ເສດຖະກິດຈີນກ້າວຜ່ານພາຍຸລົມແດງໃນປີ 2025 ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ໂລກ

ປີ 2025 ທີ່ຫາກໍຜ່ານພົ້ນໄປ, ແມ່ນປີໜຶ່ງທີ່ເສດຖະກິດໂລກພົບຄວາມຫຍຸ້ງຍາກເນື່ອງຈາກພູມສາດການເມືອງໂລກມີການຜັນແປຢ່າງສັບສົນ, ເກີດມີລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ ກໍຄື ສົງຄາມພາສີ ແລະ ສົງຄາມການຄ້າ. ກອງທຶນການເງິນສາກົນ, ທະນາຄານໂລກ ແລະ ສະຖາບັນການເງິນຫຼາຍແຫ່ງຕ່າງຄາດຄະເນວ່າເສດຖະກິດໂລກໃນປີ 2025 ຈະເຕີບໂຕຊ້າລົງ. ທ່າມກາງສະພາບຄວາມເຄັ່ງຕຶງທາງດ້ານເສດຖະກິດ ແລະ ການຟື້ນຕົວທີ່ຊ້າລົງຂອງເສດຖະກິດໂລກ ກໍຄື ເສດຖະກິດຂອງຫຼາຍປະເທດ, ຈີນໃນຖານະປະເທດທີ່ມີຂະໜາດເສດຖະ ກິດໃຫຍ່ເປັນອັນດັບ 2 ຂອງໂລກສາມາດກ້າວຜ່ານພາຍຸລົມແດງໃນປີ 2025 ທີ່ເປັນປີມ້ວນທ້າຍໃນການປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ ດ້ວຍການຮັກສາການເຕີບໂຕຂອງເສດຖະກິດຢ່າງໝັ້ນຄົງ ແລະ ກ້າວໄປຂ້າງໜ້າດ້ວຍຄຸນນະພາບສູງ, ທັງກາຍເປັນເສົາຫຼັກຂອງສະຖຽນະພາບໃນລະບົບເສດຖະກິດໂລກທີ່ມີຄວາມແຕກແຍກໃນປັດຈຸບັນ.
ດ້ວຍອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) 5,2% ໃນ 3 ໄຕມາດທຳອິດ ເຮັດຈີນຢູ່ໃນເສັ້ນທາງການເຕີບໂຕທີ່ໝັ້ນຄົງ ແລະ ຄາດວ່າຈະບັນລຸການເຕີບໂຕໝົດປີ 5%, ຍອດເສດຖະກິດໝົດປີ 2025 ຈະບັນລຸເຖິງ 140,000 ຕື້ຢວນ, ຈັດຢູ່ໃນອັນດັບແຖວ ໜ້າໃນບັນດາເສດຖະກິດຫຼັກຂອງໂລກ ແລະ ສືບຕໍ່ຮັກສາການປະກອບສ່ວນໃນເສດຖະກິດໂລກ 30% ໄວ້ຢ່າງໝັ້ນຄົງ.

ເມື່ອວິເຄາະແລ້ວເຫັນວ່າ: ເສດຖະກິດຈີນໃນປີ 2025 ໄດ້ເຕີບໂຕດ້ວຍຄຸນນະພາບຕາມແຜນພັດທະນາ 5 ປີ ຄັ້ງທີ 14 ທີ່ກໍານົດໄວ້. ຕົວເລກຊີ້ບອກໃຫ້ເຫັນຊັດເຈນແມ່ນການພັດທະນາເຕັກໂນໂລຊີລະດັບສູງ ເຊັ່ນ: ການຍົກລະດັບອຸດສາຫະກໍາການຜະລິດດ້ວຍເຕັກໂນໂລຊີອັດສະລິຍະ, ການພັດທະນາເຕັກໂນໂລຊີປັນຍາປະດິດ (AI), ການຂັບເຄື່ອນເສດຖະກິດນະວັດຕະກໍາ ຫຼື ການປະດິດສ້າງໃໝ່ໃນເຂດພື້ນທີ່ຕ່າງໆ ເຊັ່ນ: ເຂດພື້ນທີ່ນະວັດຕະກໍາເສິນເຈີ້ນ-ຮົງກົງ-ກວາງໂຈວ ທີ່ກ້າວຂຶ້ນເປັນກຸ່ມນະວັດຕະກໍາໃຫຍ່ທີ່ສຸດໃນໂລກເປັນຄັ້ງທໍາອິດໃນປີ 2025, ລົດພະລັງງານໃໝ່, ເຄື່ອງຈັກທັນສະໄໝ, ແລະ ໂຄງລ່າງພື້ນຖານພະລັງງານສີຂຽວທີ່ກຳລັງກາຍເປັນເຄື່ອງຈັກຂັບເຄື່ອນການເຕີບໂຕທີ່ແທ້ຈິງ. ຍົກຕົວຢ່າງ: DeepSeek ແບບຈຳລອງ AI ໄດ້ສ້າງຄວາມປະທັບໃຈເປັນຢ່າງດີ ໂດຍສາມາດທຽບເທົ່າ ຫຼື ອາດຈະເໜືອກວ່າຄວາມສາມາດຂອງແບບຈໍາລອງລະດັບນໍາໜ້າຂອງໂລກ, ໃນຂະນະທີ່ໃຊ້ພະລັງປະມວນຜົນໜ້ອຍກວ່າ.
