ຈີນ ເສົາຫຼັກທີ່ໝັ້ນຄົງ ແລະ ແຮງຂັບເຄື່ອນການເຕີບໂຕສໍາຄັນທີ່ສຸດຂອງເສດຖະກິດໂລກ

ໃນຍຸກທີ່ເສດຖະກິດໂລກພວມຢູ່ໃນໄລຍະການປ່ຽນແປງທີ່ມີຄວາມຜັນຜວນສູງ, ເຕັມໄປດ້ວຍຄວາມບໍ່ແນ່ນອນ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ ສູງຂຶ້ນ ເຮັດໃຫ້ສະພາບແວດລ້ອມດ້ານເສດຖະກິດການຄ້າສາກົນນັບມື້ມີຄວາມສະຫຼັບສັບຊ້ອນຂຶ້ນເລື້ອຍໆ. ທຸກປະເທດໃນໂລກຕ່າງຜະເຊີນກັບສິ່ງທ້າທາຍຮ່ວມກັນກ່ຽວກັບແຮງຂັບເຄື່ອນການເຕີບໂຕທີ່ຊ້າລົງ. ຢ່າງໃດກໍຕາມ, ພາຍໃຕ້ສະພາບການດັ່ງກ່າວ, ເມື່ອບໍ່ດົນມານີ້, ກອງທຶນການເງິນສາກົນ (IMF) ໄດ້ປະກາດປັບປຸງການຄາດຄະເນອັດຕາການເຕີບໂຕຂອງເສດຖະກິດຈີນໃນປີ 2026 ເປັນ 4,5%, ເພີ່ມຂຶ້ນ 0,3% ຈາກທີ່ຄາດຄະເນໄວ້ໃນກ່ອນໜ້ານີ້, ໂດຍລະບຸວ່າ ເສດຖະກິດຈີນໄດ້ສະແດງໃຫ້ເຫັນເຖິງ “ຄວາມເຂັ້ມແຂງທີ່ໜ້າອັດສະຈັນ”. ເຊິ່ງນີ້ບໍ່ພຽງແຕ່ເປັນການຍອມຮັບພື້ນຖານຂອງການພັດທະນາເສດຖະກິດຂອງຈີນເທົ່ານັ້ນ, ຍັງເປັນການຢືນຢັນຄວາມໝັ້ນໃຈຂອງຕະຫຼາດໂລກທີ່ມີຕໍ່ບົດບາດຂອງຈີນໃນຖານະເປັນເຄື່ອງຈັກສໍາຄັນໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ.
ການເຕີບໂຕທາງເສດຖະກິດທີ່ໝັ້ນຄົງ ແມ່ນເງື່ອນໄຂເບື້ອງຕົ້ນໃນການສະໜັບສະໜູນການຟື້ນຕົວຂອງໂລກ. ແຫຼ່ງທີ່ມາຕົ້ນຕໍຂອງຄວາມໝັ້ນໜຽວຂອງເສດຖະກິດຈີນແມ່ນການປະສານກັນຂອງການຮັກສາສະຖຽນລະພາບການເຕີບໂຕ, ການສ້າງຮັບປະກັນໃນການສ້າງວຽກເຮັດງານທໍາ ແລະ ການຮັກສາສະຖຽນລະພາບຂອງລາຄາ. ເມື່ອຜະເຊີນກັບສະພາບແວດລ້ອມການພັດທະນາທີ່ຫຍຸ້ງຍາກສັບສົນໃນປີ 2025, ຈີນໄດ້ດໍາເນີນນະໂຍ ບາຍມະຫາພາກທີ່ເປັນການບຸກທະລຸ ແລະ ມີປະສິດທິຜົນຫຼາຍຂຶ້ນ, ປະສານສົມປະສານກັບການພັດທະນາໂດຍລວມຂອງສະພາບການພາຍໃນ ແລະ ຕ່າງປະເທດຢ່າງກົມກຽວເພື່ອໃຫ້ເສດຖະກິດກ້າວໜ້າໜ້າພາຍໃຕ້ຄວາມກົດດັນ ແລະ ມຸ່ງໜ້າໄປສູ່ການພັດທະນາທີ່ມີຄຸນນະພາບສູງ.

