ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

65 ປີ ສາຍພົວພັນທາງການທູດ ພື້ນຖານສໍາຄັນຂອງການຮ່ວມມື ລາວ-ຈີນ ທີ່ໝັ້ນຄົງຂະນົງແກ່ນ

Jan 7, 2026

65 ປີ ສາຍພົວພັນທາງການທູດ ພື້ນຖານສໍາຄັນຂອງການຮ່ວມມື ລາວ-ຈີນ ທີ່ໝັ້ນຄົງຂະນົງແກ່ນ

ປີ 2026 ແມ່ນປີໜຶ່ງທີ່ມີຄວາມໝາຍສໍາຄັນລະຫວ່າງ ສປປ ລາວ ແລະ ສປ ຈີນ ເພາະເປັນປີທີ່ສອງປະເທດຈະໄດ້ພ້ອມກັນສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ ຄົບຮອບ 65 ປີ (25/04/1961-25/04/2026), ເຊິ່ງໄລຍະຜ່ານມາ ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງສອງພັກ-ສອງລັດ ລາວ-ຈີນ ໄດ້ສຸມທຸກຄວາມພະຍາຍາມເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍໃຫ້ນັບມື້ດີຂຶ້ນໃນແຕ່ລະໄລຍະ, ຈາກກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ” ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”, ເຊິ່ງປັດຈຸບັນພວມຢູ່ໃນໄລຍະປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ ສະບັບທີ 2 (2024-2028).

6 ກວ່າທົດສະວັດຜ່ານມາ, ການຮ່ວມມືທີ່ເປັນຮູບປະທຳໄດ້ນໍາເອົາໝາກຜົນຕົວຈິງມາໃຫ້ສອງປະເທດ ໂດຍສະເພາະໃນຊຸມປີມໍ່ໆມານີ້, ມີຫຼາຍຜົນງານທີ່ໂດດເດັ່ນ ແລະ ຢືນຢັນໃຫ້ເຫັນເຖິງຜົນສໍາເລັດ ເປັນຕົ້ນ: ການເປີດນໍາໃຊ້ເສັ້ນທາງດ່ວນວຽງຈັນ-ວັງວຽງ, ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ, ເປີດການນໍາໃຊ້ອາຄານໂຮງໝໍມະໂຫສົດຂອງລາວຫຼັງໃໝ່ ແລະ ການພັດທະນາພື້ນຖານໂຄງລ່າງສໍາຄັນອື່ນໆ. ເວົ້າສະເພາະປີ 2025 ທີ່ຫາກໍຜ່ານໄປນີ້, ເຊິ່ງເປັນປີມ້ວນທ້າຍໃນການປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 9 ຂອງລາວ ແລະ ແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ, ເຖິງວ່າຕ້ອງຜະ​ເຊີນກັບຄວາມຫຍຸ້ງຍາກ​ຫຼາຍຢ່າງທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການຜະເຊີນກັບ​ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ ກໍຄື ສົງຄາມພາສີ ແລະ ສົງຄາມການຄ້າ, ແຕ່ສອງປະເທດສາມາດຜ່ານຜ່າມາໄດ້ດ້ວຍດີ, ຄາດວ່າໃນປີ 2025 ເສດຖະກິດລາວຈະເຕີບໂຕຕົວບໍ່ຫຼຸດ 4% ແລະ ເສດຖະກິດຈີນຈະເຕີບໂຕບໍ່ຫຼຸດ 5%.