ລັດຖະບານຈີນ ຍັງໃຫ້ຄວາມສໍາຄັນຕໍ່ການກໍານົດທິດທາງ ແລະ ການຄຸ້ມຄອງເສດຖະກິດເພື່ອໃຫ້ເສດຖະກິດໂດຍລວມຂອງປະເທດມີສະຖຽນລະພາບຫຼາຍຂຶ້ນ ໂດຍໄດ້ປັບນະໂຍບາຍດ້ານການເງິນໄປສູ່ນະໂຍບາຍທີ່ຕັ້ງໜ້າຫຼາຍຂຶ້ນ ດ້ວຍການອອກພັນທະບັດພິເສດໄລຍະຍາວ ມູນຄ່າ 1,300 ຕື້ຢວນ. ສ່ວນດ້ານການຄ້າ, ຈີນໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມການຄ້າຕ່າງປະເທດດ້ວຍແນວທາງທີ່ໝັ້ນໜຽວຫຼາຍຂຶ້ນ. ອີງຕາມຕົວເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນ ໃຫ້ຮູ້ວ່າ ໃນ 11 ເດືອນຂອງປີ 2025, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນ ບັນລຸ 41,210 ຕື້ຢວນ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຂະນະທີ່ການນຳເຂົ້າ-ສົ່ງອອກຂອງຈີນຕໍ່ຕະຫຼາດໃນພາກພື້ນ ເຊັ່ນ: ອາຊຽນ, ສະຫະພາບເອີຣົບ, ອາຟຣິກາ, ອາເມຣິກາລາຕິນ ແລະ ອື່ນໆ ລ້ວນແຕ່ມີການເຕີບໂຕ ເຊິ່ງສະແດງໃຫ້ເຫັນວ່າຈີນມີບົດບາດຢ່າງໝັ້ນທ່ຽງກວ່າເກົ່າໃນການຊຸກຍູ້ຄວາມໝັ້ນຄົງຂອງການຄ້າໂລກ.

