຄົ້ນຄວ້າຫຼ້າສຸດສະແດງໃຫ້ເຫັນວ່າ ການເພີ່ມພາສີນໍາເຂົ້າແມ່ນພາສີທີ່ເພີ່ມລາຄາ ແລະ ຫຼຸດປະລິມານສິນຄ້າ ແລະ ບໍລິການທີ່ມີຢູ່ສຳລັບທຸລະກິດ ແລະ ຜູ້ບໍລິໂພກໃນອາເມຣິກາ ເຮັດໃຫ້ເກີດລາຍໄດ້ຕ່ຳລົງ, ການຈ້າງງານຫຼຸດລົງ ແລະ ຜົນຜະລິດທາງເສດຖະ ກິດຕ່ຳລົງ. ມູນນິທິດັ່ງກ່າວໄດ້ກ່າວອ້າງໂດຍອ້າງອີງໃສ່ບົດລາຍງານລ່າສຸດຂອງຄະນະກຳມະການການຄ້າສາກົນຂອງອາເມຣິກາ (USITC) ທີ່ຢືນຢັນການເພີ່ມພາສີນໍາເຂົ້າໄດ້ສົ່ງຜົນກະທົບໄປສູ່ລາຄານຳເຂົ້າເກືອບທັງໝົດ. ເວົ້າອີກຢ່າງໜຶ່ງ, ບໍລິສັດ ແລະ ຜູ້ບໍລິໂພກສຸດທ້າຍໃນອາເມຣິກາຕ້ອງແບກຫາບພາລະພາສີທັງໝົດ.
ໃນຄວາມພະຍາຍາມຈະຫຼຸດຜ່ອນຄວາມກົດດັນດ້ານຄ່າຄອງຊີບທີ່ເກີດຈາກການເພີ່ມພາສີນໍາເຂົ້າ, ການບໍລິຫານຂອງລັດຖະບານອາເມຣິກາໄດ້ຍົກເລີກພາສີນໍາເຂົ້າສຳລັບສິນຄ້າອາຫານຕົ້ນຕໍຫຼາຍກວ່າສິບຊະນິດ, ລວມທັງກາເຟ, ຊາ, ໝາກກ້ວຍ, ໝາກກ້ຽງ, ໝາກເລັ່ນ, ເນີຍແຂງ, ແລະ ເຄື່ອງເທດ ເຮັດໃຫ້ມີການຫຼຸດລົງຂອງລາຍໄດ້ຈາກພາສີນໍາເຂົ້າເທື່ອທຳອິດໃນເດືອນພະຈິກປີນີ້ ນັບຕັ້ງແຕ່ມີການຮັບຮອງເອົາພາສີດັ່ງກ່າວໃນເດືອນເມສາປີນີ້. ຂໍ້ມູນຈາກສຳນັກງານແຫ່ງສະຖິຕິແຮງງານ (BLS) ສະແດງໃຫ້ເຫັນວ່າ ລາຄາເນີຍແຂງບົດສູງຂຶ້ນ 11,5% ໃນປີ 2025 ເມື່ອທຽບໃສ່ປີກ່ອນໜ້ານີ້, ຂະນະທີ່ລາຄາກາເຟສູງຂຶ້ນ 41.3%. ຍິ່ງໄປກວ່ານັ້ນ, ເສດຖະກິດອາເມຣິກາ ເພິ່ງພາການບໍລິໂພກຂອງຄົນຮັ່ງມີ, ກຸ່ມຜູ້ມີລາຍໄດ້ສູງສຸດ 10% ຮັບຜິດຊອບໃນການໃຊ້ຈ່າຍທັງໝົດຂອງຜູ້ບໍລິໂພກອາເມຣິກາ ປະມານ 50%, ເພີ່ມຂຶ້ນຈາກ 36% ໃນສາມທົດສະວັດກ່ອນ. ຂະນະດຽວກັນ, ຊາວອາເມລິກາໃນລະດັບຊັ້ນກາງ ແລະ ຜູ້ມີລາຍໄດ້ຕໍ່າມີການໃຊ້ຈ່າຍປະມານຕາມອັດຕາເງິນເຟີ້, ເຊິ່ງເຊື່ອງຊ້ອນຄວາມກົດດັນດ້ານການເງິນທີ່ສືບຕໍ່ສູງຂຶ້ນເຊິ່ງປະຊາກອນສ່ວນທີ່ໃຫຍ່ກໍາລັງຜະເຊີນ. ໜີ້ບັດເຄຣດິດບັນລຸລະດັບສູງສຸດໃນປະຫວັດສາດ, ມີມູນຄ່າເຖິງ 1,230 ຕື້ໂດລາ ນັບຈາກໄຕມາດທີ 3 ຂອງປີນີ້, ເພີ່ມຂຶ້ນ 6% ຈາກປີກ່ອນ.