ມີສັນຍານຊີ້ບົ່ງບອກຢ່າງຈະແຈ້ງວ່າ ບັນດາເປົ້າໝາຍຕົ້ນຕໍຂອງການພັດທະນາປະຈໍາປີ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 (ແຜນພັດທະນາ 5 ປີ ຄັ້ງທີ 14) ຂອງຈີນ ຈະບັນລຸໄດ້ຢ່າງສໍາເລັດຜົນ ເຊິ່ງຈະເປັນການວາງຮາກຖານທີ່ໝັ້ນຄົງສໍາລັບການເລີ່ມຕົ້ນຂອງແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030). ການຮັບປະກັນໃນການສ້າງວຽກເຮັດງານທໍາ ເຊິ່ງເປັນພື້ນຖານໃນການດໍາລົງຊີວິດຂອງປະຊາຊົນ ແລະ ເປັນການສະໜັບສະໜູນທີ່ສໍາຄັນສໍາລັບສະຖຽນລະພາບທາງເສດຖະກິດ ໄດ້ຮັບການຈັດລໍາດັບຄວາມສໍາຄັນໃນການດໍາເນີນນະໂຍບາຍ, ລວມທັງໄດ້ຂະຫຍາຍ ແລະ ປັບປຸງຄຸນນະພາບຂອງການສ້າງວຽກເຮັດງານທໍາ, ສ້າງຄວາມໝັ້ນໃຈໃນການຈ້າງງານໃຫ້ກຸ່ມຕ່າງໆ ເຊັ່ນ: ຜູ້ຈົບມະຫາວິທະຍາໄລ ແລະ ກໍາມະກອນທີ່ຍ້າຍຖິ່ນຖານ. ການຮັກສາສະຖຽນລະພາບຂອງລາຄາ ໄດ້ສ້າງເງື່ອນໄຂສະພາບແວດລ້ອມທີ່ເໝາະສົມສໍາລັບການດໍາເນີນທາງເສດຖະກິດ ເຖິງວ່າຄວາມກົດດັນຂອງສະພາບເງິນເຟີ້ທົ່ວໂລກມີຄວາມຜັນຜວນ, ແຕ່ຈີນສາມາດຮັກສາສະຖຽນລະພາບພື້ນຖານຂອງລະດັບລາຄາຜ່ານການຄວບຄຸມມະຫາພາກທີ່ແມ່ນຢໍາ.
ຕະຫຼາດບໍລິໂພກຂະໜາດໃຫຍ່ຂອງຈີນ ຖືເປັນຂໍ້ໄດ້ປຽບ ແລະ ໃຫ້ການສະໜັບສະໜູນຄວາມຕ້ອງການທີ່ໝັ້ນຄົງສໍາລັບການເຕີບໂຕທີ່ໝັ້ນຄົງ. ປະຊາກອນຫຼາຍກວ່າ 1,4 ຕື້ຄົນ ແລະ ກຸ່ມທີ່ມີລາຍໄດ້ປານກາງກວ່າ 400 ລ້ານຄົນ ປະກອບເປັນຕະຫຼາດຜູ້ບໍລິໂພກທີ່ໃຫຍ່ຫຼວງ, ເຊິ່ງບໍ່ພຽງແຕ່ສາມາດດຶງດູດກໍາລັງການຜະລິດພາຍໃນປະເທດ ແລະ ຊຸກຍູ້ການໝູນວຽນທາງເສດຖະກິດເທົ່ານັ້ນ, ຍັງສາມາດດຶງດູດການຮວມຕົວຂອງປັດໄຈຊັບພະ ຍາກອນທົ່ວໂລກ, ກາຍເປັນ “ມະຫາສະໝຸດສີຟ້າທີ່ມີການເຕີບໂຕ” ໃນສາຍຕາຂອງວິສາ ຫະກິດ ກໍຄື ນັກລົງທຶນທົ່ວໂລກ. ຍົກຕົວຢ່າງ, ກຸ່ມບໍລິສັດ Bosch ຈາກເຢຍລະມັນ ວາງແຜນລົງທຶນ 1,4 ຕື້ໂດລາໃນໄລຍະ 5 ປີ ເພື່ອສ້າງໂຄງການນະວັດຕະກໍາໃໝ່ດ້ານອຸດສາ ຫະກໍາຄວບຄຸມການຂັບຂີ່ອັດສະລິຍະໃນຈີນ, ຂະນະທີ່ກຸ່ມບໍລິສັດ Danfoss ຂອງດານມາກຈະເພີ່ມການລົງທຶນ 384,2 ລ້ານໂດລາ ເພື່ອສ້າງສວນອຸດສາຫະກໍາທີ່ມີການປ່ອຍຄາບອນເປັນສູນ. ການລົງທຶນທີ່ເພີ່ມຂຶ້ນດັ່ງກ່າວເປັນສິ່ງຢືນຢັນໃຫ້ເຫັນຢ່າງຊັດເຈນຕໍ່ການຍອມຮັບຕໍ່ຄວາມມີຊີວິດຊີວາຂອງຕະຫຼາດຈີນ.