ຄຽງຄູ່ກັນນີ້, ໃນປີ 2025, ລັດຖະບານຈີນໄດ້ສືບຕໍ່ປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ໂດຍໄດ້ປະກາດໃຊ້ກົດໝາຍສົ່ງເສີມເສດຖະກິດພາກເອກະຊົນ ແລະ ນະໂຍບາຍຍົກເວັ້ນວີຊາ, ມາຮອດເດືອນສິງຫາ 2025 ຈີນໄດ້ຍົກເວັ້ນວີຊາແຕ່ຝ່າຍດຽວ ຫຼື ຍົກເວັ້ນວີຊາເຊິ່ງກັນ ແລະ ກັນຢ່າງຮອບດ້ານກັບ 75 ປະເທດໃນໂລກ; ການຍົກເວັ້ນວີຊາຜ່ານຈີນໄປປະເທດທີ 3 ໄດ້ຂະຫຍາຍກວ້າງອອກໂດຍກວມເອົາ 55 ປະເທດ ແລະ ເປີດດ່ານເຂົ້າເມືອງຈີນໃຫ້ຜູ້ຖືວີຊາດັ່ງກ່າວເພີ່ມຂຶ້ນເປັນ 60 ແຫ່ງ ແລະ ອື່ນໆ. ສ່ວນງານວາງສະແດງສິນຄ້ານຳເຂົ້າສາກົນຈີນເຊິ່ງຈັດຂຶ້ນມາແລ້ວ 8 ຄັ້ງ ແມ່ນງານວາງສະແດງພຽງແຫ່ງດຽວໃນໂລກທີ່ຖືເອົາການນຳເຂົ້າເປັນຫົວຂໍ້ ແລະ ເປັນເວທີສຳຄັນຂອງຈີນໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ໄດ້ກາຍເປັນປ້ອງຢ້ຽມສຳຄັນໃນການສັງເກດການເປີດປະຕູສູ່ພາຍນອກຂອງຈີນຈີນທີ່ຈາກການ “ໄລ່ຕາມ” ກາຍມາເປັນການ “ແລ່ນນຳໜ້າໝູ່”. ນອກນີ້, ເກາະໄຫຫຼຳຂອງຈີນໄດ້ເລີ່ມປະຕິບັດດ່ານພາສີອິດສະຫຼະທົ່ວເກາະຢ່າງເປັນທາງການໃນວັນທີ 18 ທັນວາ 2025 ເຊິ່ງເປັນການນຳໃຊ້ມາດຕະຖານສູງສຸດຂອງສາກົນ ແລະ ເປັນມາດຕະການທີ່ເປັນຂີດໝາຍສຳຄັນຂອງຈີນໃນການເປີດປະຕູສູ່ພາຍນອກໃຫ້ກວ້າງອອກຕື່ມອີກ.
ທິດທາງສູ່ “ການພັດທະນາໃໝ່” ກໍຄື ການຫຼຸດຜ່ອນການເພິ່ງພາເຕັກໂນໂລຊີລະດັບສູງຈາກຕ່າງປະເທດ, ຈີນກໍາລັງປົກປ້ອງຕົນເອງຈາກແຮງກົດດັນຈາກພາຍນອກ, ໃນຂະນະດຽວກັນໄດ້ນໍາສະເໜີຜະລິດຕະພັນທີ່ມີຄຸນນະພາບໃນການແຂ່ງຂັນ ແລະ ມີປະສິດທິພາບທີ່ຍິ່ງເປັນມິດກັບສິ່ງແວດລ້ອມໃຫ້ແກ່ໂລກ ເຮັດໃຫ້ປີ 2025 ດັດຊະນີນະວັດຕະກໍາຂອງຈີນດີຂຶ້ນເປັນປະຫວັດສາດ. ອີງຕາມຂໍ້ມູນຈາກອົງການສິດທິຊັບສິນທາງປັນຍາໂລກໃຫ້ຮູ້ວ່າ: ດັດຊະນີນະວັດຕະກໍາຂອງຈີນຕິດ 10 ອັນດັບທໍາອິດຂອງໂລກເປັນຄັ້ງທໍາອິດ ແລະ ເຮັດໃຫ້ຈີນຢູ່ໃນຖານະເປັນໜຶ່ງໃນປະເທດທີ່ຜະລິດນະວັດຕະກຳກ້າວໜ້າໄວທີ່ສຸດໃນໂລກໃນທົດສະວັດທີ່ຜ່ານມາ.