ໃນຂະໜາດທີ່ເພີ່ມຂຶ້ນ, ເສດຖະກິດໄດ້ຮັບການສະໜັບສະໜູນໂດຍບໍລິສັດເຕັກໂນໂລຊີ ແລະ ການເງິນຂະໜາດໃຫຍ່ຈຳນວນບໍ່ຫຼາຍ (Apple, Microsoft, Meta, JPMorgan, Goldman Sachs). ດັດຊະນີ S&P 500 ທີ່ກວ້າງຂຶ້ນນັ້ນຫຼຸດລົງ. ຂະນະທີ່ອຸດສາຫະກໍາເຕັກໂນໂລຊີ ແລະ ການເງິນຂະຫຍາຍຕົວຢ່າງວ່ອງໄວ. ຜູ້ຜະລິດໄດ້ພະຍາຍາມຍ້າຍຕ່ອງໂສ້ການສະໜອງເພື່ອຫຼີກລ່ຽງພາສີນໍາເຂົ້າ ໂດຍສະເພາະໃນອຸດສາຫະກຳທີ່ກ່ຽວຂ້ອງກັບຜູ້ບໍລິໂພກ ເຊັ່ນ: ເຄື່ອງຫຼິ້ນ, ເຟີນີເຈີ, ແສງສະຫວ່າງ ແລະ ເຄື່ອງນຸ່ງຫົ່ມ ເຊິ່ງເປັນການລົງທຶນທີ່ມີລາຄາແພງ ແລະ ເປັນພາລະທີ່ບໍ່ສົມຄວນສຳລັບຜູ້ຜະລິດຂະໜາດກາງຫາຂະໜາດນ້ອຍ ເນື່ອງຈາກບໍລິສັດທີ່ດໍາເນີນທຸລະກິດໃນພາກສ່ວນເຫຼົ່ານີ້ຜະເຊີນກັບອັດຕາສ່ວນການກູ້ຢືມທີ່ສູງ ແລະ ໄລຍະກຳໄລທີ່ແຄບເຂົ້າ.
ຊັບສິນທີ່ມີຄວາມສ່ຽງ: ນັກລົງທຶນສາກົນ ກຳລັງຕອບສະໜອງດ້ວຍການສ້າງການປັບຄວາມສົມດຸນທີ່ສຳຄັນທີ່ສຸດໃນປະຫວັດສາດສະໄໝໃໝ່. ໃນການປ່ຽນແປງທີ່ເປັນປະຫວັດສາດ, ປີ 2025 ເປັນເຄື່ອງໝາຍຄັ້ງທໍາອິດໃນຫຼາຍທົດສະວັດທີ່ທະນາຄານກາງອາເມຣິກາຖືຄໍາສຳຮອງຫຼາຍກວ່າພັນທະ ບັດລັດຖະບານອາເມຣິກາ ເຊິ່ງເປັນສັນຍານຂອງຄຳຖາມທີ່ເພີ່ມຂຶ້ນກ່ຽວກັບອຳນາດຂອງເງິນໂດລາ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສຳລັບການປ້ອງກັນຄວາມສ່ຽງທາງດ້ານພູມສາດການເມືອງ.

(ພາບໂດຍ: KTrade Securities )
ອີງຕາມບົດລາຍງານຈາກພາກສ່ວນທີ່ກ່ຽວຂ້ອງຂອງອາເມຣິກາ ໃຫ້ຮູ້ວ່າ: ອັດຕາດອກເບ້ຍທີ່ແທ້ຈິງ ແລະ ປັດໄຈທາງເສດຖະກິດມະຫາພາກແມ່ນກວ້າງຂຶ້ນ ໂດຍທົ່ວໄປຖືເປັນຕົວຂັບເຄື່ອນທີ່ສຳຄັນໃນການກຳນົດລາຄາຄຳໃນໄລຍະຍາວ, ແທນທີ່ຈະເປັນເຫດການໃນໄລຍະສັ້ນ. ຄວາມບໍ່ແນ່ນອນຍັງຄົງຢູ່ໃນຕະຫຼາດ ເນື່ອງຈາກນັກລົງທຶນສົນໃຈເນັ້ນໜັກໃສ່ເປົ້າໝາຍດ້ານການເງິນສາທາລະນະຂອງອາເມຣິກາຫຼາຍຂຶ້ນ ໂດຍຄາດຫວັງວ່າການຂາດດຸນງົບປະມານທີ່ກວ້າງຂວາງຂຶ້ນຈະເປັນການສະໜັບສະໜູນຄຳໃນໄລຍະກາງຫາໄລຍະຍາວ.
