ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນສຶບຕໍ່ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

Jan 6, 2026

ໃນວັນທີ 6 ມັງກອນ 2026 ບັນດາແຂວງ ແລະ ກະຊວງ ໄດ້ສືບຕໍ່ມອບເງິນ, ເຄື່ອງບໍລິໂພກ, ເຄື່ອງທີ່ລະນຶກ ເພື່ອສະໜັບສະໜູນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິ ວັດລາວ ຈັດຂຶ່ນໃນລະຫວ່າງວັນທີ 6-8 ມັງກອນ 2026 ຕາງໜ້າຮັບໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of text
ພາກສ່ວນທີ່ນໍາເອົາເງິນມາມອບໃຫ້ໃນຄັ້ງນີ້, ປະກອບມີ ແຂວງອັດຕະປື ມອບເງິນສົດ ແລະ ເຄື່ອງບໍລິໂພກ ລວມມູນຄ່າ 234.000.000 ກີບ ມອບໂດຍທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ ແຂວງອັດຕະປື, ແຂວງອຸດົມໄຊ ມອບເງິນສົດ 100.000.000 ລ້ານກີບ ມອບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ, ທະນາຄານແຫ່ງ ສປປ ລາວ ມອບເງິນສົດ ແລະ ຫລຽນທິລະນຶກ ລວມມູນຄ່າ 675.000.000 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແຂວງຊຽງຂວາງ ມອບເງິນສົດ 120.000.000 ລ້ານກີບ ມອບໂດຍທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະອົງ ການປົກຄອງແຂວງຊຽງຂວາງ, ແຂວງເຊກອງ ມອບເງິນສົດ ມູນຄ່າ 50.000.000 ລ້ານກີບ ມອບໂດຍທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ.
May be an image of text May be an image of text