ໃນຖານະເປັນປະເທດທີ່ມີການຜະລິດອຸດສາຫະກໍາໃຫຍ່ທີ່ສຸດໃນໂລກ, ຈີນມີລະບົບອຸດສາຫະກໍາທີ່ສົມບູນແບບທີ່ສຸດ ແລະ ໃຫຍ່ທີ່ສຸດໃນໂລກ, ດ້ວຍຜະລິດຕະພັນອຸດສາຫະກໍາຫຼາຍກວ່າ 200 ຊະນິດ, ຈັດຢູ່ອັນດັບ 1 ໃນການຜະລິດທົ່ວໂລກ ແລະ ສ້າງວົງຈອນທີ່ດີຂອງການຜະລິດ-ການຊ່ວຍເຫຼືອ-ການບໍລິໂພກ. ໃນໄລຍະ 11 ເດືອນປີນີ້, ທ່າກໍາປັ່ນຊຽງໄຮ ໄດ້ກ້າວຂ້າມຈຸດໝາຍສໍາຄັນດ້ວຍການຈັດການ 50 ລ້ານຕູ້ TEU, ໄວກວ່າ 26 ມື້ເມື່ອທຽບໃສ່ປີ 2024, ແລະ ຄາດວ່າການຂົນສົ່ງຕາມປີຈະບັນລຸລະດັບສູງສຸດໃໝ່ໃນທ້າຍປີນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງລະບົບອຸດສາຫະກໍາຂອງຈີນ ແລະ ຕໍາແໜ່ງຂອງຈີນໃນຖານະເປັນສູນກາງຂອງຕ່ອງໂສ້ການສະໜອງຂອງໂລກ.
ການປ່ຽນແປງໂຄງສ້າງ ແລະ ຍົກລະດັບຢ່າງຕໍ່ເນື່ອງໄດ້ສ້າງແຮງຂັບເຄື່ອນທີ່ຍືນຍົງໃຫ້ແກ່ການເຕີບໂຕທາງເສດຖະກິດຂອງຈີນ. ການຍຶດໝັ້ນຂອງຈີນຕໍ່ການພັດທະນາໂດຍອີງໃສ່ນະວັດຕະກໍາໄດ້ເຮັດໃຫ້ອັນດັບດັດຊະນີນະວັດຕະກໍາທົ່ວໂລກຂອງຈີນກ້າວຂຶ້ນມາຢູ່ອັນດັບທີ 10 ຈາກທັງໝົດ 139 ເສດຖະກິດ.

ການພັດທະນາຢ່າງຫ້າວຫັນຂອງກໍາລັງການຜະລິດໃໝ່ທີ່ມີຄຸນນະພາບສູງໄດ້ສົ່ງ ເສີມການປ່ຽນແປງເສດຖະກິດຂອງຈີນ ຈາກ “ການຂະຫຍາຍຕົວດ້ານປະລິມານ” ໄປສູ່ “ການກ້າວກະໂດດຂຶ້ນດ້ານຄຸນນະພາບ”. ໃນປີ 2026, ແຮງຂັບເຄື່ອນການຜະລິດໃໝ່ຂອງການເຕີບໂຕຈະຖືກບຳລຸງສ້າງ ເພາະ “AI+” ຈະຖືກຂະຫຍາຍ, ແລະ ການດຳເນີນການພັດທະນາດ້ວຍຄຸນນະພາບສູງຮອບໃໝ່ສໍາລັບຕ່ອງໂສ້ອຸດສາຫະກຳທີ່ສຳຄັນຈະຖືກນໍາໄປປະຕິບັດຢ່າງຟົດຟື້ນ, ເຊິ່ງຈະເສີມຂະຫຍາຍຄວາມໝັ້ນໜຽວໃນການເຕີບໂຕ ແລະ ເປີດພື້ນທີ່ໃໝ່ສຳລັບການເຕີບໂຕທາງເສດຖະກິດຂອງຈີນ ແລະ ທົ່ວໂລກ.
