ເສດຖະກິດຈີນໃນປີໜ້າ ຈະເຂັ້ມແຂງໃນດ້ານໃດແດ່?

ວັນທີ 8 ທັນວານີ້, ກົມການເມືອງສູນກາງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມເພື່ອວິເຄາະ ແລະ ຄົ້ນຄວ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນປີ 2026. ກອງປະຊຸມໄດ້ສະຫຼຸບວ່າ: ປີນີ້ເປັນປີທີ່ມີຄວາມສໍາຄັນຢ່າງຍິ່ງໃນຂະບວນການພັດທະນາຂອງຈີນໃຫ້ທັນສະໄໝພາຍໃຕ້ການນຳພາຂອງພັກກອມມູນິດຈີນທີ່ມີ ທ່ານ ສີຈິນຜິງ ເປັນແກນນຳ ໄດ້ນຳພາສະມາຊິກພັກທັງໝົດ ແລະ ປະຊາຊົນທຸກຊັ້ນຄົນໃນທົ່ວປະເທດຜ່ານຜ່າອຸປະສັກ ແລະ ເຮັດວຽກຢ່າງໜັກໜ່ວງ, ດຳເນີນນະໂຍບາຍເສດຖະກິດມະຫາພາກທີ່ເປັນການບຸກທະລຸ ແລະມີປະສິດທິຜົນຍິ່ງຂຶ້ນ ແລະ ປະສົບຜົນສຳເລັດໃນການບັນລຸເປົ້າໝາຍຫຼັກຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ເສດຖະກິດຈີນໂດຍລວມດຳເນີນໄປຢ່າງໂລ່ງລ່ຽນ, ມີຄວາມກ້າວໜ້າຢ່າງໝັ້ນຄົງ, ມີການພັດທະນາກຳລັງການຜະລິດທີ່ມີຄຸນນະພາບໃໝ່ຢ່າງຕໍ່ເນື່ອງ, ການປະຕິຮູບ ແລະ ການເປີດກວ້າງການເປີດປະຕູສູ່ພາຍນອກກ້າວໄປອີກຂັ້ນໜຶ່ງ, ການແກ້ໄຂຄວາມສ່ຽງດ້ານສຳຄັນຕ່າງໆ ມີຄວາມກ້າວໜ້າດີ, ການຄຸ້ມຄອງຊີວິດຄວາມເປັນຢູ່ຂອງປະຊາຊົນດີຂຶ້ນ, ສາມາດຮັກສາສະຖຽນລະພາບທາງດ້ານສັງຄົມໄດ້ຢ່າງໜັກແໜ້ນ. ໃນໄລຍະ 5 ປີຜ່ານມາ, ຈີນໄດ້ຮັບມືກັບການປ່ຽນແປງ ແລະ ຄວາມທ້າທາຍຕ່າງໆ ຢ່າງມີປະສິດທິຜົນ, ວຽກງານຕ່າງໆ ເຊັ່ນ: ເສດຖະກິດ, ວິທະຍາສາດແລະເຕັກໂນໂລຊີ, ການປ້ອງກັນປະເທດ, ວັດທະນະທຳ, ການຕ່າງປະເທດ ແລະ ອື່ນໆ ໄດ້ຮັບການພັດທະນາຍົກລະດັບຂຶ້ນຢ່າງຊັດເຈນ. ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 (ແຜນພັດທະນາ 5 ປີ ຄັ້ງທີ 14) ກໍາລັງຈະສິ້ນສຸດລົງດ້ວຍຄວາມສໍາເລັດຢ່າງສົມບູນ ແລະ ການເລີ່ມຕົ້ນສູ່ເປົ້າໝາຍການຕໍ່ສູ້ຮ້ອຍປີເຫດການທີສອງກໍ່ເລີ່ມຕົ້ນດ້ວຍດີ.

