ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ປະຈໍາປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ຂອງສະມາຄົມເຂື່ອນລາວ

Dec 29, 2025

ສະມາຄົມເຂື່ອນລາວ ຈັດກອງປະຊຸມ ປະຈໍາປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ໃນວັນທີ 26 ທັນວາ 2025 ທີ່ໂຮງແຮມ DoubleTree by Hilton, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສັນຍາ ສົມວິຈິດ, ຮອງຫົວໜ້າກົມພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຄໍາປະເສີດ ເທບວົງສາ, ປະທານສະມາຄົມເຂື່ອນລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ມະຫາວິທະຍາໄລແຫ່ງຊາດ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ, ອົງການ ເຮວວີຕັດປະຈໍາລາວ ແລະ ຜູ້ປະກອບການເຂື່ອນໄຟຟ້າພະລັງນໍ້າຕ່າງໆເຂົ້າຮ່ວມ.
ທ່ານ ສັນຍາ ສົມວິຈິດ, ຮອງຫົວໜ້າກົມພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ ” ຄວາມສໍາຄັນຂອງຄວາມປອດໄພເຂື່ອນ ແລະ ຄວາມຍືນຍົງ ແລະ ພາບ ລວມຂອງຜົນການກວດກາຄວາມປອດໄພເຂື່ອນສຸກເສີນ ” ເພື່ອທົບທວນຄວາມຄືບໜ້າການຄຸ້ມຄອງຄວາມປອດໄພເຂື່ອນໃນປີ 2025, ສົນທະນາກ່ຽວກັບບັນຫາເຕັກນິກ, ນະວັດຕະກໍາ ແລະ ພາລະບົດຂອງໜ່ວຍງານຕ່າງໆ ແບ່ງປັນປະສົບການການດຳເນີນງານເຂື່ອນ ແລະ ໜ່ວຍງານຄຸ້ມຄອງຄວາມປອດໄພຂອງເຂື່ອນ, ການປະສານງານລະຫວ່າງພາກລັດ ແລະ ເອກະຊົນ, ກໍານົດຄວາມຕ້ອງການພັດທະນາທັກສະຂອງວິສະວະກອນ ແລະ ຜູ້ປະຕິບັດງານດ້ານຄວາມປອດໄພເຂື່ອນ, ໃນກອງປະຊຸມຜູ້ຊ່ຽວຊານຈາກສະຖາບັນຕ່າງໆ ຍັງໄດ້ນໍາສະເໜີຫົວຂໍ້ສໍາຄັນຕ່າງໆ ເປັນຕົ້ນຂໍ້ແນະນໍາໃນການເຮັດບົດລາຍງານຄວາມປອດໄພຂອງເຂື່ອນ, ຜົນກະທົບການຜັນແປຂອງລະດັບນໍ້າໃນອ່າງເກັບນໍ້າຕໍ່ການເຊາະເຈື່ອນພາຍໃນເຂື່ອນດິນ, ການຄຸ້ມຄອງນໍ້າຖ້ວມ ແລະ ອຸທົກກະສາດ ຂອງເຂື່ອນ ນໍ້າເທິນ 2 ປີ 2025, ການປະເມີນຄວາມເຫມາະສົມຂອງແຜນການກຽມພ້ອມເຫດການສຸກເສີນໃນປັດຈຸບັນ ແລະ ການກໍານົດຈຸດບົກຜ່ອງ, ການສົ່ງເສີມການພັດທະນາແບບຍືນຍົງ ລວມເຖິງຫົວຂໍ້ສໍາຄັນອື່ນໆຕື່ມອີກ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃນການດໍາເນີນງານດ້ານໄຟຟ້ານ້ຳຕົກ ແລະ ການກວດກາຄວາມປອດໄພຂອງເຂື່ອນ ແນໃສ່ຍົກລະດັບການຄຸ້ມຄອງຄວາມປອດໄພເຂື່ອນ, ເສີມສ້າງທັກສະດ້ານເຕັກນິກ ແລະ ສົ່ງເສີມການພັດທະນາໄຟຟ້າພະລັງງານນໍ້າຕົກຢ່າງຍືນຍົງໃນ ສປປ ລາວ.


ສະມາຄົມເຂື່ອນລາວ ໄດ້ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຕ່າງໆ ສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອໃຫ້ເກີດໂຄງສ້າງເຂື່ອນທີ່ປອດໄພ ແລະ ມີຄວາມທົນທານໃນທົ່ວປະເທດ. ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການ ເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດ ຫຼື SDC, ອົງການເຮວວີຕັດລາວ ຜ່ານໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ລາວ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.