ກອງປະຊຸມນຳສະເໜີໂຄງການ ແລະ ແນະນໍາກິດຈະກໍາໃຫ້ກັບຄູ່ຮ່ວມງານພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງເພື່ອໃຫ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ ແລະ ສຸຂະພາບ” ຈັດຂຶ້ນວັນທີ 7 ມັງກອນ 2026 ທີ່ໂຮງແຮມ ລາວພຣາຊາ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງ ທ່ານ ນາງ ວິໄລພອນ ແກ້ວໂພໄຊ ຮອງປະທານສະຫະພັນແມ່ຍິງ ນວ ທ່ານ ນາງ ອິນທະນາ ບຸບຜາສະຫວັນ ຜູ້ອໍານວຍການ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ເຊິ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອນໍາສະເໜີເປົ້າໝາຍ ຈຸດປະສົງ ຂອງກິດຈະກໍາທັງໝົດຂອງໂຄງການໃຫ້ກັບຄູ່ຮ່ວມງານ ເພື່ອວາງແຜນກ່ຽວກັບກິດຈະກໍາທີ່ຈະຈັດຕັ້ງປະຕິບັດຮ່ວມກັນກັບຄູ່ຮ່ວມງານພາກລັດ ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມເປັນຕົ້ນ ສູນກາງ ສະຫະພັນແມ່ຍິງລາວ ກະຊວງການຕ່າງປະເທດ ຜູ້ຕາງໜ້າ ສະຫະພັນແມ່ຍິງ ຫ້ອງວ່າການປົກຄອງ ພະແນກການຕ່າງປະເທດ ພະແນກ ສຶກສາທິການ ແລະ ກິລາ ພະແນກຍຸຕິທໍາ ນວ ຕາງໜ້າຈາກ ຫ້ອງວ່າການປົກຄອງເມືອງເປົ້າໝາຍ ສະຫະພັນແມ່ຍິງ ຍຸຕິທໍາເມືອງ ຫ້ອງການສຶກສາທິການ ແລະ ກິລາ ເມືອງເຊັ່ນ: ເມືອງສັງທອງ ເມືອງໄຊເສດຖາ ເມືອງໄຊທານີ ແລະ ຕາງໜ້າຈາກ 12 ບ້ານເປົ້າໝາຍໃນ 3 ເມືອງຄື: ເມືອງສັງທອງ ໄຊເສດຖາ ແລະ ເມືອງໄຊທານີ ຕາງໜ້າຈາກສະຖານທູດຝຣັ່ງປະຈໍາລາວ ຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແມ່ຍິງ ບ້ານຈອມມະນີ ເມືອງໄຊເສດຖາ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ.
ໃນກອງປະຊຸມໄດ້ນຳສະເໜີແຜນກິດຈະກຳຂອງໂຄງການ ແລະ ການປະກອບຄໍາເຫັນຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມ ເຊິ່ງເປົ້າໝາຍຂອງໂຄງການນີ້ ເພື່ອສະໜັບສະໜູນແມ່ຍິງແລະ ເດັກຍິງໃຫ້ເຂົ້າເຖິງຂະບວນການຍຸຕິທໍາ ແລະ ການບໍລິການສຸຂະພາບ ໂດຍກິດຈະກໍາຫຼັກຂອງໂຄງການ ແມ່ນ ໂຄສະນາເຜີຍແຜ່ກ່ຽວກັບບົດບາດຍິງ-ຊາຍ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ແຮງງານເຄື່ອນຍ້າຍ ຕ້ານການຄ້າມະນຸດ ຢຸດຕິການແຕ່ງງານກ່ອນໄວ ແລະ ການແຕ່ງງານທີ່ຖືກຕ້ອງຕາມກົດໝາຍ ໃຫ້ກັບ 9 ໂຮງຮຽນ 12 ບ້ານເປົ້າໝາຍ ໃນ 3 ເມືອງ ເປົ້າໝາຍດັ່ງກ່າວ ແລະ ການຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງໃຫ້ເຂົ້າເຖິງຂະບວນການຍຸຕິທໍາ.

ໂຄງການນີ້ ໄດ້ຈັດຈັ້ງປະຕິບັດໂດຍສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ຮ່ວມກັບ ສະຫະພັນແມ່ຍິງ ນວ ກິດຈະກໍາຂອງສະມາຄົມ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຖານທູດຝຣັ່ງ ປະຈໍາ ສປປ ລາວ.
ທ່ານ ນາງ ອິນທະນາ ບຸບຜາສະຫວັນ ກ່າວວ່າ: ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກໍາໄລ ໂດຍສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ກນສຶກສາກົດໝາຍ ແມ່ນໄດ້ຮັບການອະນຸຍາດສ້າງຕັ້ງຈາກ ກະຊວງພາຍໃນປີ 2012 ແລະ ມີຈຸດມຸ່ງໝາຍສົ່ງເສີມຄວາມສະເໝີພາບຍິງ-ຊາຍ ສິດທິແມ່ຍິງ ເຜີຍແຜ່ກົດໝາຍທີ່ພົວພັນກັບແມ່ຍິງ ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກ ຕ້ານການຄ້າມະນຸດ ການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ສົ່ງເສີມໃຫ້ແມ່ຍິງສາມາດເຂົ້າເຖິງຂະບວນການຍຸຕິທໍາໃນ ສປປ ລາວໃຫ້ນັບມື້ຫຼາຍຂຶ້ນ.