ໃນດ້ານດິຈີຕອນ, ການຫຼົບໜີຈາກອໍານາດນໍາຂອງເງິນໂດລາສະຫະລັດ ໄດ້ຖືກສະທ້ອນໃຫ້ເຫັນໃນການເພີ່ມຂຶ້ນຂອງ Bitcoin. ປັດໄຈທາງເສດຖະກິດມະຫາພາກ ເຊັ່ນ: ການຫຼຸດອັດຕາດອກເບ້ຍຂອງທະນາຄານກາງອາເມຣິກາໄດ້ຊຸກຍູ້ໃຫ້ນັກລົງທຶນຫັນໄປສູ່ Bitcoin ເປັນການປ້ອງກັນຄວາມສ່ຽງຈາກເງິນເຟີ້ທ່າມກາງຄວາມກັງວົນເລື່ອງການຫຼຸດຄ່າເງິນສະກຸນທີ່ດຶງດູດທັງນັກລົງທຶນຍ່ອຍ ແລະ ສະຖາບັນ.
ໃນຂະນະດຽວກັນ, ເງິນໂດລາສະຫະລັດ ໄດ້ອ່ອນຄ່າລົງຫຼາຍໃນປີ 2025, ດັດຊະນີເງິນໂດລາຫຼຸດລົງຢ່າງຫຼວງຫຼາຍໃນໄລຍະເຄິ່ງປີທໍາອິດ. ການຫຼຸດລົງນີ້ແມ່ນມີຄວາມສໍາພັນກັບນະໂຍບາຍການເງິນສາທາລະນະທີ່ບໍ່ມີການສະໜອງງົບປະມານ ແລະ ບໍ່ສາມາດຄາດຄະເນໄດ້, ລວມທັງນະໂຍບາຍພາສີນໍາເຂົ້າທີ່ບໍ່ຊັດເຈນ (ຜົນປະໂຫຍດຈາກພາສີນໍາເຂົ້າ) ແລະ ການໂຕ້ຖຽງເລື່ອງການປະຕິຮູບພາສີ, ເຊິ່ງໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບອິດສະຫຼະຂອງທະນາຄານກາງອາເມຣິກາ ແລະ ຫຼຸດຜ່ອນຄວາມໜ້າເຊື່ອຖືຂອງເງິນໂດລາໃນຖານະເປັນຊັບສິນທີ່ປອດໄພ.

(ພາບໂດຍ: KTrade Securities)
ອະນາຄົດຂ້າງໜ້າຈະເປັນແນວໃດ: ລາຍງານຜົນການສຶກສາໃຫ້ຮູ້ວ່າ: ທ່າອ່ຽງໃນໄລຍະສັ້ນນັ້ນເຕັມໄປດ້ວຍອຸປະສັກສໍາຄັນ, ກອງທຶນການເງິນສາກົນ (IMF) ຄາດຄະເນວ່າ ເສດຖະກິດອາເມຣິກາຈະຂະຫຍາຍຕົວ 1,8% ສໍາລັບປີ 2025 ເຊິ່ງເປັນການຫຼຸດລົງ 0,9 ຈຸດຮ້ອຍຈາກທີ່ຕົນຄາດຄະເນໃນເດືອນມັງກອນປີນີ້. ຜົນສະທ້ອນໃນໄລຍະກາງຫາໄລຍະຍາວນັ້ນໜ້າເປັນຫ່ວງຫຼາຍກວ່າ, ຄາດວ່າພາສີນໍາເຂົ້າຈະຫຼຸດການແຂ່ງຂັນລົງ ແລະ ຂັດຂວາງນະວັດຕະກຳໃນທົ່ວອຸດສາຫະກຳ, ນຳໄປສູ່ການສູນເສຍຜະລິດຕະພາບລວມທີ່ສາມາດວັດແທກໄດ້, ຄວາມເສຍຫາຍທາງໂຄງສ້າງນີ້ຈະຈະສ້າງພາລະຖາວອນຕໍ່ຄວາມສາມາດໃນການເຕີບໂຕຂອງເສດຖະກິດອາເມຣິກາໃນໄລຍະຍາວ, ເຊິ່ງຜົນກະທົບນີ້ອາດຈະຍັງຄົງຢູ່ຕໍ່ໄປເປັນເວລາຫຼາຍປີຫຼັງຈາກໄລຍະເວລາທີ່ພາສີນໍາເຂົ້າມີຜົນທັນທີ.

