ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

Jan 3, 2026

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອຸທິດ ທິບມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພັດທະນາຄຸນນະພາບການສຶກສາ, ການສົ່ງເສີມຄວາມຮ່ວມມືທາງການສຶກສາລະຫວ່າງສອງປະເທດ ເປັນແຫຼ່ງຮຽນຮູ້ໃນການພັດທະນາຫຼັກສູດພາສາຫວຽດໃນສປປ ລາວ, ພວກເຮົາໄດ້ຮັບຟັງການນໍາສະເໜີກ່ຽວກັບໂຄງການ, ຫຼັກສູດ ແລະ ຊຸດປຶ້ມແບບຮຽນພາສາຫວຽດ ສໍາລັບນັກຮຽນລາວ ພ້ອມທັງແລກປ່ຽນປະສົບການ ດ້ານການຈັດການຮຽນ-ການສອນ ແລະ ການປະຕິບັດໃນສະພາບຄວາມເປັນຈິງ ເປັນພື້ນຖານສໍາຄັນໃນການປັບປຸງຄຸນນະພາບການສຶກສາ ແລະ ພັດທະນາຄູ ແລະ ຜູ້ບໍລິຫານການສຶກສາໃນອະນາຄົດ. ໃນນາມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາລາວມຸ່ງໝັ້ນສົ່ງເສີມການຄົ້ນຄວ້າ, ການປັບປຸງພັດທະນາທາງດ້ານວິຊາການ ແລະ ການຮ່ວມມືຢ່າງໃກ້ຊິດກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ການຝຶກອົບຮົມສາມາດນໍາໄປປະຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາການສຶກສາ. ໃນພິທີໄດ້ມອບໃບຢັ້ງຢືນໃຫ້ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ອີກດ້ວຍ.


ຂ່າວ-ພາບ: ບົວລະພາ