ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

Dec 25, 2025

ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ຢ່າງເປັນທາງການ ຈັດຂຶ້ນໃນຕອນແລງວັນທີ 25 ທັນວາ 2025 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ພ້ອມພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ພ້ອມພະລາຊິນີ, ມີ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍພັນລະຍາ. ພະນະທ່ານ ອານຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີໄທ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.


ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ມີຄຳເຫັນລາຍງານຜົນສໍາເລັດການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໂດຍສະເພາະ ແຂວງບໍລິຄໍາໄຊ ຂອງລາວ ແລະ ແຂວງບຶງການ ຂອງໄທ ທີ່ມີຄວາມປາດຖະໜາຢາກໃຫ້ມີຂົວເຊື່ອມຕໍ່ສອງຝາກຝັ່ງ ລາວ ແລະ ໄທ.ໄທ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່ ຂອງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດເຂົ້າກັບພາກພື້ນ ຕາມແລວເສດຖະ ກິດຕາເວັນອອກ-ຕາເວັນຕົກ, ກໍຄື ເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.


ຈາກນັ້ນ, ພະນະທ່ານ ອານຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີໄທ ມີຄຳເຫັນລາຍງານຜົນສຳເລັດການກໍ່ສ້າງຂົວມິດຕະພາບ ໄທ-ລາວ ແຫ່ງທີ V ບຶງການ-ບໍລິຄໍາໄຊ ,ປະເທດໄທ ແລະ ລາວ ມີສາຍພົວພັນກັນຢ່າງແໜ້ນແຟ້ນມາຢ່າງຍາວນານແລະ ປີນີ້ແມ່ນບັນຈົບຄົບຮອບ75ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ,ເນື່ອງຈາກເຫັນໄດ້ຄວາມສຳຄັນການຄົມມະນາຄົມຂົນສົ່ງ,ການຄ້າການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ ແລະ ວ່ອງໄວຍິ່ງໆຂຶ້ນ. ຂົວມີດຕະພາບລາວ-ໄທ ແຫ່ງທີ 5 ເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານສອງປະເທດ ໄທ ແລະ ລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລັດຖະບານສອງປະເທດ ກໍຄື ປະຊາຊົນສອງຊາດ ໄທ ແລະ ລາວ,
ພາຍຫຼັງນາຍົກລັດຖະມົນຕີສອງປະເທດ ລາວ – ໄທ ລາຍງານຜົນສໍາເລັດການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ສໍາເລັດແລ້ວ,ໄດ້ຮຽນເຊີນພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ພ້ອມພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ພ້ອມພະລາຊິນີ ໄປຍັງແທ່ນພິທີ ແລະ ປະມຸກລັດສອງປະເທດ ໄດ້ພ້ອມກັນກົດປຸ່ມເປີດແຜ່ນປ້າຍທີ່ລະນຶກ ແລະ ປ້າຍກຳມະສິດຂົວມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ຢ່າງເປັນທາງການ ພ້ອມໆກັບການສູດໄຊຍັນໂຕຈາກພະສົງສອງປະເທດ. ຕໍ່ມາປະມຸກລັດສອງປະເທດ ໄດ້ຮັບຊົມວິດີໂອກ່ຽວກັບຄວາມເປັນມາ ແລະ ຈຸດປະສົງໃນການສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ທີ່ບັນຍາຍເປັນພາສາລາວ ແລະ ໄທ ພ້ອມທັງຖ່າຍຮູບເປັນທີ່ລະນຶກ.


ການເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ກໍຄື ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ສປປ ລາວ ແລະ ລາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວານີ້.