ການຮ່ວມມືລາວ-ຈີນ ໃນປີ 2025 ມີຫຼາຍດ້ານພົ້ນເດັ່ນ, ໃນນີ້ ດ້ານການເມືອງ, ການນໍາພັກ-ລັດຂອງສອງປະເທດນັບແຕ່ລະດັບສູງສຸດຈົນຮອດລະດັບທ້ອງຖິ່ນໄດ້ຜັດປ່ຽນກັນແລກປ່ຽນການຢ້ຽມຢາມ ແລະ ພົບປະກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ, ເຊິ່ງສໍາຄັນທີ່ສຸດແມ່ນການເດີນທາງຢ້ຽມຢາມຈີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດລາວໃນຕົ້ນເດືອນກັນຍາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025, ລວມທັງເຂົ້າຮ່ວມກິດຈະກຳລະນຶກໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ແລະ ພົບປະກັບ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ແລະ ການເດີນທາງມາຢ້ຽມຢາມລາວຂອງ ທ່ານ ຫວັງ ຮູ້ໜິງ, ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນໃນຕົ້ນເດືອນທັນວາ, ເຊິ່ງນອກຈາກໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ທ່ານຍັງໄດ້ພົບປະກັບການນໍາຂັ້ນສູງພັກ-ລັດຂອງລາວຫຼາຍທ່ານ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຈີນ-ລາວໃນປັດຈຸບັນ ແລະ ໃນຕໍ່ໜ້າ.

ດ້ານເສດຖະກິດ, ມາຮອດປີ 2025, ຈີນຍັງສືບຕໍ່ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ລາວ ໂດຍໄດ້ລົງທຶນຢູ່ຫຼາຍຂະແໜງການ ເຊັ່ນ: ພະລັງງານ, ບໍ່ແຮ່, ການບໍລິການ, ກະສິກໍາ ແລະ ອື່ນໆ. ອີງຕາມຂໍ້ມູນຈາກກະຊວງອຸດສາຫະກໍາ ແລະ ການຄ້າຂອງລາວໃຫ້ຮູ້ວ່າ: ມາຮອດຕົ້ນປີ 2025 ຈີນລົງທຶນຢູ່ລາວຫຼາຍກວ່າ 920 ໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ໂດລາ, ພ້ອມນີ້ ຈີນຍັງສືບຕໍ່ເປັນຄູ່ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວ, ໃນນີ້, ສະເພາະຢຸນນານ ເຊິ່ງເປັນແຂວງທີ່ພົວພັນການຄ້າກັບລາວຫຼາຍກວ່າໝູ່ໃນບັນດາແຂວງຂອງຈີນ, ພຽງ 8 ເດືອນ (ມັງກອນຫາສິງຫາ) ຂອງປີ 2025, ມູນຄ່າການຄ້າລະຫວ່າງລາວກັບແຂວງຢູນນານ ບັນລຸຫຼາຍກ່ວາ 2 ຕື້ໂດລາ, ທຽບໃສ່ໄລຍະດຽວກັນຂອງປີ 2024 ເພີ່ມຂຶ້ນ 20,3%, ໃນນັ້ນ ລາວ ສົ່ງອອກຫຼາຍກ່ວາ 1,5 ຕື້ໂດລາ.

ມູນຄ່າການຄ້າລະຫວ່າງ ລາວ-ຈີນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປີ 2024, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8,23 ຕື້ໂດລາ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15.91% ແລະ ຄາດວ່າໃນປີ 2025 ຈະເພີ່ມຂຶ້ນຈໍານວນຫຼາຍ ແລະ ຄາດວ່າອີກບໍ່ດົນຈີນຈະກາຍເປັນຄູ່ຄ້າທີ່ໃຫຍ່ອັນດັບໜຶ່ງຂອງລາວເພາະຍັງມີທ່າແຮງບົ່ມຊ້ອນຢ່າງຫຼວງຫຼາຍ. ຂະນະທີ່ປັດຈຸບັນ ລາວໄດ້ເຊັນສັນຍານເພື່ອເປີດຕະຫຼາດສົ່ງອອກສິນຄ້າກະສິກຳໄປຈີນພາຍໃຕ້ເງື່ອນໄຂສຸຂານາໄມແລະສຸຂານາໄມພືດແລ້ວ 40 ລາຍການ ແລະ ພວມສືບຕໍ່ເຈລະຈາເພື່ອສະເໜີໃຫ້ຝ່າຍຈີນພິຈາລະນາຕື່ມອີກຫຼາຍລາຍການ.