ກອງປະຊຸມ ໄດ້ເນັ້ນວ່າ: ເພື່ອເຮັດໃຫ້ການດຳເນີນວຽກງານເສດຖະກິດ ປີ 2026 ປະສົບຜົນສຳເລັດດ້ວຍດີ, ຕ້ອງຍຶດໝັ້ນໃນແນວຄິດສັງຄົມນິຍົມທີ່ມີລັກສະນະສີສັນພິເສດຂອງຈີນໃນຍຸກໃໝ່ຂອງ ທ່ານ ສີຈິນຜິງ ເປັນເຄື່ອງຊີ້ນຳ, ປະຕິບັດໃຫ້ຄົບຖ້ວນຕາມເຈດຕະນາຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ແລະ ກອງປະຊຸມຄົບຄະນະທຸກຄັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ຊຸດທີ 20, ປະຕິບັດຕາມແນວຄິດການພັດທະນາໃໝ່ໃຫ້ກວມລວມທຸກດ້ານຢ່າງຖືກຕ້ອງຄົບຖ້ວນ, ເລັ່ງສ້າງຮູບແບບການພັດທະນາໃໝ່, ມຸ່ງໄປສູ່ການສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ, ຍຶດໝັ້ນໃນຫຼັກການທົ່ວໄປຂອງການຊອກຫາຄວາມກ້າວໜ້າ, ຄວບຄູ່ກັບການຮັກສາສະຖຽນລະພາບ, ປະສານງານດ້ານເສດຖະກິດພາຍໃນປະເທດ ແລະ ການແຂ່ງຂັນທາງດ້ານເສດຖະກິດ ແລະ ການຄ້າສາກົນໃຫ້ດີຍິ່ງຂຶ້ນ, ດຳເນີນນະໂຍບາຍເສດຖະກິດມະຫາພາກແບບບຸກທະລຸ, ຍາວນານ, ຂະຫຍາຍຄວາມຕ້ອງການພາຍໃນປະເທດຢ່າງຕໍ່ເນື່ອງ ແລະ ເພີ່ມປະສິດທິຜົນການສະໜອງ, ສ້າງຕະຫຼາດຂອງປະເທດເປັນໜຶ່ງດຽວກັນ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງທີ່ສຳຄັນຢ່າງຕໍ່ເນື່ອງ, ມຸ່ງໄປສູ່ການຮັກສາສະຖຽນລະພາບການຈ້າງງານແລະ ອື່ນໆ.

ແລ້ວເສດຖະກິດຈີນໃນປີໜ້າຈະເຂັ້ມແຂງໃນດ້ານໃດແດ່? ກອງປະຊຸມກົມການເມືອງຊີ້ອອກວ່າ: ການດຳເນີນວຽກງານເສດຖະກິດໃນປີ 2026 ຄວນຍຶດໝັ້ນສະແຫວງຫາຄວາມກ້າວໜ້າ, ຄວບຄູ່ກັບການຮັກສາສະຖຽນລະພາບ, ຍົກລະດັບຄຸນນະພາບ, ເພີ່ມປະສິດທິຜົນ, ດຳເນີນນະໂຍບາຍການເງິນແບບບຸກທະລຸຫຼາຍຂຶ້ນ ແລະ ນະໂຍບາຍເງິນຕາທີ່ຜ່ອນຜັນຢ່າງເໝາະສົມໂດຍນຳໃຊ້ປະໂຫຍດຈາກການປະສົມປະສານນະໂຍບາຍທີ່ມີຢູ່ແລ້ວ ແລະ ນະໂຍບາຍໃໝ່, ເພີ່ມທະວີການປັບຕົວເພື່ອຕ້ານກັບກະແສ ແລະ ກ້າວຂ້າມວັດທະຈັກທາງເສດຖະກິດ, ປັບປຸງປະສິດທິຜົນການຄຸ້ມຄອງເສດຖະກິດມະຫາພາກຢ່າງແທ້ຈິງ. ຕ້ອງຍຶດໝັ້ນໃນການສະໜອງ ຫຼື ຄວາມຕ້ອງການພາຍໃນປະເທດເປັນແຮງຂັບເຄື່ອນຫຼັກ, ສ້າງຕະຫຼາດພາຍໃນປະເທດໃຫ້ເຂັ້ມແຂງ, ຍຶດໝັ້ນການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ, ເລັ່ງການພັດທະນາ ແລະຂະຫຍາຍກໍາລັງຂັບເຄື່ອນການເຕີບໂຕໃໝ່, ຍຶດໝັ້ນການປະຕິຮູບ ແລະ ແກ້ໄຂຄວາມທ້າທາຍທີ່ສຳຄັນ, ເພີ່ມແຮງຂັບເຄື່ອນການພັດທະນາທີ່ມີຄຸນນະພາບສູງ, ຍຶດໝັ້ນການເປີດກວ້າງການເປີດປະຕູສູ່ພາຍນອກ, ສົ່ງເສີມຄວາມຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນໃນຫຼາຍດ້ານ ແລະ ອື່ນໆ.
ສອງວັນຫຼັງຈາກກອງປະຊຸມກົມການເມືອງ, ກອງປະຊຸມວຽກເສດຖະກິດຂັ້ນສູນກາງ ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງໃນລະຫວ່າງວັນທີ 10-11 ທັນວານີ້. ກອງປະຊຸມໄດ້ສະຫຼຸບວຽກງານເສດຖະກິດປີ 2025, ວິເຄາະສະຖານະການເສດຖະກິດໃນປັດຈຸບັນ ແລະວາງແຜນພັດທະນາເສດຖະກິດປີ 2026 ໂດຍໄດ້ເນັ້ນໜັກວຽກງານສຳຄັນທີ່ຕ້ອງຈັດຕັ້ງປະຕິບັດໃຫ້ດີ ນັ້ນຄື “ຫຼັກການ 8 ຂໍ້” ຈາກກອງປະຊຸມກົມການເມືອງ.