ອີກປັດໄຈສໍາຄັນໜຶ່ງທີ່ຊຸກຍູ້ເສດຖະກິດຂອງຈີນໃຫ້ເຕີບໂຕ ແມ່ນການບໍລິໂພກພາຍໃນ. ອີງຕາມຂໍ້ມູນຈາກທາງການຈີນໃຫ້ຮູ້ວ່າ ໃນ 3 ໄຕມາດທໍາອິດຂອງປີ 2025 ການບໍລິໂພກພາຍໃນມີສ່ວນຕໍ່ການເຕີບໂຕທາງເສດຖະກິດເຖິງ 53,5% ເມື່ອທຽບໃສ່ໄລຍະ 11 ເດືອນຂອງປີ 2024, ພ້ອມນີ້ ໄລຍະ 11 ຂອງປີ 2025 ໂຄງການສິນຄ້າເກົ່າແລກປ່ຽນສິນຄ້າໃໝ່ໄດ້ຊ່ວຍກະຕຸ້ນຍອດຂາຍສິນຄ້າຫຼາຍກວ່າ 2,500 ຕື້ຢວນ. ຂະນະດຽວກັນ, ພາກລັດ ແລະ ພາກເອກະຊົນຍັງໄດ້ສົ່ງເສີມການທ່ອງທ່ຽວ ແລະ ວັດທະນະທໍາຮູບແບບໃໝ່ຢ່າງຕໍ່ເນື່ອງ, ໃນນັ້ນລວມເຖິງການຄືນເງິນພາສີໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ເພື່ອຍົກລະດັບການບໍລິການ ແລະ ການບໍລິໂພກທົ່ວປະເທດ. ນອກນີ້ ລັດຖະບານຈີນຍັງໃຫ້ຄວາມສໍາຄັນກັບການຂັບເຄື່ອນຂົງເຂດກະສິກໍາ ເຮັດໃຫ້ຜົນຜະລິດລວມດ້ານກະສິກໍາໃນປີ 2025 ຍັງຢູ່ໃນລະດັບທີ່ອຸດົມສົມບູນ ເຊິ່ງນີ້ຖືເປັນແຮງຂັບເຄື່ອນສໍາຄັນໃນການຟື້ນຟູຊົນນະບົດ ແລະ ຊ່ວຍຫຼຸດຜ່ອນຊ່ອງວ່າງລາຍໄດ້ລະຫວ່າງຕົວເມືອງກັບຊົນນະບົດຢ່າງຕໍ່ເນື່ອງ.
ດ້ວຍການຂັບເຄື່ອນເສດຖະກິດຕາມແນວທາງທີ່ກ່າວມານັ້ນ ເສດຖະກິດຈີນກ້າວຜ່ານພາຍຸລົມແດງໃນປີ 2025 ມາໄດ້ດ້ວຍດີ, ທັງເຕີບໂຕຢ່າງມີຄຸນນະພາບຢ່າງຕໍ່ເນື່ອງ ແລະ ຈະເປັນປີທີ 5 ຂອງການປະຕິບັດແຜນພັດທະນ 5 ປີ ຄັ້ງທີ 14 ຂອງຈີນທີ່ເສດຖະກິດເຕີບໂຕບໍ່ຫຼຸດ 5%. ໃນຄຳປາໄສອວຍພອນປີໃໝ່ສາກົນ 2026 ຂອງ ທ່ານ ສີຈິ້ນຜິງ, ປະທານປະທານປະເທດຈີນໄດ້ບັນຍາຍເຖິງລັກສະນະພິເສດທີ່ຈະແຈ້ງຂອງການພັດທະນາເສດຖະກິດຂອງຈີນດ້ວຍຄຸນນະພາບໃໝ່, ພ້ອມທັງໄດ້ສະຫຼຸບວິວັດທະນາການທີ່ບໍ່ທຳມະດາທີ່ສຸດຂອງຈີນໃນໄລຍະ 5 ປີຜ່ານມາ ເຊິ່ງຈີນໄດ້ເຮັດຫຼ້ອນໜ້າທີ່ເປົ້າໝາຍຢ່າງຈົບງາມ ແລະ ໄດ້ຢວ່າງບາດກ້າວອັນໝັ້ນທ່ຽງໃນການເດີນທາງຄັ້ງໃໝ່ແຫ່ງຄວາມທັນສະໄໝແບບຈີນ. ຂະນະດຽວກັນເມື່ອມຸ່ງໜ້າສູ່ປີ 2026, ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນຈະຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໜັກແໜ້ນ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານຕື່ມອີກ, ຊຸກຍູ້ໃຫ້ປະຊາຊົນທົ່ວທັງຊາດຮັ່ງມີຂຶ້ນຮ່ວມກັນ ແລະ ສືບຕໍ່ຂຽນໜ້າໃໝ່ແຫ່ງເລື່ອງອັດສະຈັນຂອງຈີນ.

