ວັນທີ 26 ທັນວາ 2025 ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ. ກອງປະຊຸມ ໄດ້ຮັບຟັງລາຍງານຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ, ພ້ອມທັງເປິກສາຫາລື ຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ, ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການ ເປັນຕົ້ນ: ອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ,ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ລວມທັງວຽກງານປິ່ນອ້ອມອື່ນໆ; ໄດ້ຮັບຮອງເອົາວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.


ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ລົງສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ສຸມສະຕິປັນ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃຫ້ມມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ຫສພ