ທາງດ້ານການຄົມມະນາຄົມຂົນສົ່ງ, ເສັ້ນທາງດ່ວນວຽງຈັນ-ວັງວຽງ ແລະ ເສັ້ນທາງລົດ ໄຟລາວ-ຈີນ ຍັງສືບຕໍ່ເປັນແຮງຂັບເຄື່ອນເສດຖະກິດທີ່ສໍາຄັນ ແລະ ເຮັດໃຫ້ລາວກ້າວຂຶ້ນສູ່ອຸດສາຫະກໍາການຂົນສົ່ງທັນສະໄໝແບບກ້າວກະໂດດ. ເສັ້ນທາງລົດໄຟລາວ-ຈີນທີ່ຢູ່ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ສອດຄ່ອງກັບແຜນຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ, ມາຮອດວັນທີ 3 ທັນວາ 2025 ເຊິ່ງເປັນມື້ຄົບຮອບ 4 ປີຂອງການເປີດບໍລິການຢ່າງເປັນທາງການ, ສາມາດຂົນ​ສົ່ງ​ຜູ້​ໂດຍ​ສານໄດ້ຫຼາຍກວ່າ 62 ລ້ານ 5 ແສນ​ເທື່ອ​ຄົນ, ຂົນ​ສົ່ງ​ສິນ​ຄ້າ 72 ລ້ານ 5 ແສນ​ໂຕນ, ມີສິນຄ້າ 3,800 ກວ່າຊະນິດ, ໃຫ້ບໍລິການກວມເອົາ 19 ປະເທດ ແລະ ເຂດແຄວ້ນ.

ສໍາລັບດ້ານວິທະຍາສາດເຕັກໂນໂລຊີ, ທີ່ພົ້ນເດັ່ນໃນປີ 2025 ແມ່ນການທີ່ລາວ-ຈີນ ໄດ້ຮ່ວມກັນລົງນາມໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ສ້າງ​ສູນ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ປັນ​ຍາ​ປະ​ດິດ (AI) ຢູ່​ລາວໃນເດືອນກຸມພາ ເພື່ອຊ່ວຍໃຫ້ລາວສາມາດສ້າງແບບຈຳລອງ AI ຂະໜາດໃຫຍ່ຂອງຕົນເອງ, ທັງຄວບຄຸມດ້ວຍຕົນເອງ ແລະ ຫຼຸດຜ່ອນການອາໄສເຕັກໂນໂລຊີຕ່າງປະເທດ. ຈາກນັ້ນໄດ້ພັດທະນາປັນຍາປະດິດໂຕທຳອິດຂອງລາວ (Lao AI), ພ້ອມທັງສຳເລັດຂັ້ນພື້ນຖານການຝຶກພາສາລາວເພື່ອນຳໄປຕໍ່ຍອດນຳໃຊ້ກັບວຽກງານໃນຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ກະສິກຳ ແລະ ອື່ນໆ, ເຊິ່ງຖືເປັນການເລີ່ມຕົ້ນຍຸກໃໝ່ແຫ່ງການຫັນເປັນດິຈິຕອນຂອງລາວຜ່ານ 3 ເສົາຄ້ຳ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງ ຄົມດິຈິຕອນ. ຕໍ່ມາສອງຝ່າຍໄດ້ຮ່ວມກັນເປີດສູນຮ່ວມມືນໍາໃຊ້ AI ລາວ-ຈີນ ຢູ່ນະຄອນນານໜີງຂອງຈີນ ເພື່ອເປັນກຳລັງແຮງສືບຕໍ່ໃນການຮ່ວມມືດ້ານ AI ເເລະ ດິຈິຕອນລະຫວ່າງລາວ-ຈີນ ໃຫ້ນັບມື້ດີຂຶ້ນ.

