ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

Jan 9, 2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 8 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ພາຍຫຼັງດຳເນີນມາເປັນເວລາ 3 ວັນ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບຢ່າງສົມບູນ, ເປັນເອກະສັນຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນ.
ໃນພິທີອັດກອງປະຊຸມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ມີຄໍາເຫັນວ່າ: ກອງປະຊຸມໃຫຍ່ໄດ້ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III, ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນຂອງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກດານຂອງພັກໃນຮອບເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030), ກອງປະຊຸມໃຫຍ່ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບພັກ ສະບັບປັບປຸງ ຊຶ່ງເປັນທໍາມະນູນ, ແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການ ການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ 12 ເພື່ອສືບຕໍ່ແບກຫາບພາລະກິດປະຕິວັດຂອງພັກເຮົາ ໃນອີກ 5 ປີຕໍ່ໜ້າ, ທັງເປັນຫຼັກແຫຼ່ງແກ່ນສານ ແຫ່ງຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໃນສັງຄົມ, ນໍາພາ-ຊີ້ນໍາການຈັດຕັ້ງ ປະຕິບັດມະຕິ XII ຂອງພັກ ໃຫ້ບັນລຸຄາດໝາຍ ທີ່ວາງໄວ້.
ສະຫາຍ ທອງລຸນ ສີສຸລິດ ມີຄໍາເຫັນຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງຢ່າງຈົບງາມ, ແຕ່ພວກເຮົາ ຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ປາກົດຜົນເປັນຈິງ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະ ບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XII ທີ່ໄດ້ຮັບຄວາມ ໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າ; ຝຶກຝົນຫລໍ່ຫຼອມຕົນເອງຮອບດ້ານ; ປັບປຸງແບບແຜນການນໍາພາ-ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ມີຜົນສໍາເລັດ.
ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການ ໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງປະດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ສ້າງການແຂ່ງຂັນ ແລະ ການສ້າງກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ.