ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄລຍະສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ທົ່ວປະເທດມີຄົນເສຍຊີວິດ 23 ຄົນ ຈາກອຸບັດເຫດ

Jan 6, 2026

ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ຫຼື ໄລຍະ 5 ວັນອັນຕະລາຍ, ນັບແຕ່ວັນທີ 29 ທັນວາ 2025 ຫາ 2 ມັງກອນ 2026 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 172 ກໍລະນີ ເພີ່ມຂຶ້ນຈາກປີກາຍ 2 ກໍລະນີ, ພາຫະນະເປ່ເພ 302 ຄັນ, ຫຼຸດລົງ 13 ກໍລະນີ, ຄົນໄດ້ຮັບບາດເຈັບ 277 ຄົນ, ຫຼຸດລົງ 2 ຄົນ, ມີຄົນເສຍຊີວິດ 23 ຄົນ, ຍິງ 8 ຄົນ, ເພີ່ມຂຶ້ນ 6 ຄົນ. ສຳລັບຢູ່ນະຄອນຫຼວງວຽງຈັນ ໄລຍະ 5 ວັນອັນຕະລາຍ ມີອຸບັດເຫດເກີດຂຶ້ນ 39 ກໍລະນີ, ເພີ່ມຂຶ້ນ 19 ກໍລະນີ, ພາຫະນະເປ່ເພ 75 ຄັນ, ເພີ່ມຂຶ້ນ 32 ຄັນ, ຄົນໄດ້ຮັບບາດເຈັບ 49 ຄົນ, ເພີ່ມຂຶ້ນ 26 ຄົນ, ມີຄົນເສຍຊີວິດ 9 ຄົນ, ຍິງ 3 ຄົນ ເພີ່ມຂຶ້ນ 8 ຄົນ.
ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໄດ້ຖະແຫຼງຂ່າວເມື່ອວັນທີ 5 ມັງກອນ 2025 ວ່າ: ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026, ຄະນະພັກ-ຄະນະກົມຕໍາຫຼວດຈະລາຈອນສົມທົບກັບກົມຂົນສົ່ງກະຊວງໂຍທາທິການ ເເລະ ຂົນສົ່ງໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາ ແລະ ຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ລົງປະຕິບັດໜ້າທີ່ຢູ່ແຕ່ລະຈຸດກວດກາ; ນອກນີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຍັງມີການໂຄສະນາເຜີຍແຜ່ປູກຈິດສຳນຶກໃຫ້ເຄົາລົບກົດລະບຽບຈະລາຈອນໃນຂອບເຂດທົ່ວປະເທດ ໂດຍໄດ້ລົງໂຄສະນາຢູ່ໂຮງຮຽນ, ສຳນັກງານ-ອົງການ ,ຕາມສາມແຍກ-ສີ່ແຍກ ແລະ ເສັ້ນທາງທີ່ສຳຄັນ, ມີການຕິດປ້າຍໂຄສະນາປູກຈິດສຳນຶກຕາມເສັ້ນທາງ ແລະ ສະຖານທີ່ສຳຄັນຕ່າງໆດ້ວຍຄວາມຮັບຜິດຊອບສູງ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ພົບເຫັນຜູ້ລະເມີດກົດລະບຽບຈະລາຈອນໃນທົ່ວປະເທດທັງໝົດ 1.177 ຄົນ, ໄດ້ສຶກສາອົບຮົມ 816 ຄົນ, ກໍລະນີລະເມີດຫຼາຍກວ່າໝູ່ແມ່ນບໍ່ມີໃບອະນຸຍາດຂັບຂີ່ 209 ກໍລະນີ, ບໍ່ໃສ່ໝວກກັນກະທົບ 191 ກໍລະນີ, ບໍ່ມີໃບກວດກາເຕັກນິກ 119 ກໍລະນີ, ດື່ມສິ່ງມຶນເມົາແລ້ວຂັບຂີ່ 20 ກໍລະນີ ແລະ ກໍລະນີອື່ນໆ 639 ກໍລະນີ.
May be an image of ambulance, motorcycle, lighting and road May be an image of ambulance and lighting
ພັນເອກ ຄໍາສອນ ສີດາວົງ ໃຫ້ຮູ້ຕື່ມວ່າ: ສາເຫດຫຼັກທີ່ພາໃຫ້ເກີດອຸບັດເຫດແມ່ນຈາກການດື່ມສິ່ງມຶນເມົາແລ້ວຂັບລົດ, ໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ປ່ຽນທິດທາງບໍ່ຮັບປະກັນ, ຊີງໜ້າບໍ່ຮັບປະກັນ, ສະພາບເຕັກນິກລົດ ແລະອື່ນໆ. ເວເລເກີດອຸບັດເຫດສ່ວນຫຼາຍເປັນກາງເວັນ ແລະ ກໍລະນີເກີດອຸບັດເຫດສ່ວນຫຼາຍແມ່ນລົດຈັກຕຳລົດໃຫຍ່ເຮັດໃຫ້ເສຍຊີວິດເປັນອັນດັບໜຶ່ງ, ຮອງລົງມາແມ່ນລົ້ມເອງ ແລະອື່ນໆ. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນການຈັດຕັ້ງພັກ-ລັດ ແລະ ເອກະຊົນຈົ່ງເປັນເຈົ້າການສຶກສາອົບຮົມແນະນຳໃຫ້ເຄົາລົບກົດຈະລາຈອນ, ຜູ້ຂັບຂີ່ຈົ່ງມີສະຕິໃນເວລາຂັບຂີ່ພາຫະນະຈົ່ງປະຕິບັດກົດຈະລາຈອນຢ່າງເຂັ້ມງວດ, ຫຼຸດຜ່ອນການນຳໃຊ້ຄວາມໄວເກີນກຳນົດ, ດື່ມບໍ່ຂັບ, ສ່ວນຜູ້ປົກຄອງກໍ່ຊ່ວຍແນະນຳຕັກເຕືອນຕິດຕາມລູກຫຼານຂອງຕົນເອງໃນການຂັບຂີ່ພາຫະນະ, ເພາະປັດຈຸບັນຍັງເຫັນມີຫຼາຍນັກຮຽນຂັບຂີ່ລົດຈັກບໍ່ໃສ່ໝວກກັນກະທົບ.%
ຂ່າວ,ພາບ: ບຸນຍັງ ພຸດສະຫວັດ