ດ້ານພະລັງງານໄຟຟ້າ, ລາວ-ຈີນ ຮ່ວມກັນເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລວັດໃນເດືອນກຸມ 2025 ຢູ່ນະຄອນຫຼວງວຽງຈັນໂດຍຈະໃຫ້ສໍາເລັດພາຍໃນປີ 2026 ເຊິ່ງຈະເປັນທ່າແຮງທາງດ້ານເສດຖະກິດເພາະສາມາດເຊື່ອມໂຍງ ແລະ ແລກປ່ຽນພະລັງງານລະຫວ່າງລາວກັບບັນດາແຂວງພາກໃຕ້ຂອງຈີນ. ຂະນະທີ່, ຊຸມປີມໍ່ໆມານີ້, ການເຊື່ອມຕໍ່ດ້ານພະລັງງານໄຟຟ້າມີຄວາມແໜ້ນແຟ້ນກັນຍິ່ງຂຶ້ນ, ຍອດມູນຄ່າການຄ້າຂອງໄຟຟ້າລາວ-ຈີນ ບັນລຸເຖິງ 1,45 ຕື້ກິໂລວັດໂມງ. ສ່ວນຂົງເຂດພະລັງງານສີຂຽວ, ສໍາຄັນກວ່າໝູ່ແມ່ນໂຄງການມອນຊູນທີ່ເປັນໂຄງການຜະລິດໄຟຟ້າດ້ວຍພະລັງງານລົມໃຫຍ່ກວ່າໝູ່ໃນອາຊຽນ, ຕັ້ງຢູ່ພາກໃຕ້ຂອງລາວ, ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ, ມີກຳ​ລັງ​ຕິດ​ຕັ້ງ 600 ເມ​ກາ​ວັດ, ຄາດ​ວ່າ​ຈະຫຼຸດ​ການ​ລະ​ບາຍ​ກາກບອນ​ໄດ້ 35 ລ້ານ​ໂຕນ​ໃນ​ອາ​ຍຸ​ການ​ນຳ​ໃຊ້​, ຖືເປັນການສ້າງເຕັກນິກດ້ານການຜະລິດໄຟຟ້າດ້ວຍພະລັງງານລົມໃຫ້ແກ່ລາວ, ທັງຊ່ວຍ​ສ້າງວຽກ​ເຮັດ​ງານ​ທຳຫຼາຍ​ພັນ​ຕຳແໜ່ງ​ໃຫ້ແກ່ປະ​ຊາ​ຊົນລາວ​ຢູ່​ເຂດ​ໃກ້​ຄຽງ. ເວົ້າໄດ້ວ່າໂຄງການນີ້ໄດ້ສ້າງຜົນປະໂຫຍດໃນ 3 ດ້ານ ຄື: ຊ່ວຍອະນຸລັກສິ່ງແວດລ້ອມນິເວດ, ຫຼຸດການປ່ອຍກາກບອນ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພ້ອມນີ້ ຍັງມີໂຄງການພະລັງງານແສງຕາເວັນ ໄລຍະ 1 ມີກຳລັງຕິດຕັ້ງ 1,000 ເມກາວັດຢູ່ແຂວງອຸດົມໄຊ ແລະ ໄລຍະ 2 ມີກຳລັງຕິດຕັ້ງ 580 ເມກາວັດຢູ່ແຂວງຫຼວງນ້ຳທາ, ພາຍຫຼັງໂຄງການດັ່ງກ່າວສຳເລັດຈະສາມາດປະຢັດຖ່ານຫີນໄດ້ຫຼາຍໂຕນຕໍ່ປີ ເຊິ່ງຈະຊ່ວຍຊຸກຍູ້ການຫັນເປັນຮູບແບບສີຂຽວ ແລະ ການພັດທະນາແບບຍືນຍົງດ້ານເສດຖະ ກິດ-ສັງຄົມຂອງລາວໃຫ້ດີຂຶ້ນ.

ນອກນີ້, ປີ 2025 ຜ່ານມາ, ການຮ່ວມມືລາວ-ຈີນຫຼາຍຂົງເຂດ ເຊັ່ນ: ກະສິກໍາ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ການແກ້ໄຂຄວາມທຸກຍາກ ແລະ ອື່ນໆ ໄດ້ຮັບຜົນສໍາເລັດທີ່ເປັນບາດກ້າວໃໝ່ ແລະ ດີຂຶ້ນ. ທັງໝົດນີ້ແມ່ນເປັນຜົນມາຈາກການປະກອບສ່ວນຂອງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ທີ່ໝັ້ນຄົງຂະນົງແກ່ນ, ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງເລິກເຊິ່ງ ແລະ ຍິ່ງດົນຍິ່ງມີຜົນປະໂຫຍດໃຫຍ່ຫຼວງກວ່າເກົ່າ.

