ບໍລິສັດເບຍລາວຈຳກັດ ມີຄວາມພາກພູມໃຈເປັນຢ່າງຍິ່ງໃນການເປັນຜູ້ສະໜັບສະໜູນຫຼັກງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທີ່ ປະຕູໄຊ, ງານນີ້ຖືເປັນໜຶ່ງໃນກິດຈະກຳການສະເຫຼີມສະຫຼອງທີ່ມີຄວາມສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງນະຄອນຫຼວງວຽງຈັນ.
ໄຮໄລ້ຂອງທຸກຄ່ຳຄືນຈະເປັນການສາຍພາບ 3D Mapping Show ສຸດອະລັງການ, ການຍ້ອມສີປະຕູໄຊ, ຕາມດ້ວຍການຈູດດອກໄມ້ໄຟອັນຍິ່ງໃຫຍ່ ແລະ ງົດງາມ ເພື່ອຮ່ວມກັນນັບຖອຍຫຼັງ ແລະ ຕ້ອນຮັບການມາຮອດຂອງປີ 2026.
ພິເສດ ພາຍໃນງານ ຈະມີຕູ້ໄປສະນີຈິງໃຈ ເພື່ອໃຫ້ທ່ານສົ່ງໂພສກາດໄປຫາໃຜກໍໄດ້ ຫຼື ສົ່ງໃຫ້ຕົນເອງກໍໄດ້, ຄົບ 100 ໃບ ໄຟສີ ຢູ່ປະຕູໄຊ ຈະເປີດຂຶ້ນ ຢ່າງສວຍງາມ ຕະຫຼອດຕອນຄ່ຳຂອງວັນທີ 29-30-31 ທັນວາ 2025 ພ້ອມທັງຜູ້ທີ່ທ່ານສົ່ງຫາຈະໄດ້ຮັບໂພສກາດທີ່ມີຮູບປະຕູໄຊໄວ້ເປັນທີລະນຶກໃນປີ 2026
ບໍລິສັດເບຍລາວຈຳກັດຂໍເຊີນຊວນປະຊາຊົນລາວບັນດາເຜົ່າທຸກຄົນມາຮ່ວມເປັນສ່ວນໜຶ່ງຂອງງານສະເຫຼີມສະຫຼອງອັນຍິ່ງໃຫຍ່ຄັ້ງປະຫວັດສາດນີ້ ທີ່ ປະຕູໄຊ ນັບຕັ້ງແຕ່ວັນທີ່ 29-31 ທັນວາ 2025 ເວລາ 17:00 ໂມງ ເປັນຕົ້ນໄປ, ເພື່ອຕ້ອນຮັບປີໃໝ່ດ້ວຍຄວາມມ່ວນຊື່ນ ເຕັມໄປດ້ວຍຄວາມຫວັງ ແລະ ຄວາມພາກພູມໃຈໃນຄວາມເປັນລາວ.


