ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕຳຫຼວດຈະລາຈອນກຽມພ້ອມປ້ອງກັນເຫດໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ

Dec 29, 2025

ວັນທີ 25 ທັນວາ 2025 ທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ກົມຕໍາຫຼວດຈະລາຈອນໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026
ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບຖະແຫຼງຂ່າວວ່າ: ເພື່ອກະກຽມປ້ອງກັນ ແລະ ສະກັດກັ້ນອຸບັດເຫດໃນໄລຍະສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ກົມຕໍາຫຼວດຈະລາຈອນໄດ້ຈັດຕັ້ງກໍາລັງລົງກວດກາປະຕິບັດກົດໝາຍຢູ່ບາງຈຸດຂອງແຕ່ລະເສັ້ນທາງ ເຊັ່ນ: ຈຸດທາງດ່ວນ, ຈຸດສີເກີດ, ຈຸດເສັ້ນທາງເລກ 10, ເສັ້ນທາງ 13 ໃຕ້ເມືອງທ່າພະບາດ ພ້ອມທັງໄດ້ອອກຄໍາແນະນໍາເຖິງພະແນກຕຳຫຼວດຈະລາຈອນແຂວງ, ນະຄອນຫຼວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ເອົາໃຈໃສ່ຊີ້ນຳກຳລັງຂອງຕົນປະຕິບັດໜ້າທີ່ອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ແລະ ການກວດກາບັງຄັບໃຊ້ກົດໝາຍຕໍ່ຜູ້ທີ່ລະເມີດກົດລະບຽບຈະລາຈອນ, ໄດ້ອອກແຈ້ງການເຖີງປະຊາຊົນຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນທີ່ສັນຈອນໄປມາໃຫ້ເຄົາລົບກົດຈະລາຈອນ, ໃຫ້ຄວາມຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໂດຍສະເພາະຜູ້ຂັບຂີ່ລົດຕ້ອງກຽມຄວາມພ້ອມດ້ານສຸຂະພາບຮ່າງກາຍ, ພັກຜ່ອນໃຫ້ພຽງພໍ, ຈັດສັນເວລາໃຫ້ເໝາະສົມ, ກວດກາເບິ່ງເສັ້ນທາງບ່ອນທີ່ຈະໄປວ່າເປັນແນວໃດ, ກະກຽມເອກະສານຂອງຜູ້ຂັບຂີ່ ແລະ ພາຫະນະ ໃຫ້ຄົບຊຸດຕາມລະບຽບການ ເພື່ອອໍານວຍຄວາມສະດວກໃນເວລາເຈົ້າໜ້າທີ່ກວດກາ. ນອກນີ້ ຜູ້ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ເພື່ອຄວາມປອດໄພໃນກໍລະນີເກີດອຸບັດເຫດ, ເພາະຜ່ານມາມີບາງກໍລະນີເກີດອຸບັດເຫດເສຍຫຼັກລົ້ມເອງ ກະທົບໜັກເຖິງຂັ້ນເສຍຊີວິດ, ເສຍອົງຄະກໍມີຈໍານວນຫຼາຍ ບໍ່ໃຫ້ຂີ່ຊ້ອນ 2 ຊ້ອນ 3 , ຜູ້ຂັບຂີ່ລົດໃຫຍ່ ແລະ ຜູ້ໂດຍສານທີ່ນັ່ງມານໍາຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ.ກ່ອນຈະນຳໃຊ້ພາຫະນະຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະໃຫ້ມີຄວາມຮັບປະກັນເປັນຢ່າງດີ. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ ທຸກຄັ້ງໃນເວລາເດີນທາງ. ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ, ສໍາລັບເສັ້ນທາງທົ່ວໄປໃຫ້ປະຕິບັດຕາມປ້າຍສັນຍານຊີ້ບອກ ແລະ ອີງໃສ່ສະພາບເສັ້ນທາງ ເພື່ອຄວາມປອດໄພ.
ພັນເອກ ຄໍາສອນ ສີດາວົງ ກ່າວຕື່ມວ່າ: ຜູ້ຂັບຂີ່ພາຫະນະຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ກໍລະນີລະເມີດທາງເຈົ້າໜ້າທີ່ກວດກາພົບເຫັນຈະນຳໃຊ້ມາດຕະການສຶກສາອົບຮົມ, ລະເມີດຫຼາຍມາດຕາແມ່ນຈະຂຽນໃບສັ່ງກັກເອກະສານທີ່ກ່ຽວຂ້ອງໄວ້. ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນທີ່ສັນຈອນໄປ – ມາຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຍົກສູງສະຕິປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ປະຕິບັດຕາມແຈ້ງການຕ່າງໆຂອງອົງການປົກຄອງທ້ອງຖິ່ນທີ່ກຳນົດໄວ້ ຕະຫຼອດຮອດປະຊາຊົນ, ພົນລະເມືອງ, ຜູ້ປົກຄອງ, ອົງການປົກຄອງບ້ານ, ພະນັກງານ, ທະຫານ, ຕໍາຫຼວດໃຫ້ເປັນເຈົ້າການສືກສາອົບຮົມ, ແນະນໍາລູກຫຼານ ແລະ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ເປັນເຈົ້າການປ້ອງກັນຕົນເອງ ເພື່ອປັດສະຈາກການເກີດອຸບັດເຫດ ເພາະຈະມີຄວາມສູນເສຍທັງຊີວິດ ແລະ ຊັບສິນ.
ຂ່າວ,ພາບ: ບຸນຍັງ ພຸດສະຫວັດ