ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຄະນະພັກ-ຄະນະກໍາມະການປົກຄອງ ເມືອງສຸຂຸມາ ແຂວງຈໍາປາສັກ ຮ່ວມກັບ ຄະນະ ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງສຸຂຸມາ, ຄະນະພັກ-ອົງການປົກຄອງບ້ານທາດ 3 ປາງ, ບັນດາບ້ານໃນທົ່ວເມືອງ ໄດ້ຈັດບຸນນະມັດສະການພະທາດສາມປາງ ຕິດພັນກັບການຮັບຮອງ ພະທາດສາມປາງ ເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖິ່ນ ໃນວັນທີ 1 ມັງກອນ 2026 ຢູ່ບໍລິເວນເດີ່ນພະທາດສາມປາງ ບ້ານທາດສາມປາງ ເມືອງສຸຂຸມາ ໂດຍມີ ທ່ານ ບຸນຄົງ ພັນວົງສາ ປະທານກວດກາພັກແຂວງ, ພະອາຈານມະຫາ ສຸວັນ ຈັນທະລາດປະທານອົງການພຸດທະສາສະໜາສໍາພັນລາວ ແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານທາດສາມປາງ ແລະ ບ້ານອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ພອນພິລຸນ ນໍລະສິນ ປະທານຄະນະກໍາມະການປົກຄອງ ເມືອງສຸຂຸມາ ໄດ້ກ່າວວ່າ: ການຈັດບຸນນະມັດສະການພະທາດສາມປາງ ໃນປີ 2026, ກໍເພື່ອເປັນການອະນຸລັກຮັກສາ ສະຖານວັດຖຸບູຮານ ທີ່ເປັນມິ່ງຂວັນຂອງຊາວເມືອງສຸຂຸມາ ໃຫ້ມີຄວາມຍືນຍົງ ສືບທອດຮອດຮຸ່ນລູກ, ຮຸ່ນຫລານ ທັງເປັນການໂຄສະນາ ແລະ ປະຊາສໍາພັນໃຫ້ພະທາດສາມປາງ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ, ເປັນບ່ອນສຶກສາຄົ້ນຄວ້າຮໍ່າຮຽນທາງປະຫວັດສາດຂອງຜູ້ຊອກຮູ້ຮໍ່າຮຽນ, ເປັນສະຖານທີ່ເພິ່ງທາງດ້ານຈິດໃຈ, ເປັນສະຖານທີ່ເສີມສ້າງພະລັງສາມັກຄີອັນແໜ້ນແຟ້ນ ຂອງພໍ່ແມ່ປະຊາຊົນ.
ໃນໂອກາດນີ້, ທ່ານ ຄໍາໄຕ ແກ້ວປະເສີດ ເລຂາຄະນະບໍລິຫານງານພັກເມືອງສຸຂຸມາ ໄດ້ກ່າວວ່າ: ການຈັດບຸນນະມັດສະການພະທາດສາມປາງ ປີ 2026 ນີ້ ຖືເປັນການສ້າງຂະບວນການຍິ່ງໃຫຍ່ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ບັ້ນເລືອກຕັ້ງສະພາປະຊາຊົນແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ທັງເປັນການສະເຫລີມສະຫລອງ ແລະ ຊົມເຊີຍວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ບົນຈິດໃຈດຶງດູດ ແລະ ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ແລະ ສົ່ງເສີມການອະນຸລັກຮັກສາສິລະປະ-ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ພ້ອມທັງເປັນການຊຸກຍູ້-ສົ່ງເສີມຂະບວນການຜະລິດ ຮັບປະກັນດ້ານສະບຽງອາຫານ, ການຜະລິດເປັນສິນຄ້າຢ່າງແຂງແຮງ ຕາມທິດສ້າງເສດຖະກິດ ເອກກະລາດ ເປັນເຈົ້າຕົນເອງ ໄປຄຽງຄູ່ກັບການຍົກສູງສະຕິຊາດ-ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງຄວາມໝັ້ນຄົງ ແລະ ມີຄວາມຮັບປະກັນຮອບດ້ານ, ຕາມທິດທີ່ໄດ້ກຳນົດໄວ້ ຄື: “ສ້າງເມືອງສຸຂຸມາ ໃຫ້ເປັນເມືອງສະຫງົບ, ສະອາດ, ສີຂຽວ, ຮາກຖານການເມືອງມີຄວາມໜັກແໜ້ນ, ເສດຖະກິດມີຄວາມເຂັ້ມແຂງ ຕາມທິດເອກະລາດ ເປັນເຈົ້າຕົນເອງ, ຊົນນະບົດໄດ້ຮັບການພັດທະນາ, ປະຊາຊົນຢູ່ດີກິນດີກວມສ່ວນຫລາຍ”. ນອກນີ້, ການຈັດງານຄັ້ງນີ້ ຍັງເປັນງານໜຶ່ງທີ່ມີຄວາມສຳຄັນທາງດ້ານຈິດໃຈຂອງປວງຊົນຊາວບ້ານທາດສາມປາງ ກໍຄືປະຊາຊົນຊາວເມືອງສຸຂຸມາ ເນື່ອງຈາກວ່າເມືອງສຸຂຸມາ ເປັນເມືອງໜຶ່ງທີ່ມີສະຖານບູຮານດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີຄວາມສຳຄັນ ຕໍ່ຂະບວນການສຶກສາຮຽນຮູ້ຂອງຄົນຮຸ່ນຫລັງ, ຊຶ່ງມັນເປັນສິ່ງທີ່ຢັ້ງຢືນເຖິງປະຫວັດສາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສັງຄົມໃນສະໄໝນັ້ນໆ. ນອກຈາກພະທາດສາມປາງທີ່ເປັນສະຖານບູຮານເກົ່າແກ່ ແລະ ເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳແຫ່ງໜຶ່ງແລ້ວ, ເມືອງສຸຂຸມາຍັງມີສະຖານບູຮານອີກຫລາຍແຫ່ງດັ່ງຄຳໂຄງຂອງເມືອງທີ່ວ່າ “ສຸຂຸມາ ເປັນເມືອງອູ່ເຂົ້າລົ້ນສາງ, ພະທາດສາມປາງ, ເສັ້ນທາງບູຮານ, ພະລານຈຳປາ, ທະລາສອງສີ, ປ່າໄມ້ຂຽວກະຈີ, ສີບາອີ່ເກິ້ງ”.

ໂອກາກດັ່ງກ່າວ, ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງຈຳປາສັກ ວ່າດ້ວຍການຮັບຮອງເອົາ ພະທາດສາມປາງ ເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖິ່ນ ຂອງແຂວງຈໍາປາສັກ ຕື່ມອີກ.
ໃນປີ 2025, ແຂວງຈຳປາສັກ ໄດ້ຮັບຮອງເອົາມໍລະດົກລະດັບລະດັບທ້ອງຖິ່ນແລ້ວຈຳນວນ 4 ແຫ່ງ ປະກອບມີ: ວັດຈອມເພັດ, ການແກະສະຫລັກຫີນບ້ານດອນເຂາະ, ຫໍພິພິທະພັນແຂວງ, ວັດບ້ານງົວແດງ ແລະ ພະທາດສາມາປາງເປັນແຫ່ງທີ 5. ປັດຈຸບັນ ທົ່ວແຂວງ ໄດ້ຮັບຮອງເອົາມໍລະດົກລະດັບລະດັບທ້ອງຖິ່ນແລ້ວ 7 ແຫ່ງ ຊຶ່ງທັງໝົດເຫລົ່ານີ້ ໄດ້ກາຍເປັນສູນບ່ອນສຶກສາຮຽນຮູ້, ເປັນບ່ອນຄົ້ນຄວ້າຮໍ່າຮຽນດ້ານປະຫວັດສາດ, ວັດທະນະທຳ, ປະຕິມະກຳ ແລະ ອື່ນໆ, ກາຍເປັນສະຖານທີ່ທ່ອງທ່ຽວໜຶ່ງຂອງເມືອງ ກໍຄືແຂວງ ໃນການຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາແຂວງຈໍາປາສັກ.

ໃນພິທີ ໄດ້ມີຂະບວນແຫ່ກ້ອນກຳລັງຕ່າງໆ ຊຶ່ງນຳພາໜ້າຂະບວນໂດຍຂະບວນພະສົງສາມະເນນ, ຕໍ່ດ້ວຍຂະບວນຄະນະນຳຂອງແຂວງ, ເມືອງ, ການນໍາພະແນກການຕ່າງໆ, ຂະບວນແຫ່ຂອງເຖົ້າແກ່ມົນໂທຖືຂັນໝາກເບັງ ນຸ່ງຖືສຸພາບຮຽບຮ້ອຍ, ເກົ້າຜົມບ່ຽງແພ, ຂະບວນອົງການຈັດຕັ້ງບ້ານ ແລະ ຂະບວນຂອງນັກຮຽນ ຢ່າງຄຶກຄື້ນມ່ວນຊື່ນ. ພ້ອມນີ້, ຍັງມີການສະແດງສິລະປະ-ວັນນະຄະດີ ຈາກນ້ອງນັກຮຽນ, ກິດຈະກໍາແຂ່ງຂັນກິລາປະເພດຕ່າງໆ ແລະ ມີການຄົບງັນຕະຫລອດແຈ້ງດ້ວຍວົງດົນຕີ ແລະ ຄະນະໝໍລໍາເລື່ອງທີ່ເປັນເອກະລັກຂອງເມືອງຕື່ມອີກ. ບຸນນະມັດສະການພະທາດສາມປາງ ຈະດໍາເນີນໄປຮອດວັນທີ 3 ມັງກອນ 2026.
ຂ່າວ-ພາບ: ທູນທອງໃຈ