ຂະນະທີ່ບັນດານັກວິເຄາະ ແລະ ບັນດາບຸກຄົນສໍາຄັນ ຕ່າງຍ້ອງຍໍຊົມເຊີຍຕໍ່ການພັດທະນາເສດຖະກິດໃນປີ 2025 ກໍຄື ການປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ ຕະຫຼອດໄລຍະ 5 ປີ ຜ່ານມາ ເຊິ່ງນອກຈາກໄດ້ເຮັດໃຫ້ເສດຖະກິດຈີນນັບມື້ດີຂຶ້ນ ຍັງປະກອບສ່ວນສໍາຄັນໃຫ້ແກ່ຄວາມໝັ້ນຄົງຂອງເສດຖະກິດໂລກອີກດ້ວຍ.
ປີ 2025 ໄດ້ຊີ້ໃຫ້ເຫັນວ່າ ຈີນບໍ່ພໍໃຈທີ່ຈະເປັນພຽງຜູ້ໄດ້ຮັບຜົນກະທົບຈາກເລື່ອງລາວລະດັບໂລກກ່ຽວກັບ “ຄວາມສ່ຽງ” ແລະ “ຄວາມທ້າທາຍ” ອີກຕໍ່ໄປ, ແຕ່ຈີນກໍາລັງກໍານົດຄວາມໝາຍຂອງສະຖຽນລະພາບ, ການພັດທະນາ ແລະ ການບໍລິຫານໃນຍຸກໃໝ່ຢ່າງເຂັ້ມແຂງ ແລະ ດ້ວຍການດໍາເນີນງານທາງເສດຖະກິດ, ການວາງແຜນໄລຍະຍາວພາຍໃຕ້ແຜນພັດທະນາ 5 ປີ ຄັ້ງທີ 14, ພ້ອມນີ້ ທ່າມກາງເສດຖະກິດໂລກທີ່ຜະເຊີນກັບລັດທິຝ່າຍດຽວ ແລະ ລັດທິປົກປ້ອງ, ຈີນ ໄດ້ນໍາສະເໜີໃຫ້ “ຈັບມື” ບໍ່ແມ່ນ “ປ່ອຍມື” ໃຫ້ “ຮັກສາຄວາມຜູກພັນ” ບໍ່ແມ່ນ “ຕັດຄວາມສໍາພັນ” ແລະ ຊຸກຍູ້ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຕໍ່ໄປ. ຂໍ້ລິເລີ່ມກ່ຽວກັບການບໍລິຫານທົ່ວໂລກທີ່ທ່ານ ສີ ຈິ້ນຜິງ ສະເໜີອອກມາໃນປີ 2025 ເປັນສິ່ງຢືນຢັນທີ່ຊັດເຈນເຖິງ “ຄວາມຮັບຜິດຊອບຂອງຈີນ” ທີ່ມີຕໍ່ໂລກເພື່ອຮ່ວມກັນແກ້ໄຂສິ່ງທ້າທາຍໃນການບໍລິຫານໂລກປັດຈຸບັນ” ທີ່ມີການປ່ຽນແປງຢ່າງມະຫາສານແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ.

ສໍາລັບປີ 2026 ເຊິ່ງເປັນປີເລີ່ມຕົ້ນການປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ແລະ ເປັນປີທີ່ຈະມີຫຼາຍເຫດການໃຫຍ່ເກີດຂຶ້ນຢູ່ຈີນ ເຊັ່ນ: ການເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບ ຄັ້ງທີ 2, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 33 ແລະ ອື່ນໆ, ທັງເປັນປີທີ່ການພັດທະນາເສດຖະກິດທົ່ວໂລກຈະສືບຕໍ່ຜະເຊີນກັບຄວາມບໍ່ແນ່ນອນຫຼາຍຢ່າງ, ແຕ່ເຊື່ອໝັ້ນວ່າດ້ວຍຄວາມເຂັ້ມແຂງຂອງຈີນ, ຈີນທີ່ມີຄວາມໝັ້ນໃຈ, ເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ມີຄວາມກ້າວໜ້າ ຍ່ອມຈະເປັນພະລັງຂັບເຄື່ອນທີ່ເຂັ້ມແຂງທີ່ສ້າງຄວາມໝັ້ນຄົງໃຫ້ແກ່ໂລກນັບມື້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