ປັດຈຸບັນ, ການເຕີບໂຕທາງເສດຖະກິດທີ່ໝັ້ນຄົງຂອງຈີນໄດ້ກາຍເປັນການຊຸກຍູ້ທີ່ສໍາຄັນສໍາລັບການຟື້ນຕົວຂອງໂລກ ເພາະເສດຖະກິດຈີນໄດ້ປະກອບປະມານ 30% ຂອງ ເສດຖະກິດໂລກ ເຮັດໃຫ້ຈີນກາຍເປັນເຄື່ອງຈັກທີ່ສໍາຄັນ ແລະ ປາສະຈາກບໍ່ໄດ້ສໍາລັບການເຕີບໂຕຂອງໂລກ. ບົດບາດໃນການສະໜັບສະໜູນຂອງຈີນຕໍ່ການຟື້ນຕົວຂອງທົ່ວໂລກ ໄດ້ສະທ້ອນໃຫ້ເຫັນບໍ່ພຽງແຕ່ໃນການປະກອບສ່ວນການເຕີບໂຕເທົ່ານັ້ນ, ຍັງລວມເຖິງການສະໜອງຄວາມຕ້ອງການຂອງຕະຫຼາດທີ່ໝັ້ນຄົງ, ການສະໜັບສະໜູນຕ່ອງໂສ້ການສະໜອງອຸດສາຫະກໍາ ແລະ ໂອກາດໃນການຮ່ວມມື. ໃນຖານະເປັນຕະຫຼາດນໍາເຂົ້າທີ່ໃຫຍ່ເປັນອັນດັບສອງຂອງໂລກ, ຈີນຍັງຄົງຈັດຫາການສະໜອງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບສູງ, ປົດປ່ອຍຄວາມສາມາດບົ່ມຊ້ອນດ້ານການບໍລິໂພກ ແລະ ສະໜອງພື້ນທີ່ທາງຕະຫຼາດທີ່ກວ້າງໃຫຍ່ໃຫ້ວິແກ່ສາຫະກິດທົ່ວໂລກ.

ປີນີ້ ເປັນປີສິ້ນສຸດຂອງແຜນພັດທະນາ 5 ປີ ຄັ້ງທີ 14 ແລະ ປີໜ້າຈະເປັນປີເລີ່ມຕົ້ນແຜນພັດທະນາ 5 ປີ ຄັ້ງທີ 15 ເຊິ່ງຈີນໄດ້ວາງເປົ້າໝາຍທີ່ຍິ່ງໃຫຍ່ຫຼາຍຢ່າງ ໂດຍຈະນໍາໃຊ້ນະວັດຕະກໍາ ຫຼື ການປະດິດສ້າງໃໝ່ເປັນຕົວຂັບເຄື່ອນທີ່ສໍາຄັນ, ຄຽງຄູ່ກັບການສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ. ທິດທາງໃນການເປີດກວ້າງນີ້ ບໍ່ພຽງແຕ່ຈະຊ່ວຍໃຫ້ຈີນສາມາດປະສົມປະສານເຂົ້າກັບເສດຖະກິດໂລກໄດ້ດີຂຶ້ນເທົ່ານັ້ນ, ຍັງຈະເຮັດໃຫ້ຄວາມມີຊີວິດຊີວາແກ່ການຮ່ວມມືທາງເສດຖະກິດທົ່ວໂລກ ແລະ ສົ່ງເສີມຮູບແບບການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຊະນະທັງສອງຝ່າຍນັບມື້ມີປະສິດທິຜົນຍິ່ງຂຶ້ນ, ທັງເຮັດໃຫ້ຈີນສືບຕໍ່ເປັນເສົາຫຼັກທີ່ໝັ້ນຄົງ ແລະ ແຮງຂັບເຄື່ອນການເຕີບໂຕສໍາຄັນທີ່ສຸດຂອງເສດຖະກິດໂລກ.

