ຕອນເຊົ້າວັນທີ 5 ມັງກອນ 2026, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາສະຫາຍຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ແລະ ຖືເປັນກອງປະຊຸມສູນກາງ ຄັ້ງສຸດທ້າຍ ໃນສະໄໝທີ XI ເພື່ອຮັບຟັງການລາຍງານ, ເປິກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ.
ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ຜ່ານການຫ້າງຫາກະກຽມວຽກງານຕ່າງໆ ທີ່ອະນຸກໍາມະການກ່ຽວຂ້ອງ ໄດ້ດຳເນີນການມາຢ່າງເປັນລະບົບ ແລະ ເປັນຂະບວນກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດເວລານີ້ ຖືວ່າມີຄວາມພ້ອມທີ່ສຸດແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະດຳເນີນໄປພາຍໃຕ້ຄຳຂັວນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ຊຶ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກພັກທົ່ວປະເທດ ຈຳນວນ 421.865 ສະຫາຍ, ຖືເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ, ເປັນບັ້ນສະຫຼຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມຢ່າງເປັນລະບົບຄົບຊຸດໃນໄລຍະຜ່ານມາ, ຊຶ່ງເປັນຂະບວນການກະກຽມຢ່າງກວ້າງຂວາງຟົດຟື້ນ ຂອງກຳລັງມະຫາສາມັກຄີທົ່ວປວງຊົນ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄດ້ຢ່າງຮອບດ້ານ ເພື່ອປະກອບສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນ ກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.