ປະມຸກລັດສອງປະເທດລາວ-ຈີນ ຕ່າງຕີລາຄາວ່າ: ປັດຈຸບັນ, ສາຍພົວພັນຮ່ວມມືລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ. ດັ່ງນັ້ນ, ເພື່ອເຮັດໃຫ້ການພົວພັນຮ່ວມມືລາວ-ຈີນ ນັບມື້ສືບຕໍ່ໝັ້ນຄົງຂະນົງແກ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງສອງປະ ເທດ. ໃນໂອກາດທີ່ຈະມີການສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ໃນປີ 2026, ເຊິ່ງເປັນປີທີ່ລາວເລີ່ມຕົ້ນປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 10 ແລະ ຈີນ ເລີ່ມຕົ້ນປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 15. ສອງຝ່າຍຕ້ອງໄດ້ທົບທວນຄືນຢ່າງລະອຽດກ່ຽວກັບໝາກຜົນແຫ່ງການຮ່ວມມືກັນຕະຫຼອດ 6 ກວ່າທົດສະວັດຜ່ານມາ ເພື່ອເປັນບົດຮຽນໃຫ້ແກ່ການພົວພັນຮ່ວມມືຮອບດ້ານໃນຕໍ່ໜ້າ ໂດຍຖືເອົາແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນເປັນບ່ອນອີງສໍາຄັນ, ລວມທັງການຈັດຕັ້ງຜັນຂະຫຍາຍ “ຂອບການຮ່ວມມືວ່າດ້ວຍການສ້າງແລວເສດຖະກິດລາວ-ຈີນ 2019-2030” ໃຫ້ມີໝາກຜົນຢ່າງໝັ້ນທ່ຽງ.

ສອງປະເທດຕ້ອງສືບຕໍ່ອີງໃສ່ທ່າແຮງ ແລະ ເງື່ອນໄຂຕົງຈິງ ເພື່ອຊຸກການພັດທະນາເສດ ຖະກິດ-ສັງຄົມຂອງກັນແລະກັນໃຫ້ດີຂຶ້ນ, ລາວຕ້ອງຖືເອົາໂອກາດທີ່ຈີນເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງເພື່ອຜະລິດສິນຄ້າທີ່ໄດ້ທັງປະລິມານ ແລະ ຄຸນນະພາບເຂົ້າສູ່ຕະຫຼາດຈີນໃຫ້ຫຼາຍຂຶ້ນເພາະຈີນມີຕະຫຼາດຮອງຮັບຂະໜາດໃຫຍ່, ຄຽງຄູ່ກັບການດຶງດູດນັກລົງທຶນຈາກຈີນເຂົ້າມາລົງທຶນຢູ່ລາວໃຫ້ກວ່າເກົ່າໂດຍນໍາໃຊ້ທ່າແຮງທີ່ມີແຫຼ່ງຊັບພະຍາກອນຢ່າງຫຼວງຫຼາຍ. ຂະນະທີ່ຈີນທີ່ມີທັງທ່າແຮງດ້ານຕົ້ນທຶນ, ວິຊາການ, ເຕັກໂນໂລຊີທັນສະໄໝ ແລະ ຕະຫຼາດບໍລິໂພກຂະໜາດໃຫຍ່ອັນດັບສອງຂອງໂລກຕ້ອງຫາຊ່ອງທາງທີ່ເໝາະສົມເພື່ອເຂົ້າມາລົງທຶນ ຫຼື ຮ່ວມລົງທຶນຢູ່ລາວໃຫ້ຫຼາຍຂຶ້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຕົວຂັບເຄື່ອນສໍາຄັນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນໂດຍສະເພາະບັນຫາສົງຄາມພາສີ ແລະ ສົງຄາມການຄ້າທີ່ ລາວແລະຈີນ ກໍຄື ຫຼາຍປະເທດທົ່ວໂລກຜະເຊີນຢູ່, ແລະ ເຮັດໃຫ້ການຮ່ວມມືສອງຝ່າຍນັບມື້ກ້າວສູ່ລົງເລິກ ແລະ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ຢ່າງບໍ່ຢຸດຢັ້ງ.