ຜູ້ບໍລິຫານບໍລິສັດຕ່າງປະເທດໃນຈີນໄດ້ໃຫ້ສຳພາດນັກຂ່າວວິທະຍຸໂທລະພາບສູນກາງຈີນ (CMG) ວ່າ: ໜ້າວຽກສຳຄັນຂອງປີ 2026 ທີ່ກໍານົດໄວ້ໃນກອງປະຊຸມວຽກເສດຖະກິດຂັ້ນສູນກາງຂອງຈີນນັ້ນ ສ້າງຄວາມປະທັບໃຈເປັນຢ່າງຍິ່ງ, ທັງຈະສ້າງຕະຫຼາດພາຍໃນປະເທດໃຫ້ເຂັ້ມແຂງ, ທັງເປັນການຢືນຢັນການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ ແລະ ຢືນຢັນການເປີດກວ້າງການປເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ.
ຍ້ອນຫຍັງກອງປະຊຸມເສດຖະກິດຂັ້ນສູງກາງຂອງຈີນ ຈຶ່ງເປັນທີ່ສົນໃຈຂອງຊາວໂລກ? ນັກວິເຄາະເຊື່ອວ່າ: ຈາກວິໄສທັດໃນການພັດທະນາຂອງຈີນ, ປີ 2026 ເປັນປີເລີ່ມຕົ້ນຂອງແຜນພັດທະນາ 5 ປີ ຄັ້ງທີ 15. ກອງປະຊຸມຄັ້ງນີ້ ຈິ່ງຈັດຂຶ້ນໃນໄລຍະຫົວລ້ຽວຫົວຕໍ່ທາງປະຫວັດສາດທີ່ສຳຄັນເນື່ອງຈາກແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ ກໍາລັງຈະສິ້ນສຸດລົງ ແລະ ແຜນພັດທະນາ 5 ປີ ຄັ້ງທີ 15 ກໍາລັງຈະເລີ່ມຂຶ້ນ ຈຶ່ງມີຄວາມສໍາຄັນເປັນພິເສດ.

ຈາກທ່າອ່ຽງຂອງສະພາບເສດຖະກິດໂລກໃນປັດຈຸບັນ, ການກີດກັ້ນດ້ານການຄ້າກຳລັງເພີ່ມສູງຂຶ້ນ, ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງເກີດຂຶ້ນຢ່າງຕໍ່ເນື່ອງ, ແລະ ໂລກມີຄວາມຕ້ອງການແຮງຂັບເຄື່ອນການເຕີບໂຕຢ່າງຮີບດ່ວນ, ເຊິ່ງຈີນ ເປັນຜູ້ສົ່ງເສີມການເຕີບໂຕຂອງເສດຖະກິດໂລກມາດົນນານ, ໂດຍສະເພາະໃນປີ 2025 ເສດຖະກິດຈີນສາມາດຕ້ານແຮງກົດດັນໄດ້ເປັນຢ່າງດີ, ຄາດວ່າລວມຍອດຜະລິດຕະພັນພາຍໃນປະເທດຈະສູງເຖິງປະມານ 140,000 ຕື້ຢວນ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງເສດຖະກິດຈີນທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜຽວແໜ້ວ. ດັ່ງນັ້ນ, ເມື່ອບໍ່ດົນມານີ້, ກອງທຶນການເງິນສາກົນ, ທະນາຄານໂລກ ແລະ ສະຖາບັນອື່ນໆ ຕ່າງປັບເພີ່ມການຄາດຄະເນການເຕີບໂຕຂອງເສດຖະກິດຈີນ ແລະ ສາມາດເວົ້າໄດ້ວ່າ: ປັດຈຸບັນ ທົ່ວໂລກຄາດຫວັງຈະໄດ້ຄວາມໝັ້ນໃຈ ແລະ ໂອກາດຈາກການວາງແຜນພັດທະນາເສດຖະກິດ-ສັງຄົມຂອງຈີນໃນປີໜ້າ ຢ່າງຈົດຈໍ່ທີ່ສຸດ.


